spot_img
Homeຂ່າວຕ່າງປະເທດຢູເອັນກັງວົນວິກິດການດ້ານມະນຸດສະທຳໃນເມືອງຟັດລູຈາຫ໌ ປະເທດອີຣັກ

ຢູເອັນກັງວົນວິກິດການດ້ານມະນຸດສະທຳໃນເມືອງຟັດລູຈາຫ໌ ປະເທດອີຣັກ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຟັດລູຈາຫ໌ ປະເທດອີຣັກ ເມື່ອວັນທີ 20 ມິຖຸນາ 2016 ວ່າ ສຳນັກງານໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (ຢູເອັນເອຊຊີອາຣ) ລາຍງານເມືອ່ວັນອາທິດວ່າ ເຖິງແມ່ນວ່າກອງທັບອີຣັກຈະປະສົບຄວາມສຳເລັດໃນການຢຶດພື້ນທີ່ເມືອງ ຟັດລູຈາຫ໌ ເຊິ່ງເປັນເມືອງທີ່ສຳຄັນທາງຕະເວັນຕົກຂອງປະເທດ ກັບຄືນຈາກກຸ່ມໄອເອສ ແລ້ວກໍ່ຕາມ ແຕ່ປະຕິບັດການທີ່ເປີດສາກເມື່ອເດືອນທີ່ຜ່ານມາສົ່ງຜົນໃຫ້ປະຊາຊົນອົບພະຍົກອອກຈາກເມືອງຫຼາຍກວ່າ 84,000 ຄົນ ແລ້ວມີແນວໂນ້ມເພີ່ມຂຶ້ນອີກ ຈາກລາຍງານຂອງສະພາຜູ້ລີ້ໄພນໍເວຍ໌ (ເອັນອາຣຊີ) ທີ່ລະບຸວ່າ ມີປະຊົາຊົນລົບໜີອອກຈາກເມືອງຫຼາຍເຖິງ 30,000 ຄົນພາຍໃນ 72 ຊົ່ວໂມງທີ່ຜ່ານມາ

news_hUuXLcSnBm080713_533

ທັງ ອົງການ ຢູເອັນເອຊຊີອາຣ ແລະ ເອັນອາຣຊີ ພະຍາຍາມຢ່າງໜັກໃນການບໍລິຫານຈັດການວິກິດດ້ານມະນຸດສະທຳ ໃນຄັ້ງນີ້ໃຫ້ລຸລ່ວງໄປດ້ວຍດີ ແຕ່ໄດ້ຮຽກຮ້ອງໃຫ້ລັດຖະບານອີຣັກເພີ່ມຄວາມຊ່ວຍເຫຼືອເຊັ່ນດຽວກັນ ໂດຍຍົກຕົວຢ່າງສະພາບເຫດການທີ່ຄ້າຍຜູ້ລີ້ໄພທີ່ ອັມຣິຢັດ ອັລ-ຟັດລູຈາຫ໌ ເຊິ່ງມີຜູ້ອາໃສຢູ່ຢ່າງແອອັດຫຼາຍເຖິງ 1,800 ຄົນ ແຕ່ມີຫ້ອງນ້ຳສຳລັບແມ່ຍິງພຽງຫ້ອງດຽວ ແລະ ການແບ່ງປັນນ້ຳດື່ມໃນພາບລວມແມ່ນເລີ່ມບໍ່ພຽງພໍແລ້ວ ຢ່າງໃດກໍ່ຕາມ ທາງທຳນຽມນາຍົກລັດຖະມົນຕີ ອີຣັກ ໄດ້ອອກເຜີຍແຜ່ຖະແຫຼງການຂອງນາຍົກລັດຖະມົນຕີ ໄຮເດີຣ ອັລ-ອະບາດີ ເຊິ່ງໄດ້ໃຫ້ຄຳສັນຍາເລື່ອງການເພີ່ມຄວາມຊ່ວຍເຫຼືອໃນຄັ້ງນີ້ແລ້ວ

news_USuGcITCHA080707_533

news_fFIksmQakY080943_533

ທີ່ມາ: ຂ່າວເດລີນິວສ໌

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...