spot_img
HomeBaby-ແມ່ແລະເດັກທົ່ວປະເທດສາມາດປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີລົງມາໂດຍບໍ່ເສຍຄ່າ

ທົ່ວປະເທດສາມາດປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີລົງມາໂດຍບໍ່ເສຍຄ່າ

Published on

ນີ້ແມ່ນຜົນສຳເລັດຢ່າງໜ້າເພິ່ງພໍໃຈຂອງຂະແໜງສາທາລະນະສຸກປະເທດເຮົາ, ພາຍຫລັງທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ ຄຳພອນ ພຸດທະວົງ ໄດ້ປະກາດຢູ່ໃນກອງປະຊຸມພົບປະກັບພະນັກງານອາວຸໂສບຳນານກະຊວງຂອງຕົນ ເມື່ອມໍ່ໆມານີ້ວ່າ: ມາຮອດປັດຈຸບັນ ໂຮງໝໍຕ່າງໆຢູ່ທົ່ວປະເທດເຮົາສາມາດປະຕິບັດນະໂຍບາຍບໍລິການເກີດລູກ ແລະ ປິ່ນປົວເດັກອາຍຸຕໍ່າກວ່າ 5 ປີລົງມາໂດຍບໍ່ເສຍຄ່າບໍລິການໃດໆ, ພ້ອມໄດ້ສ້າງກອງທຶນສຳລັບຜູ້ທຸກຍາກຢູ່ 18 ແຂວງໄດ້ແລ້ວ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທຸກຍາກຂາດເຂີນໄດ້ເຂົ້າເຖິງການບໍລິການສາທາລະນະສຸກດີຂຶ້ນ.

ທ່ານ ຄຳພອນ ພຸດທະວົງ ໃຫ້ຮູ້ວ່າ: ດ້ວຍຄວາມພະຍາຍາມພັດທະນາຕົນເອງ, ມາຮອດປັດຈຸບັນຕາໜ່າງສາທາລະນະສຸກໄດ້ຂະຫຍາຍຕົວກວ້າງຂວາງ ກວມເອົາທຸກເຂດຊົນນະບົດພູດອຍຫ່າງໄກສອກຫລີກຕ່າງໆ, ຖ້າໄລ່ສະເພາະໂຮງໝໍເມືອງມີ 137 ແຫ່ງທີ່ສາມາດໃຫ້ບໍລິການກວດທ້ອງ ແລະ ຊ່ວຍເກີດລູກໄດ້, ໃນນັ້ນມີປະມານ 74% ຂອງໂຮງໝໍດັ່ງກ່າວແມ່ນສາມາດໃຫ້ບໍລິການຜ່າຕັດສຸກເສີນກະທັນຫັນໄດ້ ແລະ ຈຳນວນພະນັກງານແພດໝໍກໍນັບມື້ເພີ່ມຂຶ້ນ ໂດຍສະເລ່ຍທົ່ວປະເທດມີປະມານ 20.000 ກວ່າຄົນແລ້ວ ອັນໄດ້ຊ່ວຍໃຫ້ຂະແໜງສາທາລະນະສຸກສາມາດບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາໄດ້ເປັນຢ່າງດີ ເປັນຕົ້ນສາມາດຫລຸດຜ່ອນອັດຕາການຕາຍຂອງແມ່ຈາກ 357 ຄົນ ໃນປີ 2011 ມາເປັນ 220 ຕໍ່ 1 ແສນຄົນ ໃນປີ 2013, ອັດຕາການຕາຍຂອງເດັກລຸ່ມ 1 ປີລົງມາ ຈາກ 68 ຄົນຕໍ່ 1.000 ຄົນ ໃນປີ 2011 ມາເປັນ 62 ຄົນ ໃນປີ 2013 ແລະ ອັດຕາສ່ວນການເກີດລູກມີແພດຊ່ວຍກໍເພີ່ມຂຶ້ນຈາກ 42% ໃນປີ 2011 ມາເປັນ 58% ໃນປີ 2013 ແລະ ວຽກງານບໍລິການອື່ນໆກໍມີຄຸນນະພາບດີຂຶ້ນເຊັ່ນກັນ.

ທີ່ມາຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...