Home​ຂ່າວບັນເທິງເສົ້າ "ແອນຕັນ ເຢລຊິນ" ດາລາດັງຈາກເລື່ອງ "Star Trek" ເກີດອຸບັດຕິເຫດເສຍຊີວິດ

ເສົ້າ “ແອນຕັນ ເຢລຊິນ” ດາລາດັງຈາກເລື່ອງ “Star Trek” ເກີດອຸບັດຕິເຫດເສຍຊີວິດ

Published on

ຂ່າວບັນເທີງຕ່າງປະເທດ ກັບ ລາວໂພສຕ໌ ວັນນີ້ເຮົາຈະມາອັບເດດວົງການບັນເທີງທາງຮໍລີວູດ ກັນແນ່ ເລີ່ມດ້ວຍຂ່າວການເສຍຊີວິດຂອງ “ແອນຕັນ ເຢລຊິນ” ດາລາດັງຈາກເລື່ອງ “Star Trek” ເກີດອຸບັດຕິເຫດທາງລົດຍົນ

221520

ວົງການບັນເທີງ ຮໍລີວູດ ຕ້ອງພົບຂ່າວຊັອກອີກຄັ້ງ ຫຼັງມີລາຍງານວ່າ ແອນຕັນ ເຢລຊິນ ນັກສະແດງໜຸ່ມອານາ ຄົດໄກຈາກຮູບເງົາເລື່ອງ “Star Trek” ແລະ “Alpha Dog” ເສຍຊີວິດໃນໄວອາຍຸພຽງ 27 ປີ ຈາກອຸບັດຕິເຫດທາງລົດ ເມື່ອຕອນເຊົ້າຂອງວັນທີ 19 ມິຖຸນາ 2016 (ຕາມເວລາທ້ອງຖິ່ນ) ຈາກການຢືນຢັນຂອງຕົວແທນດາລາໜຸ່ມສາຍເລືອດຣັສເຊຍ

6015

ຂະນະດຽວກັນເຈົ້າໜ້າທີ່ຕຳຫຼວດໃນລອສແອງເຈີລິສ ເຜີຍວ່າຮ່າງຂອງ ແອນຕັນ ເຢລຊິນ ຕິດຢູ່ກັບລົດຂອງລາວເອງເຊິ່ງລາວຂັບມາຈາກເຮືອນໃນສະຕູດີໂອ ຊີຕີ້ ໂດຍກ່ອນໜ້ານີ້ເພື່ອນໆຂອງລາວຕ່າງເປັນຫ່ວງດາລາໜຸ່ມຄົນນີ້ຫຼາຍ ຫຼັງຈາກທີ່ລາວບໍ່ໄດ້ມາປະກົດຕົວຮ່ວມກັບທີມງານຕາມທີ່ນັດໝາຍກັນໄວ້  ສຸດທ້າຍກໍ່ມີເພື່ອນຄົນໜຶ່ງຂອງລາວໄດ້ໄປພົບແຕ່ຮ່າງທີ່ໄຮ້ວິນຍານຕິດຢູ່ລະຫວ່າງລົດຂອງລາວເອງກັບຕູ້ໄປສະນີ

“ສິ່ງທີ່ປະກົດໃຫ້ເຫັນກໍ່ແມ່ນລາວໄດ້ເສຍຊີວິດຢູ່ດ້ານຫຼັງຂອງລົດລາວເອງ ເບື້ອງຕົ້ນຕຳຫຼວດສັນນິຖານວ່າ ລົດອາດຈະໄຫລຈາກທີ່ສູງສັນມາກະແທກຕົວຂອງ ແອນຕັນ ເຢລຊີ ແລ້ວໄປອັດເຂົ້າຕູ້ໄປສະນີ ຈົນເສຍຊີວິດ ແຕ່ຕຳຫຼວດກໍ່ຍັງຈະສືບຫາສາເຫດທີ່ແທ້ຈິງຂອງການເສຍຊີວິດຂອງດາລາໜຸ່ມຄົນນີ້ຕໍ່ໄປ

ທີ່ມາ: http://www.siamdara.com/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...