spot_img
HomeBaby-ແມ່ແລະເດັກ6 ວິທີຊ່ວຍໃຫ້ລູກຫຼັບຍາວຕະຫຼອດທັງຄືນ

6 ວິທີຊ່ວຍໃຫ້ລູກຫຼັບຍາວຕະຫຼອດທັງຄືນ

Published on

ຜູ້ຊ່ຽວຊານດ້ານແມ່ ແລະ ເດັກກ່າວວ່າ ເດັກເກີດໃໝ່ຕັ້ງແຕ່ເກີດມື້ທຳອິດຈົນເຖິງ 3 ເດືອນ ສາມາດນອນຫຼັບໄດ້ 5-6 ຊົ່ວໂມງຕິດຕໍ່ກັນ ໂດຍທີ່ເຮົາບໍ່ຕ້ອງໃຫ້ນົມເລື່ອຍໆ ເດັກເກີດໃໝ່ມີເວລາຊີວິດຄວບຄຸມການຫຼັບ ແລະ ຕື່ນ ສ່ວນເດັກອາຸລະຫວ່າງ 6-12 ເດືອນ ສ່ວນຫຼາຍຈະບໍ່ຕື່ນນອນຕອນກາງຄືນແລ້ວ ເຊິ່ງຜູ້ເປັນພໍ່ແມ່ກໍ່ຈະໄດ້ນອນຜັກຜ່ອນຫຼາຍຂຶ້ນໃນຊ່ວງຕອນເດິກ

6 ວິທີໃຫ້ລູກນອນຫຼັບຍາວຕະຫຼອດທັງຄືນ

1.ປ່ອຍໃຫ້ລູກນອນຫຼັບດ້ວຍຕົວເອງ ມັນເປັນວິທີໜຶ່ງທີ່ເຮັດໃຫ້ລູກນອນຫຼັບຍາວຂຶ້ນ

2.ຢ່າຄິດວ່າລູກຫິວ ໃນເວລາລູກນອນບໍ່ຄວນປຸກລູກໃຫ້ຕື່ນຂຶ້ນມາກິນນົມ ຖ້າລູກຫິວລູກຫາກຈະຕື່ນຂຶ້ນມາເອງ

3.ສ້າງກິດຈະກຳປະຈຳວັນກ່ອນນອນ ໃນຊ່ວງ 4 ເດືອນທຳອິດ ລູກຈະໄດ້ປະໂຫຍດຈາກການເຮັດກິດຈະກຳກ່ອນເຂົ້ານອນເຊັ່ນ: ການອາບບນ້ຳ, ການຮ້ອງເພງກ່ອມ,…ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ລູກຫຼັບງ່າຍຂຶ້ນ ແລະ ຊ່ວຍໃຫ້ນອນເປັນເວລາ

4.ຢືດເວລາໃຫ້ນົມອອກໄປ ເດັກເກີດໃໝ່ຈະຫິວທຸກ 2-4 ຊົ່ວໂມງ ແມ່ຄວນຢືດເວລາການໃຫ້ນົມອອກໄປ ໂດຍການໃຫ້ລູກກິນນົມອີ່ມກ່ອນນອນໄດ້

5.ບໍ່ຕ້ອງຟ້າວໃຫ້ລູກກິນອາຫານແຂງ ແມ່ບາງຄົນຄິດວ່າການໃຫ້ອາຫານແຂງແກ່ລູກຈະສົ່ງຜົນດີມີປະໂຫຍດກັບລູກເຖິງແມ່ນວ່າອາຫານແຂງຈະເຮັດໃຫ້ລູກມີອາການຫິວຕອນກາງຄືນໜ້ອຍລົງກໍ່ຕາມ ແຕ່ອາດສົ່ງຜົນເສຍຕໍ່ລະບົບທາງເດີນອາຫານຂອງລູກໄດ້ ເຊິ່ງອາຫານແຂງຄວນໃຫ້ລູກກິນຕອນອາຍຸ 6 ເດືອນຂຶ້ນໄປ

6.ສັງເກດພຶດຕິກຳລັງລູກ ຜູ້ເປັນແມ່ຄວນຈົດຕາຕະລາງເວລາໃຫ້ນົມລູກ ເວລານອນຂອງຂອງລູກ ສັງອາການ ພຶດຕິກຳຂອງລູກເວລາຫາວນອນເຊັ່ນ: ການຫາວ, ການຊີຕາ, ອາການເຫຼົ່ານີ້ຈະຊ່ວຍໃຫ້ແມ່ເຂົ້ານອນໃນເວລາທີ່ຖືກຕ້ອງໄດ້

 

ທີ່ມາ: http://www.maerakluke.com/topics/8367

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...