spot_img
Homeຂ່າວການພັດທະນານັກສຶກສາ 500 ກວ່າຄົນ ແຫ່ເຂົ້າຮ່ວມ ເທສະການ ອາຫານສະໝອງ ຢ່າງໜາແໜ້ນ

ນັກສຶກສາ 500 ກວ່າຄົນ ແຫ່ເຂົ້າຮ່ວມ ເທສະການ ອາຫານສະໝອງ ຢ່າງໜາແໜ້ນ

Published on

ບັນດາ​ນັກຮຽນ-ນັກ​ສຶກສາ​ ທັງ​ພາກ​ລັດ-​ເອກະ​ຊົນປະມານ 500 ຄົນ​​ພາກັນແຫ່​ເຂົ້າ​ຮ່ວມ​ເທສະ​ການ ອາຫານສະອງ ຂຶ້ນເປັນຄັ້ງທີ 1 ​ໃນວັນທີ 17 ມີຖຸນາ 2016 ທີ່ ມະຫາວິທະຍາໄລ ແຫ່ງຊາດ ນະຄອນຫລວງວຽງຈັນ ​ເພື່ອ​​ເປີດ​ປັນຍາ ​ຫາ​ຄວາມ​ຮູ້​ໃນ​ຍຸກ​ ແຫ່ງ​ການ​ປ່ຽນ​ແປງ.

6266ພິທີເປີດງານ ເທດສະການ ອາຫານສະໜອງ ຄັ້ງທີ 1 ນີ້ໂດຍການຮ່ວມມື ລະຫວ່າງ​ມະຫາວິທະຍາ​ໄລ​ ແຫ່​ງຊາດ​ດົງ​ໂດກ ກັບ ສະມາຄົມ ນັກປະພັນລາວແລະ ພາກສ່ວນກ່ຽວຂ້ອງ ​ເຊິ່ງຈຸດປະສົງ ຂອງງານຄັ້ງນີ້ ເພຶ່ອຄຳນັບຮັບຕ້ອນ ວັນສ້າງຕັ້ງ ມະຫາວິທະຍາໄລ ແຫ່ງຊາດ ຄົບຮອບ 20 ປີ, ສົງເສີມ ແລະ ປູກຝັງນິໄສ ຮັກການອ່ານ ແລະ ຮັກການຂຽນ ໃຫ້ແກ່ ໄວໜຸ່ມ-ຊາວໜຸ່ມ ຂອງລາວ, ສືບ​ຕໍ່ສົງເສີມຜົນງານ ຂອງນັກປະພັນ, ນັກກະວີ, ນັກເວົ້າ, ຜູ້ທີເຮັດວຽກກ່ຽວຂ້ອງ ກັບ ພາສາລາວ-ວັນນະຄະດີ, ສື່ສິ່ງພິມຂອງລາວ, ອະນຸລັກຮັກສາ ພາສາລາວ ແລະ ນຳໃຊ້ພາສາລາວ ໃຫ້ຖືກຕ້ອງ.

ພ້ອມນີ້ ຍັງເປັນການຕອບສະໜອງ ການພັດທະນາ ເສດຖະກິດ-ສັງຄົມ ໂດຍສະເພາະ ການພັດທະນາ ຊັບພະຍາ ກອນມະນຸດ ຂອງຊາດໃຫ້ບັນລຸ ເປົ້າໜາຍ ສະຫະສະວັດ ແຫ່ງການພັດທະນາ ແບບຢືນຍົງ ໃນຍຸກແຫ່ງການ ເຊຶ່ອໂຍງ.

ງານດັ່ງກ່າວ ຈະໄດ້ຈັດຂຶ້ນ ເປັນເວລາ 2 ວັນ 17-18 ມີຖຸນາ 2016 ແລະ ພາຍໃນ ງານຍັງໄດ້ມີ ການສະແດງ ສິນ ລະປະ ຈາກນັກສຶກສາ ແລະ  ມີການວາງ ສະແດງ ປຶ້ມຂຽນຂອງນັກປະພັນ ທີມີຊຶ່ສຽງຕື່ມ.

ທີ່ມາ: http://kpl.gov.la/detail.aspx?id=14063

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...