spot_img
Homeຂ່າວພາຍ​ໃນທ່ານ ດຣ. ນາມ ວິຍາເກດ ຖືກແຕ່ງຕັ້ງເປັນປະທານຄະນະປັບປຸງທຸລະກິດຂັ້ນສູນກາງ

ທ່ານ ດຣ. ນາມ ວິຍາເກດ ຖືກແຕ່ງຕັ້ງເປັນປະທານຄະນະປັບປຸງທຸລະກິດຂັ້ນສູນກາງ

Published on

 

ໃນວັນທີ 29 ພຶດສະພາ ຜ່ານ ມາທີ່ຫ້ອງວ່າການລັດຖະບານ (ຫລບ). ໄດ້ມີພິທີ ມອບ-ຮັບໜ້າ ທີ່ລະຫວ່າງ ທ່ານ ດຣ ນາມ ວິຍາເກດ ລັດຖະມົນຕີປະຈຳຫ້ອງວ່າ ການລັດຖະບານ, ປະທານ ຄະນະປັບປຸງທຸລະກິດຂັ້ນສູນກາງຜູ້ໃໝ່ ແລະ ທ່ານ ໄຊ ເຊັງລີ ເຕັງເບຼຍຈື່ ປະທານຄະນະປັບປຸງທຸລະກິດຂັ້ນສູນກາງຜູ້ເກົ່າ ໂດຍການເຂົ້າ ຮ່ວມພິທີຂອງ ທ່ານ ສົມສະຫວາດ ເລັ່ງສະ ຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານເສດຖະກິດ.

ໃນພິທີ, ທ່ານ ໄຊເຊັງລີ ເຕັງເບຼຍຈື່ໄດ້ກ່າວລາຍງານຜົນງານທີ່ຄະນະປັບປຸງ ທຸລະກິດສາ ມາດຍາດໄດ້ໃນໄລຍະຜ່ານມາ ວ່າ: ທ່ານເອງໄດ້ມາຮັບໜ້າທີ່ເປັນປະ ທານມາແຕ່ປີ 2003 ຈົນ ມາເຖິງຕົ້ນປີ 2014. ປັດຈຸບັນ, ຢູ່ຂັ້ນສູນກາງຕາມແຕ່ລະ ກະຊວງ, ຂະແໜງການມີການສັາງ ຕັ້ງເປັນກົມ ຫຼື ພະແນກທີ່ຮັບຜິດ ຊອບວຽກງານດັ່ງກ່າວສ່ວນຂັ້ນທ້ອງຖິ່ນ ມີ 17 ແຂວງ ທີ່ມີ ຄະນະຊີ້ນຳຂັ້ນແຂວງ ໃນນັ້ນ, 13 ແຂວງມີຫ້ອງການຊ່ວຍວຽກ. ໃນໄລຍະຜ່ານມາຄະນະປັບປຸງທຸລະກິດໄດ້ສຸມໃສ່ແກ້ໄຂ ບັນຫາຕ່າງໆຂອງບັນດາບໍລິສັດຂອງລັດທີ່ໄດ້ຜ່ານການກວດກາ; ຈັດຕັ້ງການປັບໂຄງສ້າງຂອງລັດວິສາຫະກິດຊຶ່ງກຳລັງປັບປຸງ ໃນຮອບທີ 3 ໃນ 10 ກວ່າບໍລິສັດ, ພ້ອມນັ້ນ ກໍຍັງໄດ້ຈ້າງນັກ ກວດສອບເອກະລາດພາຍນອກມາກວດສອບບັນດາບໍລິສັດທີ່ໄດ້ຮັບການປັບປຸງພ້ອມທັງແນະນຳແກ້ໄຂຈົນກາຍເປັນ ລັດວິ

ສາຫະກິດທີ່ດີເດັ່ນ; ໄດ້ເກັບກຳສະຖິຕິຫົວໜ່ວຍວິສາຫະກິດ ຂອງລັດ ແລະ ເອກະຊົນທົ່ວປະເທດຄືນໃໝ່ມາ ຮອດວັນທີ 20 ພຶດສະພາ 2014 ມີເຖິງ 109.902 ຫົວໜ່ວຍ ໃນນັ້ນ, ເປັນລັດວິສາຫະກິດ ແລະ ວິສາຫະກິດປະສົມ 130 ຫົວ ໜ່ວຍ; ນອກຈາກນີ້, ຍັງໄດ້ສຸມ ໃສ່ໃນການຮ່າງບັນດານິຕິກຳ ແລະ ແຜນຍຸດທະສາດທີ່ກ່ຽວຂ້ອງຫຼາຍສະບັບເພື່ອ ເປັນບ່ອນ ອີງໃນການຈັດຕັ້ງປະຕິບັດ ແລະ ພັດທະນາຫົວໜ່ວຍທຸລະກິດ ຕ່າງໆໄປຕາມແນວທາງນະໂຍບາຍທີ່ພັກ- ລັດກຳ ນົດໄວ້.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ຕີລາຄາສູງຕໍ່ການປະກອບສ່ວນ ອັນໃຫຍ່ຫຼວງຂອງ ທ່ານ ໄຊເຊັງລີ ເຕັງເບຼຍຈື່ ທີ່ໄດ້ອຸທິດຄວາມຮູ້ຄວາມສາມາດແລະເຫື່ອແຮງເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມເວົ້າສະເພາະກໍ ແມ່ນບັນດາຜົນງານທີ່ຄະນະປັບປຸງທຸລະກິດຍາດມາໄດ້ໃນໄລ ຍະຜ່ານມາ ແລະ ຫວັງຢ່າງຍິ່ງ ວ່າ ທ່ານ ໄຊເຊັງລີ ເຕັງເບຼຍຈື່ ຈະສືບຕໍ່ປະກອບສ່ວນເຂົ້າໃນ ວຽກງານຂອງພັກ-ລັດຕື່ມອີກ ໃນຖານະຜູ້ອາວຸໂສ, ຜູ້ມີຄວາມຮູ້ປະສົບການສູງ; ສຳລັບ ທ່ານ ດຣ ນາມ ວິຍາເກດ ກໍເປັນຜູ້ໜຶ່ງ ທີ່ມີຄວາມຮູ້, ຄວາມສາ ມາດສູງໃນຂົງເຂດເສດຖະກິດ ແລະ ການຄ້າລວມເຖິງກັບພາກ ພື້ນ ແລະ ສາກົນ ອັນຈະເປັນເງື່ອນ ໄຂໜຶ່ງໃນການນຳພາ ຄະ ນະປັບປຸງທຸລະກິດໃຫ້ມີບາດກ້າວອັນ ໃໝ່ ແລະ ສ້າງຜົນງານ ອັນໃຫຍ່ ຫຼວງກວ່າເກົ່າ. ພ້ອມນີ້, ກໍໃຫ້ເອົາໃຈໃສ່ບາງບັນຫາ ຕື່ມອີກເປັນຕົ້ນໃຫ້ສົມທົບກັບກະຊວງພາຍໃນອອກດຳລັດ ຂອງນາຍົກລັດຖະມົນຕີເພື່ອກຳນົດແຈ້ງກ່ຽວກັບການຈັດຕັ້ງ ແລະ ພາ ລະບົດບາດຂອງຄະນະປັບປຸງທຸລະກິດ, ຈັດຕັ້ງການ ຄົ້ນຄວ້າກ່ຽວກັບວິສາຫະກິດຂອງລັດ, ເອກະຊົນ, ກ່ຽວກັບວິສາຫະ ກິດຄອບຄົວ ແລະ ວິສາຫະກິດຮ່ວມມືກັບປະຊາ ຊົນເພື່ອເປັນທິດໃນ ການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະການກຳນົດ ໃຫ້ແຈ້ງດ້ານນະໂຍບາຍສົ່ງເສີມຂອງວິສາຫະ ກິດເອກະຊົນທີ່ມີຢູ່ຢ່າງຫຼວງຫຼາຍ; ໃນພິທີທ່ານຍັງສະແດງຄວາມຫວັງວ່າບັນດາ ພະນັກງານໃນຄະນະປັບປຸງທຸລະກິດ ແລະ ປະທານຜູ້ໃໝ່ຈະພ້ອມກັນຕັ້ງໜ້າຄົ້ນຄວ້າປັບປຸງໃນຂົງເຂດທຸລະກິດຕ່າງໆໃຫ້ ສາມາດເປັນແບບຢ່າງ, ມີສິນຄ້າທີ່ຫຼາກຫຼາຍ, ສາມາດເຂົ້າຕະ ຫຼາດຫຼັກຊັບຂອງເຮົາໄດ້ຫຼາຍຂຶ້ນ ແລະ ພັດທະນາໄປຕາມທິດ ທີ່ຍືນຍົງ. ເອົາໃຈໃສ່ຖອດຖອນບົດຮຽນຈາກບັນດາປະເທດເພື່ອນມິດຍຸດທະສາດ ແລະ ປະເທດທີ່ມີການຄຸ້ມຄອງດ້ວຍລະ ບົບທີ່ທັນສະໄໝເພື່ອນຳມາໝູນໃຊ້ໃນເງື່ອນໄຂຂອງປະເທດເຮົາ, ສຸມໃສ່ສ້າງພະນັກງານ ແລະ ໃຫ້ມີ ນັກທຸລະກິດດີເດັ່ນ ຂອງລາວລວມເຖິງໃນລະດັບຄອບຄົວ ແລະ ຂົງເຂດການຮ່ວມມືກັບປະຊາຊົນເພື່ອໃຫ້ເປັນຕົວແບບໃນການພັດທະນາຕໍ່ໄປ.

 

ຂອບໃຈຂ່າວຄຸນນະພາບຈາກ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...