spot_img
Homeນານາສາລະອຸປະສັກໃນການເລີ່ມຕົ້ນເຮັດທຸລະກິດສ່ວນຕົວ

ອຸປະສັກໃນການເລີ່ມຕົ້ນເຮັດທຸລະກິດສ່ວນຕົວ

Published on

ການເຮັດທຸລະກິດສ່ວນຕົວເປັນຄວາມຝັນຂອງຄົນຫລາຍຄົນ ແຕ່ບາງຄັ້ງເສັ້ນທາງທຸລະກິດກໍ່ບໍ່ງ່າຍດາຍແບບຝັນເພາະກວ່າໄປເຖີງຝັນທີ່ເອີ້ນວ່າຄວາມປະສົບຜົນເລັດ ກໍ່ອາດຈະພົບອຸປະສັກຈົນເຮັດໃຫ້ທຸລະກິດຕ້ອງສະດຸດໄປຈົນເຖີງຂັ້ນຕ້ອງປິດກິດຈະການໄດ້ເຊີ່ງສາເຫດຫລັກໆທີ່ເຮັດໃຫ້ທຸລະກິດອັນທຳອິດຕ້ອງລົ້ມລົງມີຫຍັງແນ່ເຮົາຈະລອງມາເບີ່ງ

1. ບໍ່ມີທີ່ປືກສາທີ່ດີ
ຄົນສ່ວນຫລາຍເຈັ້ງເພາະເລືອກທີ່ປຶກສາຄົນໃນລະດັບດຽວກັນທີ່ຍັງບໍ່ເຄຍເຮັດທຸລະກິດເລີຍເຮັດໃຫ້ນອກຈາກຈະຂາດແນວທາງທີ່ດີແລ້ວຍັງຂາດຄວາມເຂົ້າໃຈນຳບັນຫາທີ່ຖືກຕ້ອງ

2. ເລືອກຄົນຜິດ
ຫລາຍຄົນຕັດສິນໃຈເຮັດທຸລະກິດເທື່ອທຳອິດດ້ວຍຄວາມບໍ່ເຊື່ອຫມັ້ນ ເລີຍດຶງເອົາຄົນອື່ນມາຮ່ວມທຸລະກິດນຳ ປະເດັນການຫາຫຸ້ນສ່ວນບໍ່ແມ່ນເລື່ອງທີ່ຜິດ ແຕ່ສີ່ງທີ່ເຮັດໃຫ້ທຸລະກິດເຈັ້ງແທ້ໆແມ່ນເລື່ອງຂອງຜົນປະໂຫຍດ ເພາະບໍ່ໄດ້ຕົກລົງກັນມາແຕ່ຕົ້ນຫລືບາງຄົນກໍ່ຖື້ມວຽກທີ່ເຮັດ ຫຸ້ນສ່ວນບາງຄົນກໍ່ໄປຜິດກັບລູກຄ້າຫລືມີຄວາມຄິດເຫັນທີ່ຕ່າງກັນ

3. ໃຊ້ເງີນຄົນອື່ນລົງທືນ
ຈຸດນີ້ຈະຂັດແຍ່ງກັບຄວາມເຊື່ອຂອງຫລາຍຄົນເພາະຄົນສ່ວນຫລາຍແລະຫນັງສືຫລາຍເຫລັ້ມສອນໃຫ້ໃຊ້ເງີນຄົນອື່ນ ແຕ່ສາເຫດທີ່ເຮັດໃຫ້ເຈັ້ງເພາະການເອົາເງີນຄົນອື່ນມາເຮົາຈະເບີ່ງບໍ່ເຫັນຄຸນຄ່າຂອງເງີນບໍ່ຮູ້ວ່າສີ່ງທີ່ເອົາມາລົງມີມູນຄ່າຫລາຍປານໃດ( ເອົາເງີນພໍ່ແມ່ມາລົງທືນ)ຫລືຖ້າບາງຄົນກູ້ເງີນມາເຮັດກໍ່ຈະເຮັດໃຫ້ມີດອກເບ້ຍທີ່ເປັນຄ່າໃຊ້ຈ່າຍທີ່ສູງໄດ້ ໂດຍສະເພາທຸລະກິດທີ່ເຮົາເຮັດຄັ້ງທຳອິດ

4. ອາຍທີ່ຈະຂາຍເຄື່ອງ
ຄົນທີ່ເລີ່ມເຮັດທຸລະກິດຄັ້ງແລກສ່ວນຫລາຍຈະອາຍບໍ່ກ້າທີ່ຈະມາເປັນພະນັກງານຂາຍເອງ ບໍລິສັດຈະບໍ່ສາມາດໃຫຍ່ແລະມີລາຍຮັບໄດ້ຖ້າບໍ່ມີລະບົບຂາຍທີ່ດີ ແລະບໍລິສັດນ້ອຍໆທີ່ຫາກໍ່ເລີ່ມຕົ້ນໃຫມ່ຈະໃຫຍ່ໄດ້ແນວໃດ ຖ້າການຂາຍຖືກລະເລີຍ

5. ຊຳ້ຊາກ
ຄົນສ່ວນຫລາຍເຫີ່ເຮັດສີ່ງທີ່ຫລາຍຄົນວ່າດີ ແລະທຸລະກິດທີ່ຄົນເຈັ້ງຫລາຍທີ່ສຸດໃນປີ2015-2016ກໍ່ແມ່ນຮ້ານຂາຍກາເຟ ເພາະຫລາຍຄົນເຫັນວ່າການຂາຍກາເຟແມ່ນສີ່ງທີ່ຫລາຍຄົນກິນແຕ່ມັນກໍ່ເຈັ້ງ

6. ຄິດວ່າເງີນທຸລະກິດຄືເງີນໂຕເອງ
ສ່ວນຫລາຍກຳໄລຂອງທຸລະກິດຖືກເອົາມາໃຊ້ກັບເລື່ອງສ່ວນໂຕ ແລະເຮັດໃຫ້ກຳໄລເປັນຂາດທືນ

7. ຫາລູກນ້ອງດີໆບໍ່ໄດ້
ໃນຍຸກນີ້ຫລາຍໆເຈົ້າຂອງຕ້ອງລົງໄປເຮັດເອງເຊີ່ງກຳໄລທີ່ໄດ້ບໍ່ຄຸ້ມກັບຄ່າໂຕຂອງຕົວເອງ ເຮັດໃຫ້ຕ້ອງປິດໄປ ບາງຄົນໄດ້ລູກນ້ອງແຕ່ເອົາລູກນ້ອງມາປຸບຍອດຂາຍຕົກ ເພາະລູກນ້ອງທີ່ຖືກຈ້າງສ່ວນຫລາຍບໍ່ໄດ້ຮັບການຝຶກທີ່ດີພໍແລະສ່ວນຫລາຍ ທຸລະກິດເລີ່ມຕົ້ນໃຫມ່ມັກຈ້າງຄ່າແຮງຂັ້ນຕຳ່ເຮັດໃຫ້ຄຸນນະພາບແຮງການກໍ່ໄດ້ຂັ້ນຕຳ່ໄປນຳ ການເວົ້າຈາແລະປະຕິບັດກັບລູກຄ້າກໍ່ບໍ່ຄ່ອຍດີເພາະເຂົາບໍ່ເຂົ້າໃຈ ແລະຫນັກເລີຍລູກນ້ອງກໍ່ເປັນຂີ້ລັກ

8. ອີໂກ້ແຮງ
ການເປັນພະນັກງານກິນເງີນເດືອນເຈົ້າຈະງໍ້ຫລືບໍ່ງໍ້ລູກຄ້າກໍ່ໄດ້ເພາະເຈົ້າບໍ່ໄດ້ເສີຍຫາຍແຕ່ເປັນບໍລິສັດທີ່ເສີຍຫາຍ ແຕ່ການເລີ່ມຕົ້ນເຮັດທຸລະກິດໃຫມ່ຈຳເປັນຕ້ອງງໍ້ລູກຄ້າຢ່າງຫນັກ ການບໍ່ສົນໃຈລູກຄ້າຖືເປັນເລື່ອງອັນຕະລາຍ

9. ຂາດຄວາມຫມັ້ນໃຈກາງທາງ
ເວລາທີ່ເຮັດຫຍັງແລ້ວບໍ່ເປັນໄປຕາມທີ່ຕັ້ງໃຈໄວ້ ຫລາຍຄົນຈະທໍ້ໃຈແລະຂາດຄວາມຫມັ້ນໃຈ ຖ້າຂາດຄວາມເຊື່ອຫມັ້ນບັນຫານ້ອຍກໍ່ຈະເປັນບັນຫາໃຫຍ່

10. ປະສົບສີ່ງທີ່ບໍ່ຄາດຝັນ
ນ້ຳຖ້ວມ ພະຍຸເຂົ້າ ຫຸ້ນສ່ວນຜິດກັນ ລູກນ້ອງຖີ້ມຮ້ານ ລູກຄ້າໂວຍວາຍລ້ວນແຕ່ເປັນສາເຫດທີ່ບໍ່ຄາດຄິດລ່ວງຫນ້າໄວ້ໄດ້ ຄົນທີ່ບໍ່ມັກແກ້ບັນຫາຈະບໍ່ຜ່ານຂໍ້ນີ້ໄປໄດ້

11. ສັດທາໃນເງີນທາງອ້ອມຫລາຍໂພດ (Passive Income)
ຫນັງສືແລະນັກສຳມະນາຫລາຍຄົນເອົາຄຳວ່າ Passive Income ມາໃຊ້ຢ່າງສວຍຫລູ ປູກຝັງໃຫ້ຫລາຍຄົນທີ່ເຮັດທຸລະກິດບໍ່ລົງມືເຮັດເອງ ແຕ່ອາໃສລູກນ້ອງເຮັດແທນເຊີ່ງສ່ວນຫລາຍຖ້າລະບົບເຈົ້າບໍ່ດີມັນໄປບໍ່ຮອດ

12. ບໍ່ມີເວລາ
ການບໍ່ມີເວລາແມ່ນຂໍ້ອ້າງຊະນິດຫນື່ງທີ່ເຮັດໃຫ້ທຸລະກິດເຈັ້ງ ໂດຍສະເພາະແມ່ນທຸລະກິດຂາຍເສື້ອຜ້າແລະເຄື່ອງຍ່ອຍຕ່າງໆທີ່ເຈົ້າຂອງເປັນຄົນເຮັດເອງ ແລະເຈົ້າຂອງທຸລະກິດກໍ່ມັກຈະປິດຮ້ານເພື່ອໄປວຽກນອກເຊັ່ນ ພາພໍ່ໄປໂຮງຫມໍພາລູກໄປກິລາ ໄປຮັບຫມູ່ຢູ່ສະຫນາມບິນ ຍ້າຍບ້ານ ລູກໄຂ້ ແມ່ເຈັບ ເຫດຜົນເຫລົ່ານີ້ກໍ່ລ້ວນແລ້ວແຕ່ເປັນເຫດຈຳເປັນ ແຕ່ມັນກໍ່ເປັນເຫດໃຫ້ທຸລະກິດເຈັ້ງເພາະລູກຄ້າບໍ່ສາມາດຄາດຫວັງກັບການດຳເນີນທຸລະກິດ

13. ດູຖູກທຸລະກິດຕົນເອງ
ບາງຄົນຮຽນສູງຢາກເປີດຮ້ານກາເຟແຕ່ບໍ່ເຄີຍລົງມືເຮັດເອງ ເພາະເຂົາຮູ້ສຶກວ່າມັນບໍ່ສົມສັກສີການຮຽນຂອງເຂົາ ທີ່ຈິງແລ້ວເຮົາຄວນຈະຮຽນຮູ້ທຸກຂັ້ນຕອນຂອງທຸລະກິດເພື່ອຮັບຮູ້ເຖິງລາຍລະອຽດແລະບັນຫາ ການຫາເງີນໄດ້ດ້ວຍຕົນເອງແລະການມີກິດຈະການຂອງຕົນເອງເປັນເລື່ອງມີກຽດບໍ່ວ່າຈະເປັນທຸລະກິດນ້ອຍຫລືໃຫຍ່

14. ລົງທຶນບໍ່ຈົບ
ການທີ່ທຸລະກິດໃດກໍ່ຕາມທີ່ຕ້ອງລົງທືນເພີ້ມຕະຫລອດທຸລະກິດນັ້ນບໍ່ຫນ້າຈະລອດ ເຖິງວ່າເຫດຜົນຂອງເຮົາອາດແມ່ນເຮັດໃຫ້ທຸລະກິດສວຍງາມແລະດູດີຢູ່ສະເຫມີກໍ່ຕາມ ຍົກເວັ້ນແຕ່ການເອົາກຳໄລຂອງທຸລະກິດມາຕໍ່ຍອດເພື່ອບຳລຸງຮັກສາແລະຂະຫຍາຍມັນໃນໂຕ ຫລືເຮົາຕ້ອງການຂະຫຍາຍກຸ່ມລູກຄ້າໃຫມ່

15. ຄິດວ່າການເລີ່ມຕົ້ນທຸລະກິດຄືຄວາມສຳເລັດ
ຫລາຍຄົນຫລົງຄິດວ່າໂຕເອງປະສົບຜົນສຳເລັດແລ້ວຫລັງຈາກທີ່ເລີ່ມຕັດສິນໃຈເຮັດທຸລະກິດ ທີ່ຈິງແລ້ວເຈົ້າຫາກໍ່ຍ່າງຂື້ນເວທີມີຄົນເບີ່ງ ແລະເຮົາຕ້ອງໂຊທ່າຊົກທີ່ເປັນເອກະລັກແລະການຫລົບຫລີກຫມັດຈາກທຸລະກິດທີມີຢູ່ເດີມ ກັບກັນຫລາຍຄົນຄິດວ່າພໍແຕ່ຂຶ້ນເວທີເຮົາຄືຜູ້ຊະນະລືມຊົກຜູ້ຕໍ່ສູ້ແລະລືມກາດກຳປັ້ນໄວ້ ສຸດທ້າຍຖືກນ໋ອກ

16. ທຸກຢ່າງຄືຄວາມຜິດຂອງຄົນອື່ນ
ການໂທດຄົນອື່ນເປັນເລື່ອງທີ່ງ່າຍທີ່ຈະເຮັດໃຫ້ເຮົາບໍ່ຮູ້ສຶກຜິດ ແຕ່ຄົນທີ່ປະສົບຜົນສຳເລັດຈະໂທດຕົນເອງເປັນອັນດັບທຳອິດທັງຫມົດ

17. ຫມົດແຮງກ່ອນຮອດເສັ້ນໄຊ
ຫລຍຄົນເຮັດຍ້ອນຢາກເຮັດ ພໍເຮັດແລ້ວກໍ່ເກີດອາການຂີ້ຄ້ານ ຖ້າເຈົ້າເລືອກສີ່ງທີ່ເຈົ້າມັກເຈົ້າຈະບໍ່ມີອາການຂີ້ຄ້ານບໍ່ຢາກເຮັດແລະເຫດຜົນຫນື່ງທີ່ເຮັດໃຫ້ເຈົ້າຮູ້ສຶກຂີ້ຄ້ານສະແດງວ່າເຈົ້າຍັງບໍ່ໄດ້ມີເປົ້າຫມາຍໃນຊີວິດທີ່ຢາກໄປໃຫ້ເຖິງນັ້ນເອງ ການບໍ່ຍອມແພ້ຄືຫົນທາງຂອງນັກສູ້ແລະນັກສູ້ເທົ່ານັ້ນເຖິງຈະມີຊີວິດລອດຈາກສະຫນາມຮົບນີ້ໄດ້ນັ້ນຄືສະຫນາມຮົບແຫ່ງທຸລະກິດ

 ທີ່ມາ: ເຟສບຸກ ນັກທຸລະກິດມືໃຫມ່ entrepreneur

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...