spot_img
Homeຂ່າວການພັດທະນາເສັ້ນທາງໜອງບຶກໄດ້ຮັບການປັບປຸງໃຫ້ສາມາດສັນຈອນສະດວກໃນຊ່ວງໄລຍະໜ້າຝົນ

ເສັ້ນທາງໜອງບຶກໄດ້ຮັບການປັບປຸງໃຫ້ສາມາດສັນຈອນສະດວກໃນຊ່ວງໄລຍະໜ້າຝົນ

Published on

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ດຳເນີນການປັບປຸງສ້ອມແປງ ເສັ້ນທາງ ໜອງບຶກ-ໜອງພະຍາ-ຕານມີໄຊ ເພື່ອໃຫ້ປະຊາຊົນ ກໍຄື ຜູ້ນຳໃຊ້ລົດໃຊ້ຖະໜົນ ໄດ້ສັນຈອນໄປມາສະດວກສະບາຍຂຶ້ນກວ່າເກົ່າ. ເພື່ອລໍຖ້າລັດຖະບານຄົ້ນຄວ້າພິຈາລະນາອະນຸມັດໃຫ້ມີການກໍ່ສ້າງເສັ້ນທາງດັ່ງກ່າວ ໃຫ້ມີມາດຕະຖານໃນອະນາຄົດອັນໃກ້ນີ້.

ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ຕາມແຜນການຂອງລັດຖະບານ ໃນເບື້ອງຕົ້ນແມ່ນໂຄງການດຽວກັນ ກັບໂຄງການກໍ່ສ້າງທາງ ແຕ່ສີ່ແຍກໄຟອຳນາດດົງໂດກ (ທາງ13 ໃຕ້) ຫາສາມແຍກສີເກີດໜອງບຶກ (ເສັ້ນທາງ 13 ເໜືອ) ແຕ່ດ້ວຍເຫດຜົນທາງດ້ານງົບປະມານ ຈຶ່ງບໍ່ສາມາດດຳເນີນການ

ໄດ້ຕາມແຜນ, ມີພຽງການກໍ່ສ້າງໂຄງການໄລຍະ 1 ແຕ່ສີ່ແຍກໄຟອຳນາດດົງໂດກ ຫາ ສີ່ແຍກໄຟອຳນາດຕານມີໄຊ ມີຄວາມຍາວເກືອບ 3 ກິໂລແມັດ. ສ່ວນທີ່ເຫລືອແຕ່ສີ່ແຍກໄຟອຳນາດຕານມີໄຊ ຫາສາມແຍກໜອງບຶກ ໃນແຕ່ລະປີກໍມີການປັບປຸງສ້ອມແປງ ຫລັງຈາກລະດູຝົນໄດ້ສິ້ນສຸດລົງ, ແຕ່ໃນປີນີ້ ເສັ້ນທາງສາຍນີ້ໄດ້ມີການເປ່ເພໜັກກວ່າທຸກປີ ຍ້ອນມີພາຫະນະທຽວຫລາຍຂຶ້ນ ອັນໄດ້ສ້າງຄວາມຫຍຸ້ງ ຍາກໃຫ້ປະຊາຊົນ ທັງເກີດມີຫາງສຽງຈົ່ມວ່າຕະຫລອດມາ.

ການສ້ອມແປງຄັ້ງນີ້ ຈະຊ່ວຍໃຫ້ການສັນຈອນໄປມາໄດ້ສະດວກຂຶ້ນກວ່າເກົ່າ, ພ້ອມຮຽກຮ້ອງເຖິງຜູ້ໃຊ້ລົດ ໃຊ້ຖະໜົນໃຫ້ຂັບຂີ່ດ້ວຍຄວາມລະມັດລະວັງຄ່ອຍໄປຄ່ອຍມາ ແລະ ຂໍໃຫ້ປະຊາຊົນ ຈົ່ງອົດໃຈລໍ, ເນື່ອງຈາກລັດຖະບານ ພວມຄົ້ນຄວ້າຫາແຫລ່ງທຶນມາກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ມີມາດຕະຖານດີ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...