spot_img
Homeຄົມຄິດຄົມຄົນເປັນຫຍັງຈິ່ງບໍ່ລວຍຄືໝູ່! 13 ເຫດຜົນທີ່ເຮັດໃຫ້ທ່ານບໍ່ເປັນຄົນລວຍ

ເປັນຫຍັງຈິ່ງບໍ່ລວຍຄືໝູ່! 13 ເຫດຜົນທີ່ເຮັດໃຫ້ທ່ານບໍ່ເປັນຄົນລວຍ

Published on

ເປັນຫຍັງຈິ່ງບໍ່ລວຍຄືໝູ່! ຫາກສົງໃສແບບນີ້ຢູ່ຊ້ຳໆ ຕອນນີ້ທ່ານອາດຈະຕ້ອງປັບປ່ຽນນິໄສການໃຊ້ຈ່າຍເງິນຂອງທ່ານບາງຢ່າງແລ້ວ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານກັນເລີຍ

1. ເລີ່ມຕົ້ນຊ້າ ຫາກຕອນນີ້ທ່ານຍັງປ່ອຍໃຫ້ເວລາຜ່ານໄປເລື່ອຍໆໃຊ້ເງິນໄປວັນໆໂດຍບໍ່ມີຄວາມຄິດທີ່ຈະເກັບອອມເງິນໄວ້ເພື່ອອະນາຄົດ ບາງຄົນກວ່າຈະຮູ້ສຶກຕົວກໍ່ຊ້າໄປແລ້ວ ເພາະຄົນອື່ນໆເຂົາມີໝົດທຸກຢ່າງແລ້ວຕົນຈິ່ງມາເລີ່ມເກັບກວ່າຈະລວຍຄືໝູ່ບາງຄົນກໍ່ເຖົ້າແກ່ ຫຼື ບໍ່ມີໂອກາດຈະລວຍຄືຄົນອື່ນເລີຍກໍ່ມີ

2. ບໍ່ຄວບຄຸມລາຍຈ່າຍ ຫຼາຍຄົນມັກພົບກັບບັນຫາເງິນບໍ່ພໍໃຊ້ ມະນຸດເງິນເດືອນຫຼາຍຄົນມັກເງິນເດືອນໝົດກ່ອນຈະຮອດທ້າຍເດືອນ ຫຼື ຕອນເງິນເດືອນອອກໃໝ່ ຍ້ອນວ່າເວລາເງິນເດືອນອອກຕອນທຳອິດບໍ່ໄດ້ຄຳນວນຈັດສັນລາຍຈ່າຍໃຫ້ມັນພໍດີນັ້ນເອງ ຍ້ອນເຫດນີ້ຈິ່ງເຮັດໃຫ້ບາງຄົນເກີດເປັນໜີ້ຕັ້ງແຕ່ກາງເດືອນກໍມີ

3. ບໍ່ມີການແບ່ງເກັບເງິນສຸກເສີນໄວ້ໃຊ້ ການທ້ອນເງິນໄວ້ນອກຈາກຈະຊ່ວຍໃຫ້ທ່ານມີຖານະທີ່ໝັ້ນຄົງແລ້ວ ໃນຍາມສຸກເສີນເກີດເຫດບໍ່ຄາດຄິດທ່ານກໍ່ຈະມີເງິນໄວ້ໃຊ້ຈ່າຍແບບບໍ່ລຳບາກຫຼາຍ ດັ່ງນັ້ນທ່ານຄວນມີການວາງແຜນທ້ອນເງິນເດືອນບາງສ່ວນໄວ້ໃຊ້ໃນຍາມສຸກເສີນແນ່ກໍ່ດີ

4. ເອົາແຕ່ເວົ້າແຕ່ບໍ່ຍອມເຮັດ ບາງຄົນຍາມໃດກໍ່ມີແຕ່ເວົ້າວ່າຈະປະຫຍັດຂຶ້ນກວ່ານີ້ ແຕ່ກໍ່ບໍ່ເຮັດຈັກເທື່ອ ຍາມໃດກໍໍ່ໃຫ້ພຶດຕິກຳການໃຊ້ຈ່າຍເງິນແບບເດີມໆມາຄອບງຳຈິດໃຈທ່ານຢູ່ຄືເກົ່າ

5. ບໍ່ໃຫ້ຄວາມສົນໃຈກັບເງິນທີ່ໃຊ້ໄປ ທ່ານຈື່ໄດ້ບໍ່ວ່າເງິນທີ່ທ່ານເບີກມານັ້ນທ່ານໃຊ້ຈ່າຍໝົດໄປກັບສິ່ງໃດແນ່ ບໍ່ແມ່ນວ່າທ່ານເຫັນເງິນຢູ່ມືແລ້ວຢາກຊື້ຫຍັງກໍ່ຊື້ ຢາກຈ່າຍຫຍັງກໍ່ຈ່າຍ ຢາກລ້ຽງໃຜກໍ່ລ້ຽງ ຢາກໃຫ້ໃຜກໍ່ໃຫ້ ຖ້າທ່ານຍັງມີນິໄສແບບນີ້ບອກໄດ້ເລີຍວ່າທ່ານເລີກຄິດຈະເປັນຄົນລວຍຄືກັບຄົນອື່ນໄດ້ເລີຍ

6. ບໍ່ມີຄວາມອົດທົນ ຢາກໄດ້ຫຍັງກໍ່ຊື້ຕາມໃຈຕົວເອງທຸກຢ່າງ ທຸກເລື່ອງ ໂດຍບໍ່ມີການຢັບຢັ້ງຊັ່ງໃຈ ສິ່ງທີ່ມີແລ້ວກໍ່ຍັງຢາກໄດ້ອີກຊື້ອີກ ເມື່ອທ່ານບໍ່ມີຄວາມອົດທົນໃນການເກັບທ້ອນເງິນ ກໍ່ຍາກທີ່ທ່ານຈະມີເງິນເກັບໃນບັນຊີ

7. ໃຊ້ເງິນເປັນເບືອ ການໃຊ້ເງິນແບບບໍ່ຄິດ ແລະ ບໍ່ຄຳນຶງເຖິງສະພາບທາງການເງິນຂອງຕົວເອງເຊັ່ນ: ເມື່ອໄປພົບສິ່ງຂອງທີ່ຖືກໃຈ ກໍ່ຍອມໃຈອ່ອນຈົກເງິນທີ່ຈະທ້ອນໄວ້ໄປຊື້ ໄປຈ່າຍທຸກເທື່ອ ໃຊ້ຈ່າຍໄປກັບການຫຼິ້ນ, ກິນ, ທ່ຽວເມື່ອຍັງເຮັດແບບນີ້ຢູ່ເປັນປະຈຳກໍ່ຄົງຈະບໍ່ມີເງິນເກັບຈັກເທື່ອ

8. ເລືອກທາງລົງທຶນພຽງທາງດຽວ ການລົງທຶນມີຫຼາກຫຼາຍທາງໃຫ້ເລືອກ ບໍ່ວ່າຈະເປັນການຝາກເງິນເພື່ອກິນດອກເບ້ຍ ແລະ ອື່ນໆ ເພາະການລົງທຶນທາງດຽວຫາກເກີດຂາດທຶນເງິນທີ່ທ່ານມີອາດຈະສູນຫາຍໄປໝົດເລີຍ

9. ເປັນໜີ້ ໜີ້ຄືອຸປະສັກໃຫຍ່ທີ່ຄອຍຂັດຂວາງຄວາມຮັ່ງມີ ຄວາມຈະເລີນຂອງທ່ານ ເພາະເງິນທີ່ທ່ານຫາມາໄດ້ແທນທີ່ຈະເອົາໄປໄວ້ໃຊ້ໃນເລື່ອງອື່ນໆ ຫຼື ເອົາໄວ້ລົງທຶນເພື່ອສ້າງເນື້ອສ້າງຕົວ ແຕ່ກັບຕ້ອງມາໃຊ້ໜີ້ ບາງຄົນເງິນເດືອນອອກປັບລາຍການຈ່າຍໃຊ້ໜີ້ກໍ່ຍາວປານຫາງວ່າວເວົ້າມາລະເມື່ອຍໃຈ ສະນັ້ນການບໍ່ມີໜີ້ເປັນສິ່ງທີ່ດີທີ່ສຸດ

10. ຄິດແຕ່ເສຍດາຍ ບາງຄົນເງິນທີ່ຈະໄປທົງທຶນເຮັດທຸລະກິດ ຫຼື ໄປເຮັດສິ່ງທີ່ເປັນປະໂຫຍດແກ່ຊີວິດ ແມ່ນຄິດແຕ່ເສຍດາຍ ບໍ່ຢາກເອົາໄປໃຊ້ຈ່າຍ ບາດໄປກິນ, ຫລິ້ນ, ທ່ຽວ ມີເທົ່າໃດກໍ່ຈົກມາຈ່າຍຈົດໝົດ ໝົດແລ້ວກໍ່ຍັງຕິດໜີ້ຕື່ມອີກ ພຶດຕິກຳແບບນີ້ບອກເລີຍວ່າຍາກທີ່ຈະລວຍດ້ວຍຕົວເອງໄດ້ ຖ້າບໍ່ແມ່ນໄດ້ຮັບການຊ່ວຍເຫຼືອຈາກຄົນອື່ນ

11.ໃຊ້ເງິນໄປກັບການເຕີມເຕັມຄວາມຕ້ອງການຂອງຕົວເອງ ເຊື່ອວ່າມີຫຼາຍຄົນເມື່ອສາມາດຫາລາຍຮັບເຂົ້າຕົວເອງໄດ້ແລ້ວຕ້ອງຢາກໄດ້ສິ່ງທີ່ມາເຕີບເຕັມຄວາມຕ້ອງການຂອງຕົວເອງ ດ້ວຍການຊື້ສິ່ງທີ່ຕົນເອງຢາກໄດ້ໃຫ້ມັນຄືຄົນອື່ນ ເຂົາມີຫຍັງເຮົາກໍ່ຢາກມີ ມັນກໍ່ບໍ່ແມ່ນເລື່ອງຜິດດອກ ແຕ່ຂໍໃຫ້ເບິ່ງຄວາມເປັນຈິງຂອງສະພາບການເງິນຂອງຕົວເອງ ແລະ ຂໍໃຫ້ຄິດເຖິງອະນາຄົດຂ້າງໜ້າໄວ້ແນ່ກໍ່ດີ ຖ້າເຮົາຢາກເປັນຄົນລວຍເຮົາຕ້ອງຮູ້ຈັກຄຳວ່າພໍພຽງ ແລະ ຄິດເຖິງອະນາຄົດທີ່ສົດໃສໃນບັ້ນປາຍຂອງຊີວິດຈະດີກວ່າ

12. ຟັງຄົນອື່ນຫຼາຍເກີນໄປ ການຄົບໝູ່ນີ້ກໍ່ເປັນສິ່ງສຳຄັນໝູ່ບາງຄົນກໍ່ດີມັກເວົ້າເຕືອນສະຕິເຮົາໃນການໃຊ້ຈ່າຍເງິນ ແຕ່ໝູ່ບາງກູ່ມຄົນ (ເພື່ອນກິນ) ແມ່ນຈະເວົ້າໃນທາງຢຸໃຫ້ເຮົາລ້ຽງ ເຮົາຈ່າຍແທນໃຫ້ ແລະ ເວົ້າໃນທາງຫຼິ້ນ, ກິນ. ທ່ຽວໄປວັນໆແບບບໍ່ມີຈຸດໝາຍປາຍທາງ ເຊິ່ງຖ້າທ່ານຍັງຖະຫຼຳເລິກຄົບກັບຄົນຈຳພວກນີ້ຂໍບອກເລີຍວ່າບໍ່ມີວັນລວຍໄດ້ແນ່ນອນ

13. ບໍ່ມີຄວາມເຊື່ອໝັ້ນໃນຕົວເອງ
ຄົນເຮົາທຸກຄົນສາມາດລວຍໄດ້ໃນແບບສະບັບຂອງຕົວເອງ ເຮົາຕ້ອງໝັ້ນໃຈຄວາມເກັ່ງ, ຄວາມສາມາດຂອງຕົວເຮົາສະເໝີ ໃຫ້ຄິດວ່າຄົນຄືເຮົາກໍ່ລວຍໄດ້ຖ້າເຮົາຮູ້ຈັກປະຫຍັດ, ຮູ້ຈັກຫາລາຍຮັບເພີ່ມຈາກຫຼາຍທາງ ແລະ ຢ່າມົວຄິດແຕ່ວ່າຕົນເອງບໍ່ມີປັນຍາເຮັດຫຍັງຊາດນີ້ກໍ່ບໍ່ລວຍໄດ້ ຫຼື ຄິດແຕ່ວ່າຊ່ຳນີ້ກໍ່ພໍແລ້ວມີເຂົ້າກິນໄປແຕ່ລະວັນເທົ່ານີ້ກໍ່ພໍແລ້ວ ຖ້າທ່ານຍັງຄິດແຕ່ແບບນີ້ມັນເໝືອນແນວຄິດຂອງຄົນຂີ້ຄ້ານບໍ່ຢາກເຮັດບໍ່ຢາກສ້າງ ບໍ່ຢາກຮັບຄວາມກ້າວໜ້າເຂົ້າມາໃນຊີວິດ ແລະ ໄດ້ແຕ່ແນມຄົນທີ່ເຂົາລວຍແລະໄດ້ແຕ່ຄິດຕັ້ງຄຳຖາມໃນໃຈວ່າ ເຂົາເຮັດຈັ່ງໃດຈິ່ງລວຍ ຢູ່ແບບນີ້ຕະຫຼອດໄປ

 

 

ບົດຄວາມຫຼ້າສຸດ

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...