spot_img
Home​ຂ່າວທ່ອງທ່ຽວພະທາດສີພູມ ບ້ານສີພູມ ເມືອງຊະນະຄາມ ແຂວງວຽງຈັນ.

ພະທາດສີພູມ ບ້ານສີພູມ ເມືອງຊະນະຄາມ ແຂວງວຽງຈັນ.

Published on

ການກໍ່ສ້າງພະທາດສີພູມ ຢູ່ທີ່ເມືອງຊຽງຄານໃນລາດສະການເຈົ້າ ສຸວັນນະບັນລັງ (ແທ່ນຄຳ) ພຣະເຈົ້າແທ່ນຄຳ ຂຶ້ນຄອງລາດຊະສົມບັດນະຄອນຊຽງທອງແທນພຣະລາດຊະບິດາໃນ ຄສ 1487 ຖວາຍນາມວ່າ ພຣະເຈົ້າສຸວັນນະບັນລັງ ໃນໄລຍະຄອງລາດຢູ່ ພຣະອົງໄດ້ມີບັນຊາໃຫ້ສ້າງ ພຣະທາດສີພູມ ຂຶ້ນທີ່ເມືອງຊະນະຄາມ ເພື່ອແຖມສົມພານແດ່ພຣະບິດາ ແລະ ໃຫ້ຊາວເມືອງໄດ້ສັກກາ ລະບູຊາ.

ທາດນີ້ຕັ້ງຢູ່ວັດສິພູມ ບ້ານສີພູມ ເທດສະບານເມືອງຊະນະສົງຄາມ (ຊະນະຄາມ) ມີລວງສູງ 21,50 ແມັດ, ໃນເວລາທີ່ກໍ່ສ້າງພະທາດສີພູມຢູ່ນັ້ນ ໄດ້ມີພຣະຄູໃຫຍ່ສິງທອງ ຊ່ຽວຊານດ້ານສາສະໜາ ລົງມາແຕ່ເມືອງຈຸງເອົາເງິນຄຳຕ່າງໆໃສ່ມາພ້ອມທັງເຄື່ອງຄ້ຳຂອງຄູນຈຳນວນໜຶ່ງ ແລະ ແກ້ວສະເດັດ ປ່ອນໃສ່ບີສິມພຣະທາດ ເພື່ອແຖມສົມພານເຈົ້າໄຊຍະຈັກພັດແຜ່ນແຜ້ວ.

ເມື່ອສ້າງສຳເລັດແລ້ວ ກໍ່ກິນທານສະຫຼອງຢ່າງຄຶ້ກຄື້ນຕາມຮີດຄອງປະເພນີ ແລະ ໄດ້ຂະໜານນາມວ່າມາດສີພູມ (ນາມໂອລົດຂອງພະເຈົ້າສຸວັນນະບັນລັງ) ຜູ້ນຳພາສ້າງພຣະທາດສີພູມ ແມ່ນທະຫານເອກຂອງພຣະອົງຊື່ວ່າ ຈຳປາ ໄດ້ສ້າງຂຶ້ນໃນມື້ 7 ຄ່ຳເດືອນ 9 ປີ ຮ່ວງເຈົ້າ ຈສ 842 (ແຕ່ຈາລຶກໄວ້ໃນພະພຸດທະຮູບຟອກເງິນຟອກຄຳທີ່ຂຸດຄົ້ນໃນບໍລິເວນອ້ອມພະທາດໃນ ຈສ 839) ແລະ ໄດ້ຫົດສົງບູຊາຈາກລຸ້ນສູ່ລຸ້ນ ຈົນເຖິງທຸກວັນນີ້.

ຮຽບຮຽງຂໍ້ມູນຈາກປຶ້ມພູມປັນຍາທ້ອງຖິ່ນ.
ໂດຍ: ນັກຂ່າວເສດຖະກິດ-ການຄ້າ.
ຮູບປະກອບຈາກ ຊາວເມືອງຊະນະຄາມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...