spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໃຊ້​ເວ­ລາ 1 ວັນ​ຈັບ​ໂຈນລັກ​ຊັບ ​ຄົ້ນ​ປະ­ຫວັດ​ ດຶງ​ກະ​ເປົ໋າ​ຫຼາຍ​ຄັ້ງ

ໃຊ້​ເວ­ລາ 1 ວັນ​ຈັບ​ໂຈນລັກ​ຊັບ ​ຄົ້ນ​ປະ­ຫວັດ​ ດຶງ​ກະ​ເປົ໋າ​ຫຼາຍ​ຄັ້ງ

Published on

ພາຍ­ຫຼັງ​ເຈົ້າ​ໜ້າ­ທີ່ ກອງ​ບັນ­ຊາການ ປກສ ເມືອງ​ທຸ­ລະ­ຄົມ ແຂວງ​ວຽງຈັນ ໄດ້​ຮັບ​ແຈ້ງ​ຄວາມ​ຈາກ​ບໍ­ລິ­ສັດ​ມາລີ​ນີ ໃນ​ຄັ້ງ​ວັນ​ທີ 3 ມິ­ຖຸ­ນາ 2016 ວ່າ: ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 2-3 ມິ­ຖຸ­ນາ 2016 ນີ້​ມີ​ຄົນ​ບໍ່​ດີ​ບໍ່​ຊາບ​ຈຳ­ນວນ​ງັດ​ປະ­ຕູ​ຫ້ອງ­ການ​ຂອງ​ບໍ­ລິ­ສັດ​ຕົນ​ຈາກ​ນັ້ນ​ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ​ທຸ­ລະ­ຄົມ ຈິ່ງ​ຂຶ້ນ​ບັນ­ຊີ​ເປົ້າ​ໝາຍ, ລົງ​ຕິດ­ຕາມ ແລະ​ເລັ່ງ​ຈັບ​ຕົວ​ເປົ້າ​ໝາຍໃຊ້​ເວ­ລາ 1 ວັນ ໃນທີ​ສຸດ​ກໍ​ສາ­ມາດ​ຈັບ​ຕົວ​ເປົ້າ​ໝາຍ​ໄດ້ 2 ຄົນ​ຄື: ທ້າວ ຄວາຍ ອາ­ຍຸ 30 ປີ ກຳ­ມະ­ກອນ ແລະ​ທ້າວ ລຸນ ອາ­ຍຸ 38 ປີ ກຳມະ­ກອນຢູ່​ບ້ານ​ເກິນ​ໃຕ້ເມືອງ​ທຸ­ລະ­ຄົມ ໃນ​ຄັ້ງ​ວັນ​ທີ 4 ມິ­ຖຸ­ນາ 2016 ຜ່ານ​ມາ ໃນ​ຂໍ້​ຫາ​ລັກ​ຊັບ​ຂອງ​ລວມ​ໝູ່.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ທ້າວ​ຄວາຍ​ໄດ້​ໃຫ້­ການ​ວ່າ: ໃນ​ເບື້ອງ​ຕົ້ນ​ເວ­ລາ​ປະ­ມານ 24 ໂມງ ຂອງ​ຄືນ​ວັນ​ທີ 2 ຫາ​ວັນ​ທີ 3 ມິ­ຖຸ­ນາ ປີ 2016 ນີ້ ຕົນ​ເອງ​ກັບ​ທ້າວ ລຸນ ຢູ່ ບ້ານ​ດຽວ​ກັນ ໄດ້​ພາ­ກັນ​ໄປ​ຊື້​ຢາ​ບ້າ​ຈຳ ນວນ 2 ເມັດ ລາ­ຄາ 40 ພັນ​ກີບ ນຳ​ຄົນ​ຢູ່​ບ້າ​ດຽວ​ກັນ​ມາ​ເສບ ຫຼັງ​ຈາກ​ນັ້ນ​ຕົນ ເອງ ກໍ​ໄດ້​ຊວນ ທ້າວ ລຸນ ໄປ​ຍ່າງ­ເລາະຫຼີ້ນ​ຕາມ​ທາງ​ແຄມ​ນ້ຳ​ງຶ່ມ ເມື່ອ​ຍ່າງ​ໄປຮອດ​ຫ້ອງ­ການ​ບໍ­ລິ­ສັດ​ມາ­ລີ​ນີ ບ້ານ​ເກິນ ກາງ ຕົນ​ເອງ​ກັບ​ທ້າວ ລຸນ ຈິ່ງ​ປີນ​ຮົ້ວ​ກຳ ແພງ​ເຂົ້າ​ໄປ​ໃນ​ບໍ­ລິ­ເວນ​ຫ້ອງ­ການ​ຂອງບໍ­ລິ­ສັດ ແລ້ວ​ຍ່າງ­ເລາະ​ເບິ່ງ ເພື່ອ​ຊອກ​ຫາ ລັກ​ເຄື່ອງ​ຂອງ​ຕ່າງໆ​ເມື່ອ​ແນມ​ເຫັນ ປ້ຳ​ລົມ​ທີ່​ຕັ້ງ​ຢູ​ຄອກ​ລົດ ຕົນ​ເອງ​ຈິ່ງ​ຊວນ ທ້າວ​ລຸນ​ໄປ​ຫາມ​ຊ່ວຍ ແຕ່​ຍົກ​ບໍ່​ຂຶ້ນ ຈິ່ງ​ໄດ້​ຈັບ​ເອົາ​ເຫຼັກ​ປ້ອງ​ອ້ອຍ​ຍາວ​ປະ­ມານ 30 ຊັງ​ຕີ​ແມັດ ໄປ​ງັດ​ປະ­ຕູ​ເຂົ້າ​ໄປ​ໃນ​ຫ້ອງ­ການ​ບໍ­ລິ­ສັດ ແລ້ວ​ຈັບ​ເອົາ​ຈໍ​ຄອມ ຜິວ​ເຕີ 2 ໜ່ວຍ, ໂທລະ­ທັດ​ສີ 1 ໜ່ວຍ, ກ່ອງ​ຮັບ​ສັນ­ຍານ 1 ໜ່ວຍ, ສ່ວນ​ທ້າວ ລຸນ ເປັນ​ຜູ້​ຕິດ­ຕາມ​ເບິ່ງ​ຄົນ​ຢູ່​ດ້ານ​ນອກ ຫຼັງ​ຈາກ​ນັ້ນ​ກໍ​ເອົາ​ເຄື່ອງ​ຈຳ­ນວນ​ດັ່ງ­ກ່າວ​ໜີ​ໄປ ແລ້ວ​ເອົາ​ໄປ​ໄວ້​ຢູ່​ເຮືອນ​ທ້າວ ອຸ­ໄທ ຕົນ​ເອງ​ໄດ້​ເວົ້າ​ກັບ​ທ້າວ ອຸ­ໄທ ວ່າ: ຍັງ​ມີ ເຄື່ອງ​ຫຼາຍ​ຢ່າງ​ຂ້ອຍ​ຈະ​ໄປ​ເອົາ​ອີກ  ຈຶ່ງ ໄດ້​ຊວນ​ທ້າວ ລຸນ ກັບ​ໄປ​ເອົາ ລຳ​ໂພງ ນ້ອຍ 1 ຄູ່, ເມົ້າ 2 ອັນ, ແປ້ນ​ພິມ 2 ອັນ ສ່ວນ​ທ້າວ ລຸນ ແມ່ນ​ແບກ​ເອົາ​ຕູ້­ເຢັນ 1 ໜ່ວຍ ໄປ​ໄວ້​ຢູ່​ເຮືອນ​ທ້າວ ອຸ­ໄທ​ຄື­ເກົ່າ ແລ້ວ­ໄປ​ຊອກ​ຕິດ­ຕໍ່​ຂາຍ​ແຕ່​ບໍ່​ທັນ​ໄດ້​ຂາຍ​ເທື່ອ.

ໃນ​ປີ 2015 ຕົນ​ເອງ​ກັບ​ທ້າວ ລຸນ ຍັງ​ໄດ້​ຮ່ວມ​ກັນ​ລັກ​ລົດ­ຈັກ​ຈຳ­ນວນ 3 ຄັນ ມາ​ແລ້ວ ເຄີຍ​ຖືກ​ດັດ​ສ້າງ 2 ຄັ້ງ ຢູ່ຄ້າຍ​ຄຸມ​ຂັງ ເມືອງ​ທຸ­ລະ­ຄົມ ຂໍ້​ຫາ​ລັກ​ຊັບ ພົນ­ລະ­ເມືອງ  ນອກ​ນີ້​ຕົນ​ເອງ​ຍັງ​ເຄີຍ​ຮ່ວມ ກັບ​ທ້າວ ເພັດ ບ້ານ​ນ້ຳ​ອ່າງ ໄປ​ຊິງ​ຊັບ ຂອງ​ພົນ­ລະ­ເມືອງ​ຈຳ­ນວນ 6 ຄັ້ງ ຄັ້ງ​ທີ 1 ດຶງ​ກະ​ເປົ໋າ ຢູ່​ບ້ານ​ໜອງ​ບົວ­ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເງິນ 8 ແສນ​ກີບ,  ຄັ້ງ​ທີ 2 ດຶງ​ກະ​ເປົ໋າ ຢູ່​ທາງ​ເຂົ້າ​ບ້ານ​ໜອງ ບຶກ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເງິນ 3 ແສນ​ກີບ, ຄັ້ງ​ທີ 3 ດຶງ​ກະ​ເປົ໋າ ຢູ່​ບ້ານ​ປາກ​ກະ​ຍຸງ ເມືອງ​ວຽງ​ຄຳ ແຂວງ​ວຽງ​ຈັນ ໄດ້​ເງິນ 7 ແສນ​ກີບ, ຄັ້ງ​ທີ 4 ດຶງ​ກະ ເປົ໋າ​ຢູ່​ບ້ານ​ທ່າ​ງ່ອນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເງິນ 2 ແສນ​ກີບ​ແລະ​ອີກ 2 ຄັ້ງ ແມ່ນ​ບໍ່​ສຳ­ເລັດ​ການ​ກໍ່ເຫດ​ແຕ່​ລະ​ຄັ້ງ​ແມ່ນ​ທ້າວ ເພັດ ເປັນ​ຜູ້​ຂັບ ລົດ­ຈັກ ທ້າວ ຄວາຍ ເປັນ​ຜູ້​ຊ້ອນ​ທ້າຍ ແລະ​ລົງ­ມື​ດຶງ​ກະ​ເປົ໋າ​ເງິນ ເງິນ​ທີ່​ໄດ້​ມາ​ແຕ່​ລະ​ຄັ້ງ​ແມ່ນ​ແບ່ງ­ປັນ​ກັນ​ຄົນ​ລະ​ເຄິ່ງ ຈາກ​ນັ້ນ​ກໍ​ເອົາ​ໄປ​ຊື້​ຢາ​ບ້າ​ມາ​ເສບ ອີກສ່ວນ​ໜຶ່ງ​ກໍ​ໃຊ້​ຈ່າຍ​ຫຼີ້ນ​ກີນ​ຈົນ​ໝົດ.

ຜ່ານ​ການ​ສັງ­ເກດ​ຕີ​ລາ­ຄາ​ຂອງ​ເຈົ້າໜ້າ­ທີ່​ຢ່າງ­ຮອບ­ດ້ານ, ຄົບ​ຖ້ວນ ແລະ​ພາວະ​ວິ​ໄສ​ແລ້ວ ເຫັນ​ວ່າ­ການ​ກະ­ທຳ​ຂອງ ທ້າວ ຄວາຍ ແລະ​ທ້າວ​ລຸນ ແມ່ນ​ຄົບ​ອົງ​ປະ­ກອບ​ຂອງ​ການ​ກະ­ທຳ​ຜິດ ທາງ​ອາ­ຍາ ຊຶ່ງ​ມັນ​ໄດ້​ສະ­ແດງ​ອອກ​ໃນ​ຄຳ​ຮັບ​ສາ­ລະ ພາບ​ສະ­ບັບ​ລົງ​ວັນ​ທີ 6 ມິ­ຖຸ­ນາ 2016 ແມ່ນ​ໄດ້​ລັກ​ຊັບ​ລວມ​ໝູ່​ແທ້ ແລະ​ເປັນ​ການ ກະ­ທຳ​ຜິດ​ທີ​ບໍ່​ເຂັດ​ຫຼາບ ຊຶ່ງ​ຜິດ​ຕໍ່​ກົດ­ໝາຍ ອາ­ຍາ​ໃນ​ມາດ­ຕາ 108 ແຫ່ງ ສປປ ລາວ ການ​ກະ­ທຳ​ດັ່ງ­ກ່າວ​ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ແລະ​ເເຕະ​ຕ້ອງ​ເຖິງ​ຊັບ​ສິນ ຂອງ​ລວມ​ໝູ່ ແລະ​ຍັງ​ໄດ້​ສ້າງ​ຄວາມ​ບໍ່ ສະ­ຫງົບ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໃຫ້​ແກ່​ສັງ­ຄົມ ປະ­ຈຸ​ບັນ​ເຈົ້າ​ໜ້າ­ທີ່​ໄດ້​ເກັບ ກູ້​ເຄື່ອງ​ຂອງ​ກາງ­ຄືນ​ມາ​ໄດ້​ທັງ​ໝົດ ແລະ​ໄດ້​ມອບ​ສົ່ງ​ຄືນ​ໃຫ້​ບໍ­ລິ­ສັດ​ມາ­ລີ​ນີ ເປັນ​ທີ່ຮຽບ​ຮ້ອຍ​ແລ້ວ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...