HomeBaby-ແມ່ແລະເດັກ15 ສິ່ງທີ່ພໍ່ແມ່ຄວນເຮັດເພື່ອໃຫ້ລູກນ້ອຍຮູ້ວ່າພວກທ່ານຮັກເຂົາຫຼາຍພຽງໃດ

15 ສິ່ງທີ່ພໍ່ແມ່ຄວນເຮັດເພື່ອໃຫ້ລູກນ້ອຍຮູ້ວ່າພວກທ່ານຮັກເຂົາຫຼາຍພຽງໃດ

Published on

ພໍ່ແມ່ບາງຄົນ ອາດຈະເຂີນອາຍບໍ່ກ້າສະແດງອອກຕໍ່ລູກ ໂດຍສະເພາະເມືອລູກໃຫຍ່ຂື້ນ ຫຼື ພໍ່ແມ່ບາງຄົນຮັກລູກ ແລະ ແຕ່ບໍ່ມັກສະແດງອອກ ເພາະຄິດວ່ານີ້ເປັນສິ່ງບໍ່ຈຳເປັນ ເພາະຄິດວ່າເຖິງຢ່າງໃດລູກກໍ່ຮູ້ແລ້ວວ່າພວກທ່ານຮັກເຂົາຫຼາຍພຽງໃດ ທີ່ຈິງແລ້ວເລື່ອງນີ້ເປັນເລື່ອງທີ່ສຳຄັນຫຼາຍ ການບອກຮັກຜ່ານການກະທຳກໍ່ເປັນອີກສິ່ງໜຶ່ງທີ່ຈະເຮັດໃຫ້ຜູ້ເປັນພໍ່ແມ່ ແລະ ລູກບໍ່ຫ່າງເຫີນກັນຫຼາຍ ວັນນີ້ເຮົາລອງມາປ່ຽນທັດສະນະຄະດີດ້ວຍການເຮັດສິ່ງເຫຼົ່ານີ້ກັບລູກລອງເບິ່ງ

1.ຢ່າຫຼິ້ນໂທລະສັບເມື່ອຢູ່ກັບລູກ ທ່ານຄວນໃສ່ໃຈຖາມທຸກສຸກຂອງລູກແນ່ບໍ່ແມ່ນສົນໃຈແຕ່ໂທລະສັບ

2.ປິດໂທລະພາບ ແລະ ສື່ຕ່າງໆໄວ້ກ່ອນ ແລະ ຫັນມາຫຼິ້ນກັບລູກແທນ

3.ໃຫ້ເວລາຊ່ວງກ່່ອນນອນກັບລູກ ເຊັ້ນ: ການເລົ່ານິທານ ຫຼື ການໂອ້ລົມ

4.ສະແດງຄວາມຮັກ ເຊັ່ນ: ການຈັບບ່າເບົາໆ ການລູບຫົວເບົາໆ ການກອດ ການຫອມ

5.ໃຊ້ເວລາຫວ່າງຢູ່ກັບລູກບາງຄັ້ງ ເຊັ່ນ: ການຫຼິ້ນກີລາ, ຫລິ້ນເກມ…ບໍ່ແມ່ນຫວ່າງຍາມໃດກໍ່ໄປຫຼິ້ນແຕ່ກັບເພື່ອນຝູງ

6.ລົງໂທດລູກດ້ວຍຄວາມຮັກ ຈົ່ງລົງໂທດລູກຢ່າງມີເຫກຜົນ ສອນໃຫ້ເຂົາຮຽນຮູ້ຈາກຄວາມຜິດພາດ

7.ເວົ້າຢອກລູກ ຫຼື ໃຫ້ກຳລັງໃຈລູກ

8.ເບິ່ງຕາລູກ ໃນການສື່ສານກັບລູກທ່ານຄວນເບິ່ງໜ້າເບິ່ງຕາລູກທຸກຄັ້ງທີ່ລົມກັບລູກ

9.ຍີ້ມໃຫ້ລູກ ເມື່ອກັບມາຈາກບ່ອນເຮັດວຽກສິ່ງທຳອິດທີ່ເຫັນໜ້າລູກແມ່ນການຍິ້ມໃສ່ເພື່ອການທັກທາຍທີ່ເປັນມິດ

10.ຈົ່ງເປັນຕົວຢ່າງທີ່ດີໃຫ້ກັບລູກບໍ່ວ່າເລື່ອງໃດກໍ່ຕາມ

11.ໃຫ້ລູກຕັດສິນໃຈໃນບາງເລື່ອງດ້ວຍຕົວຂອງລາວເອງ

 

12.ເຂົ້າຫາທັນທີເມື່ອເຫັນວ່າລູກມີເລື່ອງບໍ່ສະບາຍໃຈ

13.ເກັບສະສົມຂອງຂັວນທີ່ລູກເອົາໃຫ້

14.ຢ່າເວົ້າແຊກໃນເລື່ອງທີ່ລູກກຳລັງເລົ່າ ຫຼື ເວົ້າອະທິບາຍ

15.ຢ່າລືມໃຫ້ຂອງຂັວນແກ່ລູກໃນໂອກາດທີ່ເໝາະສົມ

ທີ່ມາ: http://women.mthai.com/

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...