spot_img
Homeຂ່າວທ້ອງຖິ່ນຄຳ​ມ່ວນ ເຝົ້າ​ລະວັງ​ພະຍາດຕາມ​ລະດູ​ການ

ຄຳ​ມ່ວນ ເຝົ້າ​ລະວັງ​ພະຍາດຕາມ​ລະດູ​ການ

Published on

ທ່ານ ສີສະ­ຫວາດ ພະ­ນັດດາ ຫົວ­ໜ້າຂະ­ແໜງອະ­ນາ­ໄມ ແລະ ສົ່ງ­ເສີມສຸ­ຂະ­ພາບທີ່ຂຶ້ນກັບພະແນກສາ­ທາ­ລະ­ນະສຸກແຂວງຄຳມ່ວນ ໃຫ້ຮູ້ວ່າ: ກ່ຽວກັບການຕ້ານ ແລະປ້ອງກັນພະ­ຍາດທີ່ຈະ ເກີດຂຶ້ນໃນຊ່ວງໄລ­ຍະລະ­ດູ­ຝົນນີ້ ເພື່ອປ້ອງກັນພະ­ຍາດທີ່ມັກເກີດຕາມລະ­ດູການພະແນກສາ­ທາ­ລະ­ນະສຸກແຂວງກໍຄືພາກ ສ່ວນກ່ຽວ­ຂ້ອງ ແມ່ນໄດ້ເລີ່ມປະ­ຕິ­ບັດຕໍ່ມາດຕະ­ການ ໂດຍສະ­ເພາະກໍແມ່ນໄດ້ອອກຄຳສັ່ງແນະ­ນຳຂອງທ່ານຫົວ­ໜ້າພະແນກສາ­ທາ­ລະ­ນະສຸກ, ຫ້ອງ­ການສາທາລະ­ນະສຸກເມືອງ, ກະ­ກຽມອຸ­ປະ­ກອນ, ເຄື່ອງຟົ່ນຢາ, ຊາຍອາເບດ ແລະສື່ໂຄສະນາຕ່າງໆ, ແຕ່ງ­ຕັ້ງທີມງານຕອບໂຕ້ ໄວລົງປະ­ຈຳແຕ່ລະຈຸດຂອງບ້ານທີ່ມີ ຄວາມສ່ຽງເພື່ອຟົ່ນຢາຂ້າຍຸງລາຍ,  ພ້ອມທັງໂຄ­ສະ­ນາອະ­ທິ­ບາຍໃຫ້ພໍ່ແມ່ປະ­ຊາຊົນໄດ້ເຂົ້າ­ໃຈເຖິງພະ­ຍາດໄຂ້­ຍຸງລາຍສ່ວນເບື້ອງປິ່ນ­ປົວແມ່ນໄດ້ສຳ­ເລັດການອົບ­ຮົມ ໃຫ້ແກ່ພະ­ນັກ­ງານແພດŒໝໍຂັ້ນແຂວງ, ຂັ້ນເມືອງ.

ສະ­ເພາະແຂວງຄຳມ່ວນມາຮອດປະຈຸບັນມີພະ­ຍາດໄຂ້­ຍຸງເກີດຂຶ້ນ 41 ກໍລະນີ, ເກີດຂຶ້ນຫຼາຍກວ່າໝູ່ແມ່ນເຂດເມືອງຫີນບູນ ແລະເມືອງທ່າແຂກຕໍ່ກັບສະພາບການດັ່ງ­ກ່າວພວກເຮົາແມ່ນໄດ້ແຕ່ງຕັ້ງທີມງານຕອບໂຕ້ໄວລົງປະ­ຈຳ­ການ ເປັນທີ່ຮຽບຮ້ອຍແລ້ວ.

ສ່ວນພະ­ຍາດອື່ນໆເຊັ່ນ: ພະ­ຍາດຖອກ­ທ້ອງ, ເບື່ອອາ­ຫານແມ່ນຢູ່ໃນເກນປົກ­ກະ­ຕິ ມາຮອດປະ­ຈຸບັນພະ­ຍາດໄຂ້­ຍຸງລາຍແມ່ນມີທ່າອຽງຈະລະ­ບາດຍ້ອນຖືກຮອບວຽນຂອງພະ­ຍາດໄຂ້­ຍຸງ.

ທ່ານ ສີສະ­ຫວາດ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະ­ຊາ­ຊົນຈົ່ງເປັນເຈົ້າການໃນການຕ້ານພະ­ຍາດໄຂ້­ຍຸງລາຍ ດ້ວຍການອະ­ນາ­ໄມຂອບເຂດເຮືອນຂອງຕົນຕາມປ່າຮົກ­ເຮື້ອ ແລະເປັນເຈົ້າການປະ­ຕິ­ບັດ 5 ປ ໃນການປາບປາມ, ໄຂ້­ຍຸງລາຍ ສ່ວນຜູ້ທີ່ສົງ­ໄສວ່າຕົນເປັນ­ໄຂ້ຍຸງລາຍແມ່ນໃຫ້ຮີບພາ­ກັນມາປິ່ນ­ປົວຢູ່ໂຮງ­ໝໍ ຫຼີກລຽງການຊື້ຢາມາກິນເອງ ແລະປິ່ນ­ປົວຕາມຄລີນິກເພື່ອເຮັດແນວ ໃດຄົນເຈັບຈະໄດ້ຮັບການ­ບົ່ງ­ມະ­ຕິ ແລະ ປິ່ນ­ປົວໄດ້ທັນກັບສະ­ພາບການ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...