spot_img
HomeມູມໄອທີລາວChuwi ຈະເປີດໂຕແທັບເລັດຈໍ 12 ນິ້ວ ທີ່ໃຊ້ງານລະບົບ Remix OS

Chuwi ຈະເປີດໂຕແທັບເລັດຈໍ 12 ນິ້ວ ທີ່ໃຊ້ງານລະບົບ Remix OS

Published on

Chuwi ກຳລັງທີ່ຈະເປີດໂຕແທັບເລັດໂຕໃໝ່ລົງສູ່ຕະຫຼາດໃນໄວໆນີ້, ໂດຍຈຸດທີ່ໜ້າສົນໃຈຂອງແທັບເລັດເຄື່ອງນີ້ກໍຄືໃຊ້ງານລະບົບປະຕິບັດການແບບ 2-in-1. ແຕ່ວ່າໃນຕອນນີ້ນັ້ນຍັງບໍ່ມີປະກາດກຳນົດວັນທີທີ່ຈະເປີດໂຕອອກມາແຕ່ຢ່າງໃດ ແຕ່ຄາດວ່າຈະເປີດໂຕໃນຊ່ວງໄຕມາດທີ 3 ຂອງປີນີ້.

ເຖິງວ່າຈະຍັງບໍ່ມີປະກາດອອກມາຢ່າງເປັນທາງການ ແຕ່ເຮົາກໍມີຂໍ້ມູນສະເປັກຂອງໂຕເຄື່ອງຄື: ໜ້າຈໍຂະໜາດ 12 ນິ້ວ ພ້ອມດ້ວຍຄວາມລະອຽດ 2160 x 1440 ພິກເຊວ. ໃຊ້ງານຊິບປະມວນຜົນຊີຣີ Intel X5 , RAM 4GB ແລະ ພື້ນທີ່ຈັດເກັບ 64GB ສາມາດເພີ່ມ microSD ໄດ້ 128GB. ໃນດ້ານຂອງລະບົບປະຕິບັດການກໍຄືເປັນລະບົບແບບ 2-in-1 ເຊິ່ງເຮົາສາມາດເລືອກໃຊ້ລະບົບ Windows 10 ຫຼືຈະໃຊ້ລະບົບ Remix OS ທີ່ສ້າງມາຈາກ Android 6.0 Marshmallow ກໍໄດ້. ໂດຍລະບົບນີ້ຖືວ່າເປັນລະບົບທີ່ໜ້າສົນໃຈເລີຍເພາະເຮົາສາມາດໃຊ້ Windows 10 ແລະ Android OS ໄດ້ໃນເວລາດຽວກັນ.

ສຳລັບແທັບເລັດໂຕໃໝ່ຈາກ Chuwi ແມ່ນໃຫ້ແບັດເຕີຣີມາ 11000mAh ແລະຈະມີພຽງ 2 ສີໃຫ້ເລືອກຄື: Champagne Gold ແລະ Space Gray.

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...