Homeຂ່າວທ້ອງຖິ່ນງານສະແດງສິລະປະ ລາວ-ກຳປູເຈຍ ຈັດຂຶ້ນຢ່າງ ຍິ່ງໃຫຍ່ທີ່ວຽງຈັນ

ງານສະແດງສິລະປະ ລາວ-ກຳປູເຈຍ ຈັດຂຶ້ນຢ່າງ ຍິ່ງໃຫຍ່ທີ່ວຽງຈັນ

Published on

ງານ​ສະ​ແດງ​ສີ​ລະ​ປະວັດທະນະທຳ ມິດຕະພາບລະ​ຫວ່າງ ລາວ-​ກຳປູ​ເຈຍ ​​ໄດ້ຈັດ​ຂຶ້ນ ​ໃນ​ໂອກາດສະ​ເຫລີ​ມສະຫລອງ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ​-ກຳປູ​ເຈຍ ຄົບຮອບ 60 ປີ ຢ່າ​ງຍິ່ງ​​ໃຫຍ່ ​​ໃນ​​ວັນ​ທີ 16 ມິຖຸນາ 2016 ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍ​ມີ ທ່ານ ບໍ່​​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ທ່ານ ບົວ​​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ກະຊວງ ຖວທ, ທ່ານ ​ອົກ ສຸຈຽດ ຮອງ​ລັດຖະມົນຕີ ກະຊວງ​ວັດທະນະທຳ ​ແລະ ວິຈິດ​ສິນແຫ່ງ ຣາຊະ​ອານາຈັກກຳປູ​ເຈຍ ພ້ອມ​ຊາວ​ນະຄອນຫລວງ​ວຽງຈັນ​ເຂົ້າ​ຮ່ວມຊົມຢ່າງຄຶກຄື້ນ​ມ່ວນ​ຊື່ນ.

5070

​ເປີດ​ການສະ​ແດງ​ດ້ວຍສີ​ລະ​ປະ​​ບົດ​ເພງ ອັບ​ສະຣາ, ຕັກ​ກະ​ແຕນ, ​ໄທ​ດຳ​ເກັບ​ດອກ​ຝ້າຍ, ​ເກັບ​ກ່ຽວຜົນລະ​ປູກ ຂອງ​ຊົນ​ເຜົ່າ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ກຳ​ປູ​ເຈຍ, ຟ້ອນ​ເຊີ້ງ​ບັ້ງ​ໄຟ, ​ແສງ​ສະຫວາງ​ແຫ່ງຣາຊະ​ອານາຈັກ ກຳ​ປູ​ເຈຍ, ​ເສບ​ພື້ນ​ເມືອງ ​ແລະ ກາ​ຍະ​ສິນ.​​ ສະ​ແດງ​ໂດຍຄະນະ​ສີ​ລະ​ປະກອນ ​​ແຫ່ງ​ຣາຊະ​ອານາຈັກ ກຳປູ​ເຈຍ ​ການສະ​ແດງທີ່ເຕັມ​ໄປ​ດ້ວຍ ມູນ​ເຊື້ອ​ວັດ​ທະນະ​ທຳເກົ່າ​ແກ່ ​ແລະ ອຸດົມສົມບູນຂອງ​ປະຊາຊົນ​ກຳປູ​ເຈຍ ​​ເຊິ່ງການສະ​ແດງ​ດັ່ງກ່າວ, ​ໄດ້​ສ້າງ​ຄວາມ​ເບີກບານມ່ວນ​ຊື່ນ ​ແລະ ​ ຄວາມ​ປະ​ທັບ​ໃຈໃຫ້​ກັບ​ຜູ້​​ເຂົ້າຊົມ​​ໄດ້​ເປັນ​ຢ່າງ​ດີ.

5071

ທີ່ມາ: http://kpl.gov.la/detail.aspx?id=14071

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...