spot_img
Homeຂ່າວພາຍ​ໃນນາ­ຍົກ​ເຄື່ອນ​ໄຫວ​ຢ້ຽມ­ຢາມ​ແຂວງ​ອັດ​ຕະ​ປື

ນາ­ຍົກ​ເຄື່ອນ​ໄຫວ​ຢ້ຽມ­ຢາມ​ແຂວງ​ອັດ​ຕະ​ປື

Published on

ໃນວັນທີ 16 ມິ­ຖຸ­ນາ 2016 ທ່ານ ທອງລຸນ ສີສຸລິດ ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ ພ້ອມຄະ­ນະໄດ້ເຄື່ອນໄຫວຢ້ຽມ­ຢາມ ແລະເຮັດວຽກຢູ່ແຂວງອັດຕະປື, ໂດຍໄດ້ພົບປະໂອ້ລົມພະ­ນັກ­ງານການນຳ, ພະ­ນັກ­ງານຫຼັກແຫຼ່ງພາຍໃນແຂວງເພື່ອທົບທວນຄວາມເຂົ້າ­ໃຈຕື່ມກ່ຽວກັບແນວ­ທາງປ່ຽນ­ແປງໃໝ່ຂອງພັກŒລັດ ໂດຍສະ­ເພາະ ແມ່ນແຜນ­ການສືບ­ຕໍ່ຈັດຕັ້ງປະ­ຕິ­ບັດມະ­ຕິກອງປະ­ຊຸມໃຫຍ່ຄັ້ງທີ X ຂອງພັກ ແລະການ­ຈັດ­ຕັ້ງປະ­ຕິ­ບັດມະ­ຕິຄຳສັ່ງເລກທີ 15/ນຍ, ລົງ ວັນທີ 13 ພຶດ­ສະ­ພາ 2016 ໃຫ້ກ້າວໄປສູ່ຄຸນນະພາບໃໝ່ທີ່ມີຄວາມເຂັ້ມ­ແຂງ, ເດັດ­ຂາດ, ຮັບ­ປະ­ກັນການຄຸ້ມຄອງລັດໃນລະ­ດັບທ້ອງ­ຖິ່ນໃຫ້ເກີດປະສິດ­ທິຜົນ ແລະມີຜົນປະ­ໂຫຍດເພື່ອປະ­ຊາ­ຊົນຢ່າງແທ້ຈິງ.

ໃນການເດີນ­ທາງມາເຮັດວຽກຢູ່ແຂວງອັດຕະປືຄັ້ງນີ້ພາຍ­ຫຼັງທີ່ທ່ານ ທອງລຸນ ສີສຸລິດ ພ້ອມຄະ­ນະສຳ­ເລັດການຢ້ຽມ­ຢາມໂຄງ­ການລົງ­ທຶນຂອງຕ່າງ­ປະ­ເທດເຊັ່ນ:  ບໍ­ລິ­ສັດ ໂຮງ­ງານປຸງແຕ່ງໄມ້ສຳ­ເລັດຮູບ ຫຼັກ 18 ແລະໄປຢ້ຽມ­ຢາມແຫຼ່ງທ່ອງທ່ຽວທາງດ້ານວັດ­ທະ­ນະ­ທຳ (ວັດທາດພະເຈົ້າໄຊຍະເສດຖາທິລາດ) ທີ່ເມືອງໄຊເສດຖາແລ້ວ ຈາກນັ້ນ ພ້ອມຄະ­ນະຂອງທ່ານໄດ້ເຂົ້າພົບປະໂອ້ລົມພະ­ນັກ­ງານຫຼັກແຫຼ່ງ ແລະພະ­ນັກ­ງານສະ­ມາ­ຊິກພັກ ທີ່ຫໍປະ­ຊຸມໃຫຍ່ຂອງແຂວງ ຊຶ່ງກ່ອນອື່ນທ່ານໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ທ່ານ ນາມ ວິຍະເກດ ເຈົ້າ­ແຂວງໆອັດຕະປື ກ່ຽວກັບສະ­ພາບການພັດທະນາເສດ­ຖະ­ກິດŒສັງ­ຄົມຂອງແຂວງ ໃຫ້ແກ່ຄະ­ນະຂອງທ່ານນາ­ຍົກ­ລັດ­ຖະ­ມົນ­ຕີໄດ້ຮັບຊາບ ຊຶ່ງສະ­ພາບໂດຍລວມໃນຕະ­ຫຼອດໄລ­ຍະທີ່ຜ່ານມາເຫັນວ່າ ພາຍໃນແຂວງອັດຕະປື ມີສະ­ຖຽນລະພາບໜັກແໜ້ນທາງດ້ານການ­ເມືອງ, ສັງ­ຄົມມີຄວາມສະ­ຫງົບ, ປອດໄພໂດຍພື້ນ­ຖານ ພະ­ນັກ­ງານສະ­ມາ­ຊິກພັກ, ກຳ­ລັງປະ­ກອບ ອາ­ວຸດຕະ­ຫຼອດຮອດປະ­ຊາ­ຊົນບັນ­ດາ­ເຜົ່າມີຄວາມເຊື່ອໝັ້ນຕໍ່ການນຳ­ພາຂອງພັກ, ການພັດ­ທະ­ນາເສດ­ຖະ­ກິດŒສັງ­ຄົມຂອງແຂວງສືບ­ຕໍ່ຂະ­ຫຍາຍ­ຕົວຢ່າງຕໍ່ເນື່ອງ, ການຜະ­ລິດເປັນສິນ­ຄ້າຂອງປະ­ຊາ­ຊົນເຫັນວ່າ ມີບັນຍາກາດດີ, ຊີ­ວິດການເປັນຢູ່ຂອງປະ­ຊາ ຊົນມີການຫັນ­ປ່ຽນຢ່າງຈະ­ແຈ້ງອັດ­ຕາ ຄວາມ­ທຸກຍາກຂອງປະ­ຊາ­ຊົນຫຼຸດລົງ ເທື່ອລະກ້າວ.

ໃນໂອ­ກາດດັ່ງ­ກ່າວ ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີໄດ້ສະ­ແດງຄວາມຊົມ­ເຊີຍ ແລະ ຕີລາ­ຄາສູງຕໍ່ຜົນ­ສຳ­ເລັດທີ່ທາງອົງ­ຄະນະພັກແຂວງສາ­ມາດຍາດມາໄດ້ໃນຕະຫຼອດໄລ­ຍະທີ່ຜ່ານມາ ພ້ອມນີ້ທ່ານກໍຍັງໄດ້ເນັ້ນໃນບາງຂົງ­ເຂດວຽກງານທີ່ຈະຕ້ອງໄດ້ເອົາ­ໃຈ­ໃສ່. ໃນນັ້ນ ທ່ານໄດ້ຍົກໃຫ້ເຫັນເຖິງວຽກງານວັດ­ທະ­ນະ­ທຳŒສັງ­ຄົມໃຫ້ພໍ່ແມ່ປະ­ຊາ­ຊົນຮັກ­ສາມູນ­ເຊື້ອຮີດ­ຄອງປະ­ເພ­ນີອັນດີ­ງາມ, ຮັກ­ສາມູນ ເຊື້ອຄວາມດຸ­ໝັ່ນ, ຫັນ­ປ່ຽນວິ­ຖີທາງດຳ ລົງຊີ­ວິດແກ້ໄຂຄວາມ­ທຸກຍາກຂອງພໍ່ແມ່ປະ­ຊາ­ຊົນໃຫ້ດີຂຶ້ນກວ່າເກົ່າ, ຂົງ­ເຂດເສດຖະກິດແມ່ນໃຫ້ເອົາ­ໃຈ­ໃສ່ເພີ່ມທະ­ວີສູ້ຊົນ ຊອກແຫຼ່ງລາຍຮັບ, ການເກັບພາ­ສີອາ­ກອນເຂົ້າງົບ­ປະ­ມານຂອງລັດໃຫ້ບັນ­ລຸຕາມແຜນ­ການ, ການຄຸ້ມຄອງລາຍຈ່າຍ ແລະການເບີກຈ່າຍເງິນ­ເດືອນໃຫ້ພະ­ນັກ ງານຕ້ອງທ່ວງທັນກັບເວ­ລາຢ່າງເຂັ້ມງວດ, ຄຽງຄູ່ກັນນັ້ນກໍໃຫ້ເອົາ­ໃຈ­ໃສ່ເພີ່ມທະ­ວີວຽກງານປ້ອງກັນຊາດŒປ້ອງກັນຄວາມສະ­ຫງົບເອົາ­ໃຈ­ໃສ່ບັນ­ຫາການລັກ­ລອບຕັດໄມ້ ແລະການສົ່ງອອກໄມ້ທີ່ບໍ່ຖືກ­ຕ້ອງຕາມລະ­ບຽບກົດ­ໝາຍ.

ທ່ານນາ­ຍົກໄດ້ຢ້ຳຄືນໃຫ້ພະ­ນັກ­ງານ ການນຳຂອງແຂວງອັດຕະປືຕ້ອງໃຫ້ເອົາ ໃຈໃສ່ຕໍ່ການຕິດ­ຕາມກວດ­ກາການຈັດຕັ້ງປະ­ຕິ­ບັດຄຳສັ່ງເລກທີ 15/ນຍ, ລົງ ວັນທີ 13 ພຶດ­ສະ­ພາ 2016 ຫ້າມບໍ່ໃຫ້ ອະ­ນຸ­ຍາດເຄື່ອນຍ້າຍໄມ້ທ່ອນຢູ່ສະ­ໜາມ 1, ສະ­ໜາມ 2 ຫຼື ໄມ້­ຕີຕັບ, ໄມ້ແປຮູບທີ່ທາງໂຮງ­ງານໄດ້ປຸງແຕ່ງໃນທົ່ວແຂວງ ສົ່ງອອກຢາງເດັດ­ຂາດ, ລັດ­ຖະ­ບານໄດ້ ແຕ່ງ­ຕັ້ງຄະ­ນະສະ­ເພາະກິດສົມ­ທົບກັບ ແຂວງ ເພື່ອຕິດ­ຕາມກວດ­ກາ ແລະເຄັ່ງ ຄັດບໍ່ໃຫ້ບຸກ­ຄົນພາຍນອກລັກ­ລອບເຂົ້າມາຊື້ຈ້າງ, ຈອບອອຍພະ­ນັກ­ງານ ຫຼື ປະຊາຊົນ ກໍ­ລະ­ນີພົບເຫັນພະ­ນັກ­ງານ, ເຈົ້າໜ້າ­ທີ່ ຫຼື ທຸກພາກ­ສ່ວນຖ້າມີການລະ­ເມີດການລັກ­ລອບໄມ້ບໍ່ຖືກ­ຕ້ອງແມ່ນໃຫ້ຢຶດເປັນຂອງລັດ ແລະຈັດຕັ້ງປະ­ຕິ­ບັດຕາມຂັ້ນຕອນຂອງລະ­ບຽບກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...