Homeຂ່າວການພັດທະນາສະພາພິຈາລະນາຫລາຍບັນຫາສໍາຄັນປະຈໍາເດືອນມິຖຸນາ

ສະພາພິຈາລະນາຫລາຍບັນຫາສໍາຄັນປະຈໍາເດືອນມິຖຸນາ

Published on

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດປະຈໍາເດືອນມິຖຸນາ 2016 ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນານີ້, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເພື່ອປຶກສາຫາລື ແລະ ພິຈານາຫລາຍບັນຫາສໍາຄັນຄື: ພິຈາລະນາປັບປຸງ ແລະ ຍົກເວັ້ນການປະຕິບັດມາດຕາ 13 ຂອງກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງປີ 2015, ພິຈາລະນາຮ່າງມະຕິວ່າດ້ວຍລະບຽບການເຄື່ອນໄຫວຂອງຄະນະປະຈໍາສະພາແຫ່ງຊາດ, ພິຈາລະນາຮ່າງມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະເລຂາທິການສະພາແຫ່ງຊາດ, ສະເໜີຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການກົດໝາຍ, ຍຸຕິທໍາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ແຜນການ, ການເງິນ ແລະ ການກວດສອບ, ວັດທະນະທໍາ-ສັງຄົມ, ການເຄື່ອນໄຫວຂອງກໍາມາທິການບັນດາເຜົ່າ, ຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງການເຄື່ອນໄຫວຂອງກໍາມາທິການຕ່າງປະ ເທດ, ສະຖາບັນຄົ້ນຄວ້ານິຕິກໍາ ຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ, ສະເໜີຮ່າງມະຕິຂອງຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ, ນອກນີ້ ຍັງພິຈາລະນາແຜນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ, ລາຍງານຂໍທິດຊີ້ນໍາຕໍ່ 3 ບັນຫາຂອງອົງການກວດສອບແຫ່ງລັດ, ພິຈາລະນາບັນຈຸຊັບຊ້ອນສະມາຊິກສະພາແຫ່ງຊາດຊຸດທີ VIII ເຂົ້າແຕ່ລະກໍາມາທິການ, ພິຈາລະນາແຕ່ງຕັ້ງຄະນະມິດຕະພາບສະມາຊິກລັດຖະສະພາລະຫວ່າງສະພາແຫ່ງຊາດລາວກັບລັດຖະສະພາຕ່າງປະເທດ ແລະ ບັນຫາສາຄັນອື່ນໆຈໍານວນໜຶ່ງ.

 

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...