Homeວິທະຍາສາດ-ວິທະຍາການແພດຊາວຈີນກຳລັງວາງແຜນປູກຖ່າຍຫົວຂອງມະນຸດ ແພດຊາວຈີນກຳລັງວາງແຜນປູກຖ່າຍຫົວຂອງມະນຸດ ວິທະຍາສາດ-ວິທະຍາການ Published on 17/06/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 831 ນາຍແພດ Ren Xiaoping ໃຫ້ສຳພາດກັບໜັງສືພິມນິວຢອກທາມວ່າ ຕອນນີ້ລາວກຳລັງຮວມທີມແພດຜູ້ຊ່ຽວຊານເພື່ອຜ່າຕັດປູກຖ່າຍຫົວຂອງມະນຸດ ເລີ່ມຈາກການແຍກຫົວທັງສອງອອກຈາກຮ່າງກາຍ ຈາກນັ້ນຕໍ່ເສັ້ນເລືອດຂອງຮ່າງກາຍຜູ້ບໍລິຈາກເຂົ້າກັບຫົວຂອງຜູ້ບໍລິຈາກ ຮວມໄປເຖິງການໃສ່ແຜ່ນໂລຫະທີ່ຄໍເພື່ອໃຫ້ຄໍຕັ້ງໄດ້ ແລະ ເຕີມສານເຄມີທີ່ປາຍປະສາດໄຂສັນຫຼັງເພື່ອກະຕຸ້ນການເຊື່ອມຕໍ່ຂອງຮ່າງກາຍ ແລະ ຫົວ ນາຍແພດ Ren ຫຼື ສື່ມວນຊົນຕັ້ງສາຍາໃຫ້ວ່າ “Dr. Frankenstein” ມີຊື່ສຽງໃນທາງທີ່ບໍ່ຄ່ອຍດີຈາກເມື່ອຕົ້ນປີທີ່ລາວອ້າງວ່າໄດ້ຜ່າຕັດປູກຖ່າຍຫົວລິງສຳເລັດ ເຖິງວ່າລິງຈະມີຊີວິດຢູ່ລອດພຽງແຕ່ 20 ຊົ່ວໂມງ ແຕ່ເຖິງຈະເປັນແນວນັ້ນກໍ່ຕາມທາງໜັງສືພິມຍິວຢອກທາມ ໄດ້ອ້າງວ່າມີອາສາສະໝັກຫຼາຍຄົນທີ່ສົນໃຈເຂົ້າຮ່ວມການຜ່າຕັດປູກຖ່າຍຫົວແບບນີ້ ຮວມໄປເຖິງ Wang Huanming ອາຍຸ 62 ປີທີ່ປ່ວຍເປັນອຳມະພາດຕັ້ງແຕ່ຄໍລົງໄປເມື່ອ 6 ປີກ່ອນ ແຜນການຜ່າຕັດນີ້ມີອຸປະສັກຫຼາຍ ແລະ ໄດ້ຮັບການວິພາກວິຈານຢ່າງໜັກ ຊ່ຽວຊານແພດຫຼາຍທ່ານຕັ້ງຄຳຖາມໃນທາງວິທະຍາສາດວ່າ ເຊລປະສາດໄຂສັນຫຼັງສາມາດຕໍ່ອີກຄັ້ງໄດ້ ຫຼື ບໍ່ ເພື່ອພິຈາລະນາຈາກຄວາມກ້າວ ໜ້າທາງຊີວະພາບການແພດໃນຍຸກປັດຈຸບັນ ທີ່ມາ: http://www.vcharkarn.com/vnews/505129 Tagsປູກຖ່າຍຫົວຂອງມະນຸດວິທະຍາສາດແພດຊາວຈີນແພດຊາວຈີນກຳລັງວາງແຜນປູກຖ່າຍຫົວຂອງມະນຸດ ບົດຄວາມຫຼ້າສຸດ ຂ່າວກິລາ ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ... 19/11/2025 ຂ່າວຕ່າງປະເທດ ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ... 17/11/2025 ຂ່າວກິລາ ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ... 16/11/2025 ກອງປະຊຸມສະໄໝສາມັນ ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ... 14/11/2025