spot_img
Homeຂ່າວຕ່າງປະເທດບຣາຊິລອາດຖອນຕົວຈາກອົງກອນລະຫວ່າງປະເທດເພື່ອປະຢັດເງິນ

ບຣາຊິລອາດຖອນຕົວຈາກອົງກອນລະຫວ່າງປະເທດເພື່ອປະຢັດເງິນ

Published on

ນັກຂ່າວຣອຍເຕີອ້າງແຫລ່ງຂ່າວວ່າ ບຣາຊິລກຳລັງພິຈາລະນາເລື່ອງຖອນຕົວອອກຈາກອົງກອນລະຫວ່າງປະເທດທີ່ບໍ່ແມ່ນອົງກອນລະດັບແນວໜ້າຈຳນວນ 34 ແຫ່ງ ເພື່ອຫຼຸດຄ່າໃຊ້ຈ່າຍ.

ແຫລ່ງຂ່າວເຜີຍວ່າ ບຣາຊິລຄ້າງຊຳລະອົງກອນລະຫວ່າງປະເທດເຊັ່ນ ສະຫະປະຊາຊາດ ຫຼາຍເຖິງ 866 ລ້ານໂດລາ ເພາະຜະເຊີນວິກິດການເງິນ ລວມເຖິງນັກການທູດໃນຕ່າງປະເທດຍັງປະສົບບັນຫາໃນການຈ່າຍເງິນຄ່າເຊົ່າທີ່ພັກ ກະຊວງງົບປະມານ ແລະ ການວາງແຜນກຽມຍື່ນຂໍຖອນຕົວອອກຈາກອົງກອນລະຫວ່າງປະເທດຫລາຍແຫ່ງເຊັ່ນ ອົງການທີ່ປະຊົມສຸດຍອດປະເທດທີ່ເວົ້າພາສາແອັດສະປາຍ ແລະ ປ໋ອກຕຸຍການໃນເອີຣົບກັບປະເທດໃນທະວີບອາເມລິກາ ໜ່ວຍງານ 6 ແຫ່ງ ໃນເຂດການຄ້າເສລີອາເມລິກາໃຕ້ (ເມີໂຄຊູ) ແຕ່ຍັບໍ່ມີການຕັດສິນໃຈໃດໆ.

ຖານຖອນຕົວອອກຈາກອົງກອນລະຫວ່າງປະເທດຈະເປັນມາດຕາການຕັດຫຼຸດຄ່າໃຊ້ຈ່າຍຫຼ້າສຸດຂອງທ່ານ ໂຈເຊ ແຊຣາ ລັດຖະມົນຕີປະເທດບຣາຊິລຄົນໃໝ່ທີ່ປະກາດຈະຊຳລະໜີ້ສິນຂອງກະຊວງ ແລະ ເຮັດໃຫ້ງົບປະມານສົມດຸນ ຫລັງຈາກເມື່ອອາທິດກ່ອນໄດ້ທີ່ກະຊວງໄປແລ້ວ 46 ແຫ່ງ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...