Homeຄວາມງາມວິທີແກ້ຄໍດຳ ເຮັດແບບໃດຕ້ອງອ່ານ

ວິທີແກ້ຄໍດຳ ເຮັດແບບໃດຕ້ອງອ່ານ

Published on

ຄໍດຳ ເປັນອີກໜຶ່ງບັນຫາໃຫຍ່ ທີ່ສ້າງຄວາມກັງວົນໃຈໃຫ້ໃຜຫຼາຍຄົນ ນອກຈາກຈະສົ່ງຜົນເສຍຕໍ່ບຸກຄະລິກກະພາບແລ້ວ ຍັງເຮັດໃຫ້ຂາດຄວາມໝັ້ນໃຈອີກດ້ວຍ ເຊິ່ງວັນນີ້ເຮົາກໍ່ບໍ່ພາດທີ່ຈະນຳວິທີການແກ້ຄໍດຳມາຝາກທ່ານ ເຊິ່ງຈະເປັນແນວໃດເຮົາມາອ່ານກັນເລີຍ

1. ຫລຸດນ້ຳໜັກ
ສຳລັບຄົນທີ່ມີນ້ຳໜັກຫຼາຍ ຈະສົ່ງຜົນໃຫ້ບໍລິເວນຄໍມີເນື້ອຫຼາຍກວ່າຄົນທົ່ວໄປຈິ່ງເກີດການສຽດສີໄດ້ງ່າຍ ວິທີແກ້ໄຂແມ່ນຕ້ອງຫລຸດນ້ຳໜັກລົງ ແລະ ໃຊ້ຄຣີມບຳລຸງຜິວທາຢ່າງສະໝ່ຳສະເໝີ

2. ໝັ່ນຂັດຜິວຢ່າງສະໝ່ຳສະເໝີ 
ການຂັດບໍລິເວນຄໍດຳ ແມ່ນໃຊ້ເກືອຂັດຜິວ ຫຼື ໝາກຂາມປຽກ ຂັດບໍລິເວນຄໍເປັນປະຈຳກໍ່ຈະຫຼຸດຄໍດຳລົງໄດ້

3. ນ້ຳມັນໝາກກອກ 
ພຽງນຳນ້ຳມັນໝາກກອກມາທາລົງບໍລິເວນຄໍດຳ ປະໄວ້ປະມານ 20 ນາທີ ຈາກນັ້ນກໍ່ໃຊ້ຜ້າເຊັດອອກ ເຮັດເປັນປະຈຳກໍ່ຈະຊ່ວຍຫຼຸດຄາບຄໍດຳລົງໄດ້

4. ໂທນເນີ
ໂທນເນີທີ່ໃຊ້ລ້າງໜ້າ ລ້າງເຄື່ອງສຳອາງ ສາມາດຊ່ວຍຫຼຸດຮອຍດຳທີ່ຄໍໄດ້ ວິຕາມິນຕ່າງໆທີ່ຢູ່ໃນໂທນເນີ້ຈະຊ່ວຍປັບສີຜິວໃຫ້ຂາວຂຶ້ນໄດ້

ທີ່ມາ: ເວັບໄຊ໌ ເກັດຄວາມຮູ້.ຄອມ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...