spot_img
Homeຂ່າວການສຶກສາລັດຖະມົນຕີສຶກສາລົງເປີດການສອບເສັງຈົບຊັ້ນ ມ.7 ສົກປີ 2015-2016

ລັດຖະມົນຕີສຶກສາລົງເປີດການສອບເສັງຈົບຊັ້ນ ມ.7 ສົກປີ 2015-2016

Published on

ວັນທີ 21 ມິຖຸນານີ້ ເຊິ່ງເປັນມື້ເລີ່ມຕົ້ນຂອງການສອບເສັງຈົບຊັ້ນ ມ.7 ໃນສົກຮຽນ 2015-2016 ນີ້, ລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ລົງໄປຕິດຕາມເປີດການສອບເສັງ ດັ່ງກ່າວ ຢູ່ສູນສອບເສັງ ມສ ວຽງຈັນ ເພື່ອເນັ້ນໃຫ້ຄະນະກຳມະການຄູ-ອາຈານ ແລະ ນ້ອງນັກຮຽນ ໃຫ້ເອົາໃຈໃສ່ປະຕິບັດຕາມກົດລະບຽບການສອບເສັງຢ່າງເຂັ້ມງວດ, ຮັກສາຄວາມເປັນເອກະພາບ, ລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມໂປ່ງໃສ ເພື່ອເຮັດແນວໃດໃຫ້ການສອບເສັງຄັ້ງນີ້ບັນລຸຄາດ ໝາຍວາງໄວ້.

ສຳລັບສູນສອບເສັງ ມສ ວຽງຈັນ ມີນັກສອບເສັງທັງໝົດ 1.300 ກວ່າຄົນ, ຍິງ 710 ຄົນ ທີ່ມາຈາກໂຮງຮຽນ ມ.ປາຍ ຕ່າງໆຈຳນວນ 8 ແຫ່ງ ໃນນະຄອນຫລວງວຽງຈັນ ຄືໂຮງຮຽນ ມສ ວຽງຈັນ, ຫລຽວໂຕ, ພອນສະຫວັນຊົນເຜົ່າ, ນິລະດາ, ສົດທະຈິດ, ເຈົ້າອານຸວົງ, ເພຍວັດ ແລະ ໂຮງຮຽນ ມສ ກ້າວໜ້າ.

ໃນສົກຮຽນນີ້, ທົ່ວປະເທດມີນັກຮຽນເຂົ້າສອບເສັງຈົບຊັ້ນ ມ.7 ທັງໝົດ 58.090 ຄົນ, ຍິງ 26.980 ຄົນ, ມີ 271 ສູນສອບເສັງ ແລະ ສະເພາະຢູ່ນະຄອນຫລວງວຽງຈັນມີນັກສອບເສັງ 9.500 ຄົນ, ຍິງ 4.800 ຄົນ, ມີ 22 ສູນສອບເສັງດ້ວຍກັນ ແລະ ເປັນປີທຳອິດທີ່ໄດ້ນຳໃຊ້ 4 ວິຊາຫລັກເຂົ້າ ໃນການສອບເສັງ ຄືວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ ແລະ ວິຊາປະຫວັດສາດ. ແຕ່ລະວິຊາຈະມີ 2 ຫົວບົດ ຄືເອ ແລະ ບີ ໂດຍນັກຮຽນແຕ່ລະຄົນຈະໄດ້ຈົກສະຫລາກເລືອກເອົາວ່າຕົນ ເອງຈະໄດ້ຮັບຫົວບົດປະເພດໃດ ແລະ ຄຳຕອບທັງໝົດຈະເປັນແບບປາລະໄນທີ່ເພີ່ມຈາກ 20 ຂໍ້ໃນປີ ຜ່ານມາເປັນ 50 ຂໍ້ ທີ່ນັກສອບເສັງສາມາດເລືອກຕອບໄດ້ຕາມໃຈ ເພື່ອຄວາມສາມາດອັນແທ້ຈິງຂອງຜູ້ ເຂົ້າສອບເສັງ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...