spot_img
Homeປະຊາສຳພັນໂອກາດຂອງຄົນລາວທີີ່ຢາກມີທຸລະກິດ ຫຼືຢາກຂະຫຍາຍທຸລະກິດມາເຖິງແລ້ວ

ໂອກາດຂອງຄົນລາວທີີ່ຢາກມີທຸລະກິດ ຫຼືຢາກຂະຫຍາຍທຸລະກິດມາເຖິງແລ້ວ

Published on

ມື້ກ່ອນ, ສື່ມວນຊົນນຳສະເໜີຂ່າວໃນລັກສະນະຕັ້້ງຄຳຖາມວ່າ: ເປັນຫຍັງຜູ້ປະກອບການລາວຈຶ່ງມີຄວາມສ່ຽງຕໍ່ການຫຼຸບທຶນ ຫຼືໄປບໍ່ລອດ? ໄດ້ມີຫຼາຍພາກສ່ວນເຂົ້າມາໃຫ້ຄຳເຫັນວ່າ ມີຫຼາຍປັດໄຈທີ່ພາໃຫ້ເປັນຈັ່ງຊັ້ນ ເຊັ່ນ:
1. ບໍ່ມີຄວາມຮູ້ແລະປະສົບການໃນການເປັນຜູ້ປະກອບການ
2. ຕະຫຼາດນ້ອຍ ຜະລິດແລ້ວບໍ່ມີບ່ອນຈໍາໜ່າຍ
3. ບໍ່ມີທຶນຮອນໃນໄລຍະຍາວ
4. ຍັງບໍ່ສາມາດສ້າງແບຣນໃຫ້ສິນຄ້າ ຫຼືທຸລະກິດຂອງຕົນເອງໃຫ້ເປັນທີ່ນ່າເຊື່ອຖືໄດ້
5. ການຜະລິດຍັງບໍ່ມີຄຸນນະພາບ
6. ບໍ່ຮູ້ເຮັດການຕະຫຼາດແບບໃໝ່ ຕາມຍຸກສະໄໝ
7. ຂາດການພົວພັນຮ່ວມມືກັນ ລະຫວ່າງຄົນຮູ້ກັບຜູ້ບໍ່ຮູ້, ຜູ້ມີທຶນກັບຜູ້ມີແນວຄິດຢາກເຮັດແຕ່ບໍ່ມີທຶນ…
8. ບາງຄົນບໍ່ຮູ້ແມ່ນແຕ່ຈະເລິ່ມລົງມືຈັ່ງໃດ ກໍເລີຍບໍ່ກ້າຕັ້ງແຕ່ຕອນຊິລົງມືແລ້ວ
ແລະອີກຫຼາຍໆ ຢ່າງ

ມື້ນີ້, ລາວໂພສຕ໌ ຢາກແນະນຳທ່ານຜູ້ອ່ານວ່າ ກຳລັງມີຜູ້ຈະຊ່ວຍແກ້ໄຂບັນຫາ 8 ຂໍ້ດັ່ງກ່າວຂ້າງເທິງໃຫ້ແກ່ທ່ານແລ້ວ ໂດຍໂຄງການ: ສ້າງຊຸມຊົນຜູ້ປະກອບການລຸ້ນໃໝ່ຍຸກດິຈິຕ້ອນ “Young Digital Entrepreneur Tribe” ເຊິ່ງຈະມາຊ່ວຍທ່ານຕອບບັນຫາທັງ 8 ຂໍ້ ຂ້າງເທິງ.

YDE Tribe-Lao ຄື ກຸ່ມຄົນທີ່ລວມກັນສ້າງທຸລະກກິດເທິງສື່ຈິຕິຕ້ອນ ເຊັ່ນ Facebook, IG, Line ເພື່ອຂາຍສິນຄ້າ ຫາຕົວແທນຈຳໜ່າຍ ທີ່ບໍ່ແມ່ນການສ້າງເຄືອຂ່າຍຂາຍຕົງ MLM ສິນຄ້າທີ່ຈໍາໜ່າຍຈະເປັນສິນຄ້າຈາກແຕ່ລະຄົນ ເຊິ່ງອາດຈະເປັນໄດ້ຕັ້ງແຕ່ເຄື່ອງສຳອາງ ເຄື່ອງນຸ່ງແຟຊັ່ນ ອາຫານເສີມ ໂຄງການບ້ານຈັດສັນ ອາໄຫຼ່ລົດ ກະເປົາຫນັງ ງານບໍລິການຕິດຕັ້ງແອ ສອນພິເສດ ຂາຍແຟຣນຊາຍ ຫຼືອື່ນໆ ດັ່ງນັ້ນ, ບໍ່ຕ້ອງຫ່ວງວ່າຈະຖືກຫຼອກໃຫ້ເຂົ້າໄປເຮັດທຸລະກິດເຄືອຂ່າຍ ເພາະເຮົາຈະສອນທ່ານໃຫ້ຮູ້ເທັກນິກການເຮັດຕະຫຼາດເທິງ ລະບົບອອນລາຍ ເຊັ່ນ Facebook, IG, Line ແລະເຮົາສ້າງກິດຈະກຳສານສຳພັນ ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ກັນ ເພື່ອໃຫ້ການຈັບຄູ່ທຸລະກິດກັນໃນກຸ່ມແລະນອກກຸ່ມ.

YDE Tribe ເກີດຈາກແນວຄິດຂອງ ນັກສໍາຫຼວດຕະຫຼາດ ແລະນັກການຕະຫຼາດ ທີ່ເຮັດການຕະຫຼາດອອນລາຍຕ່າງປະເທດໄດ້ພົບບັນຫາອຸປະສັກ ແລະສ້າງແນວຄິດໃໝ່ວ່າການເຮັດທຸລະກິດຕ່າງປະເທດໂດຍໃຊ້ສື່ອອນລາຍສາມາດຫຼຸດຕົ້ນທຶນ ແລະມີປະສິດທິພາບຫຼາຍທີີ່ສຸດ ຜູ້ໜຶ່ງຄື ອາຈານ ສຸຣະຊາດ ປະຊາພິທັກ ເຈົ້າຂອງເວັບຕະຫຼາດລາວ www.taradlao.com ເຊິ່ງເຮັດວຽກຈັບຄູ່ທຸລະກິດ ລາວ-ໄທ 40 ຄັ້ງໃນໄລຍະ 7 ປີ ແລະອີກຜູ້ໜຶ່ງຄື ອາຈານ ປລິນ ຈຳເຣີນພານິດ ເປັນກູຣູຊ່ຽວຊານດ້ານສື່ດິຈິຕ້ອນ ແລະຂາຍສິນຄ້າອອນລາຍໄປຫຼາຍປະເທດ ເຊິ່ງທັງສອງໄດ້ເລິ່ມໂຄງການ YDE Tribe ໃນປະເທດລາວເປັນປະເທດທຳອິດ ໄດ້ສອງຮອບແລ້ວ ເນື່ອງຈາກໄທ-ລາວມີພາສາ ວັດທະນະທຳ-ສັງຄົມ ຄ້າຍຄືກັນທີ່ສຸດ ແລະມີຜູ້ປະກອບການລາວຫົວກ້າວໜ້າທີ່ຕ້ອງການຂະຫຍາຍທຸລະກິດໄປຍັງປະເທດໄທ ຫວຽດນາມ ມຽນມາ ກຳປູເຈຍ ແລະຈີນ ເຊິ່ງການເຮັດທຸລະກິດຕ່າງປະເທດຖືວ່າເປັນຄວາມທ້າທາຍສຳລັບຜູ້ປະກອບການລາວຍຸກໃໝ່ ແຕ່ເຮົາຈະກ້າວໄປພ້ອມກັນຢ່າງໝັ້ນຄົງ ດ້ວຍຄວາມຮ່ວມມືຮ່ວມໃຈ ພັດທະນາທຸລະກິດຮ່ວມກັນໃນທຸກປະເທດ.

ເປັນຫຍັງຕ້ອງເປັນ YDE Tribe ? ກໍຕ້ອງຖາມຄືນໄປວ່າ ຖ້າທ່ານຈະຂາຍນິນຄ້າໄປຕ່າງປະເທດ ແຕ່ທ່ານບໍ່ຮູ້ຈັກໃຜເລີຍໃນປະເທດນັ້ນ ທ່ານຈະຂາຍຈັ່ງໃດ ໃຜຈະຊ່ວຍເກັບເງິນໃຫ້ ໃຜຈະນຳເຂົ້າສິນຄ້າ ໃຜຈະສົ່ງສິນຄ້າໄປຫາຜູ້ໃຊ້ສິນຄ້າໃນແລະຕ່າງປະເທດ ທ່ານຈະຫາຕົວແທນຫຼາຍໆ ລາຍໄດ້ຈັ່ງໃດ ຕົວແທນທີ່ຫາໄດ້ເຮົາຈະໄວ້ໃຈເຂົາໄດ້ຈັ່ງໃດ ຕົວແທນເກັ່ງແທ້ຫຼືບໍ່ ຊື່ສັດຫຼືບໍ່ ຄຳຖາມເຫຼົ່ານີ້ມີຄຳຕອບຢູ່ທີ່ YDE Tribe ເພາະການໄດ້ຕົວແທນຈຳໜ່າຍທີ່ດີ ເຮົາຄວນຕ້ອງຫາໂອກາດພົບປະໂອ້ລົມ ຮຽນຮູ້ຄວາມສາມາດ ແລະຄວາມຕັ້ງໃຈຂອງຕົວແທນນັ້ນ ເຊິ່ງລະບົບ YDE Tribe ໄດ້ອອກແບບການສານສຳພັນຜ່ານການຮຽນຮ່ວມກັນ ໄດ້ທັງຄວາມຮູ້ການສ້າງຕະຫຼາດດິຈິຕ້ອນ ແລະໄດ້້ເພື່ອນຕ່າງຊາດ ແລະໂອກາດທີ່ຈະໄດ້ພົບປະຄູ່ຄ້າທີ່ຮຽນນຳກັນຂອງຄົນທີ່ມາຈາກປະເທດຕ່າງໆ ເຮົາກໍຈັດກຽມໃຫ້ເຮັດກິດຈະກຳຮ່ວມກັນ ເຊັ່ນ ມີທັດສະນະສຶກສາ ທ່ອງທ່ຽວ ຈັດລ້ຽງສັງສັນ ໄປເທື່ອລະປະເທດ ແລະເມື່ອໄດ້ຮຽນຮູ້ຮ່ວມກັນ ຄວາມສຳພັນທີ່ດີ ຈະຊ່ວຍໃຫ້ເກີດການຈັບຄູ່ທຸລະກກິດນັ້ນເອງ.

ນີ້ຄືເຫດຜົນທີ່ທ່ານຄວນເຂົ້າຮ່ວມຟັງ YDE Tribe ຈັກເທື່ອໜຶ່ງໃນຊີວິດ:

  1. ສິນຄ້າດີ ແຕ່ບໍ່ມີໃຜຮູ້ຈັກ
  2. ຢາກຈຳໜ່າຍສິນຄ້າ ແຕ່ບໍ່ຮູ້ຈະຜະລິດຫຍັງ
  3. ຕະຫຼາດປະເທດລາວນ້ອຍຍອດຂາຍໃນປະເທດຕົກ ບໍ່ຮູ້ຈະສົ່ງສິນຄ້າຂ້າມປະເທດໄດ້ຈັ່ງໃດ
  4. ການເຮັດຕະຫຼາດແບບເກົ່າ ມີຕົ້ນທຶນສູງເກີນໄປ
  5. ເລິ່ມເຮັດທຸລະກິດມາແລ້ວແຕ່ຫາຕົວແທນບໍ່ໄດ້ຈັກເທື່ອ
  6. ບໍ່ຮູ້ວິທີສ້າງແບຣນແລະມັດໃຈລູກຄ້າ
  7. ຢາກເຮັດການຕະຫຼາດອອນລາຍ ແຕ່ເລິ່ມບໍ່ເປັນ
  8. ຮຽນການຕະຫຼາດອອນລາຍມາຫຼາຍ ບໍ່ເຫັນໃຊ້ໄດ້ຜົນຈິງ
  9. ມີລູກຄ້າສົນໃຈຊື້ ແຕ່ປິດການຂາຍບໍ່ເປັນ
  10. ປິດການຂາຍໄດ້ ແຕ່ລູກຄ້າບໍ່ກ້າໂອນເງິນຂ້າມປະເທດ
  11. ເສຍເວລາໄປແລກນາມບັດໃນງານ Business Matching ແຕ່ບໍ່ເຄີຍໄດ້ລູກຄ້າ
  12. ບໍ່ກ້າເຮັດຕະຫຼາດ AEC ເພາະຢ້ານວ່າຈະຍາກ
  13. ບໍ່ຮູ້ວິທີຈະສານສຳພັນກັບຄົນແຕກຕ່າງເຊື້ອຊາດແລະພາສາ

ບອກໄດ້ຄຳດຽວເລີຍວ່າ ຖ້າທ່ານໃດຢາກເປັນນັກທຸລະກິດຂະໜາດນ້ອຍ-ຂະໜາດກາງ-ຂະໜາດໃຫຍ່ ໃນລະດັບທ້ອງຖິ່ນ, ລະດັບປະເທດ ຫຼືລະດັບພາກພື້ນ ຂໍແນະນຳໃຫ້ທ່ານເຂົ້າຮ່ວມໂຄງການ YDE Tribe ໃຫ້ໄດ້ ເຊິ່ງງານຈະຈັດຂຶ້ນໃນວັນທີ 16 ກໍລະກົດ 2016 ທີ່ຈະມາເຖິງນີ້.

image003 image005

ຜູ້ສົນໃຈເຂົ້າຮ່ວມງານ ສາມາດຕິດຕໍ່ໄປທ່ານ ຄຸນ Benz ໂທລະສັບ 020 5555 5324, 020 2221 7983 ແລະ 020 5449 9403 ຫຼື ຕິດຕໍ່ Line: @BNNLAOS ຫຼືທີ່ເຟສບຸກເພຈ: https://www.facebook.com/bnnlaos/?fref=ts

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...