spot_img
Homeຂ່າວທ້ອງຖິ່ນມະ​ຫະ​ກຳ​ທ່ອງ​ທ່ຽວ​ແບບ​ອະນຸ​ຮັກ​ອາ​ຊຽນ ເປີດ​ເປັນ​ທາງ​ການ​ມີ 80 ກວ່າ​ພາກສ່ວນ​ຮ່ວມ​ວາງສະແດງ

ມະ​ຫະ​ກຳ​ທ່ອງ​ທ່ຽວ​ແບບ​ອະນຸ​ຮັກ​ອາ​ຊຽນ ເປີດ​ເປັນ​ທາງ​ການ​ມີ 80 ກວ່າ​ພາກສ່ວນ​ຮ່ວມ​ວາງສະແດງ

Published on

ງານມະຫະກຳການ­ທ່ອງ­ທ່ຽວແບບອະ­ນຸຮັກອາຊຽນຄັ້ງປະ­ຫວັດ­ສາດ ກໍຄືຄັ້ງທີ່ມີຄວາມໝາຍຄວາມສຳ­ຄັນຂອງ ສປປ ລາວ ໂດຍສະ­ເພາະແມ່ນຂະ­ແໜງການ­ທ່ອງ­ທ່ຽວຂອງແຂວງຈຳ­ປາສັກເຂດດິນ­ແດນແຫ່ງມົນສະເໜ່ທຳມະຊາດ ໄດ້ເປີດຂຶ້ນຢ່າງເປັນທາງການທ່າມ­ກາງຄວາມສົນ­ໃຈຈາກພາກທຸ­ລະກິດລັດ, ເອ­ກະຊົນໃນຂະ­ແໜງການ­ທ່ອງ­ທ່ຽວ ແລະທຸ­ລະກິດທີ່ກ່ຽວພັນກັບການບໍລິການ­ທ່ອງ­ທ່ຽວຂອງບັນ­ດາສະ­ມາ­ຊິກອາຊຽນເຂົ້າຮ່ວມວາງ­ສະ­ແດງ 80 ກວ່າຮ້ານ.

ພິ­ທີເປີດງານມະຫະກຳການ­ທ່ອງ­ທ່ຽວແບບອະ­ນຸຮັກອາຊຽນປີ 2016 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ  22  ມິ­ຖຸ­ນາຜ່ານມານີ້, ທີ່ໂຮງ­ແຮມຈຳ­ປາສັກແກຣນ ເມືອງປາກເຊ ແຂວງຈຳ­ປາສັກ, ໂດຍການເຂົ້າຮ່ວມເປັນປະ­ທານຂອງທ່ານ ບໍ່ແສງຄຳ ວົງດາຣາ ລັດ­ຖະ­ມົນ­ຕີກະຊວງຖະ­ແຫຼງຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວ, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳ­ປາສັກ, ທ່ານ ລິມ ຮົງຮິນ ຮອງເລາຂາທິການໃຫຍ່ອາຊຽນ, ທ່ານ ຊູຈິງ ຫົວ­ໜ້າຄະ­ນະກຳ­ມາທິການພາກພື້ນອາ­ຊີ-ປາຊິຟິກ, ອົງການ­ທ່ອງ­ທ່ຽວໂລກ, ມີບັນ­ດາລັດ­ຖະ­ມົນ­ຕີ, ຮອງລັດຖະມົນ­ຕີການ­ທ່ອງ­ທ່ຽວ, ຜູ້­ຕາງ­ໜ້າຂອງປະ­ເທດອາຊຽນ ພ້ອມດ້ວຍບັນ­ດາທ່ານແຂກຜູ້ໃຫຍ່ທີ່ກ່ຽວ­ຂ້ອງ, ບັນ­ດານັກທຸລະກິດຈາກພາກລັດ ແລະພາກເອ­ກະຊົນອາຊຽນເຂົ້າຮ່ວມ.

ທັງນີ້ ແມ່ນໜຶ່ງໃນບັນ­ດາກອງປະ­ຊຸມ ແລະກິດ­ຈະ­ກຳທີ່ສຳ­ຄັນພາຍໃຕ້ເສົາ­ຄ້ຳ ເສດ­ຖະ­ກິດອາຊຽນ, ໃນໄລ­ຍະ ສປປ ລາວ ເປັນປະ­ທານອາຊຽນ, ຊຶ່ງຈັດໂດຍກະຊວງຖະ­ແຫຼງຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວ ພາຍໃຕ້ຫົວ­ຂໍ້ “ອາຊຽນປາສະຈາກພົມແດນ, ແນວ­ທາງຍຸດທະສາດທີ່ກ້າວໄປສູ່ການ­ທ່ອງ­ທ່ຽວອະ­ນຸຮັກ ແລະເຊື່ອມໂຍງເສັ້ນ­ທາງທ່ອງທ່ຽວ” ຈຸດ­ປະ­ສົງແມ່ນເພື່ອປຶກ­ສາຫາ­ລື ແລະ ຊອກຫາແນວ­ທາງນຳໃຊ້ຊັບ­ພະ­ຍາ­ກອນ ທຳມະຊາດໃຫ້ມີຄວາມຢືນຍົງ, ນຳເອົາຜົນປະ­ໂຫຍດທາງດ້ານເສດ­ຖະ­ກິດໃຫ້ແກ່ປະ­ຊາ­ຊົນໃນທ້ອງຖີ່ນ, ໃນເຂດຊົນນະບົດເພື່ອເສີມຂະ­ຫຍາຍເຄືອຂ່າຍການພັດ­ທະ­ນາການ­ທ່ອງ­ທ່ຽວອະ­ນຸຮັກໃຫ້ເຊື່ອມໂຍງກັບເສັ້ນ­ທາງພາກໃນອະ­ນຸພາກພື້ນ.

ທ່ານ  ບຸນຖອງ ດີວິໄຊ  ກ່າວວ່າ: ແຂວງຈຳ­ປາສັກມີຄວາມສົມ­ບູນທາງດ້ານການ­ທ່ອງ­ທ່ຽວທາງປະ­ຫວັດ­ສາດ, ທຳມະຊາດ ແລະວັດ­ທະ­ນະ­ທຳເຖິງ 2016 ແຫ່ງ, ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໃນລະດັບພາກພື້ນ ແລະສາ­ກົນ ແມ່ນມໍ­ລະ­ດົກ ໂລກວັດພູຈຳ­ປາສັກ, ນ້ຳ­ຕົກ­ຕາດຄອນພະເພັງ, ບັນ­ດາເກາະ­ດອນນ້ອຍໃຫຍ່ສະ ຫຼັບຊັບ­ຊ້ອນຢັງຢາຍຕາມລຳແມ່­ນ້ຳຂອງ ເຖິງ 4000 ພັນດອນ, ຈົນໄດ້ຮັບຂະໜາມນາມວ່າ “ມະຫະນາ­ທີສີພັນດອນ ຫຼື ໄຂ່ມຸກແຫ່ງແມ່­ນ້ຳຂອງ”  ສະ­ນັ້ນ ການຈັດງານມະຫະກຳການ­ທ່ອງ­ທ່ຽວອະ­ນຸຮັກອາຊຽນຄັ້ງນີ້ ຈະເປັນໂອ­ກາດອັນດີໃຫ້ແຂວງຈຳ­ປາສັກໄດ້ປັບ­ປຸງ ແລະພັດ­ທະ­ນາວຽກງານທ່ອງທ່ຽວ-ແຫຼ່ງທ່ອງທ່ຽວ ແລະສິ່ງຮອງຮັບເພື່ອອຳ­ນວຍ ຄວາມສະ­ດວກໃຫ້ແກ່ການ­ທ່ອງ­ທ່ຽວ, ການສົ່ງ­ເສີມການມີສ່ວນຮ່ວມຂອງຊຸມຊົນ ແລະຜູ້ປະ­ກອບການເຂົ້າໃນການພັດທະນາການ­ທ່ອງ­ທ່ຽວ, ດ້ວຍການຈັດງານມະຫະກຳການທ່ອງທ່ອງທ່ຽວດ້ານຕ່າງໆທີ່ເໝາະສົມ ແລະດີຂຶ້ນເປັນກ້າວໆ.

ທ່ານ ບໍ່ແສງຄຳ ວົງດາຣາ ກ່າວວ່າ:  ກະ­ຊວງຮູ້­ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນເຈົ້າ­ພາບຈັດງານຄັ້ງທີ I ເທື່ອນີ້, ນັບຕັ້ງ­ແຕ່ການສ້າງ­ຕັ້ງເປັນປະ­ຊາຄົມເສດ­ຖະ­ກິດອາຊຽນ, ສປປ ລາວ ເປັນປະທານອາຊຽນໃນປີ 2016 ຈະສືບ­ຕໍ່ມຸ່ງມາດປາ­ຖະ­ໜາຂອງອາຊຽນພາຍໃຕ້ຫົວ­ຂໍ້ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມ­ແຂງຂອງປະ­ຊາຄົມອາຊຽນ” ຊຶ່ງເຫັນວ່າໂອ­ກາດທີ່ເໝາະສົມສຳ­ລັບປະ­ເທດອາຊຽນ ເພື່ອຮ່ວມມືກັນຢ່າງໃກ້­ຊິດໃນບັນ­ລຸວິໄສທັດໃໝ່ຂອງອາຊຽນ 2025 ແລະແຜນຍຸດທະສາດ ການ­ທ່ອງ­ທ່ຽວ 2016-2025 , ຊຶ່ງເມື່ອຮອດປີ 2025 ອາຊຽນຈະເປັນຈຸດ­ໝາຍປາຍ­ທາງການ­ທ່ອງ­ທ່ຽວທີ່ມີຄຸນນະພາບ, ໂດຍມີເອ­ກະ­ລັກ, ມີປະ­ສົບການອາຊຽນທີ່ຫຼາກຫຼາຍ ແລະຈະໄດ້ປະ­ຕິ­ບັດຕາມພາ­ລະໜ້າ­ທີ່ໃນການພັດ­ທະ­ນາການທ່ອງທ່ຽວແບບມີຄວາມຮັບ­ຜິດ­ຊອບ, ມີຄວາມຢຶນຍົງ, ແບບມີສ່ວນຮ່ວມ ແລະມີຄວາມສົມດຸນ, ເພື່ອປະ­ກອບ­ສ່ວນສຳ­ຄັນເຂົ້າໃນການສ້າງຄວາມຢູ່ດີກິນດີ ດ້ານເສດ­ຖະ­ກິດ-ສັງ­ຄົມຂອງປະ­ຊາ­ຊົນອາຊຽນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...