Homeຂ່າວທ້ອງຖິ່ນມອບ-ຮັບສິ່ງເສດເຫລືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ

ມອບ-ຮັບສິ່ງເສດເຫລືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ

Published on

ພິທີມອບ-ຮັບສິ່ງເສດເຫລືອຂອງທະຫານອາເມລິກາທີ່ເສຍຊີວິດແຕ່ປາງສົງຄາມຢູ່ລາວ ເຊິ່ງເຈົ້າໜ້າທີ່ຝ່າຍລາວ ແລະ ອາເມລິກາຮ່ວມກັນຂຸດຄົ້ນໃນ 4 ຈຸດທີ່ເຮືອບິນສູ້ຮົບເກີດອຸປະຕິເຫດຢູ່ແຂວງຫົວພັນ, ຊຽງຂວາງ ແລະ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແສງເພັດ ຮ່ວງບຸນຍວງ ແລະ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດອາ ເມລິກາປະຈຳລາວ ດານຽວ ຄລູນ ເພື່ອນຳສົ່ງຄືນໃຫ້ຄອບຄົວຂອງເຂົາເຈົ້າເອົາໄປປະກອບພິທີທາງສາສະໜາ ແລະ ທັງເປັນການສະແດງໃຫ້ເຫັນຄວາມຈິງໃຈຂອງລັດຖະບານລາວຕໍ່ວຽກງານການສຳຫລວດ, ຂຸດຄົ້ນຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງ ຄາມ ກໍຄືນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານລາວທີ່ມີຕໍ່ປະຊາຊົນອາເມລິກາ ໂດຍສະເພາະຕໍ່ຄອບຄົວຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມ.

ນັບແຕ່ປີ 1985 ເປັນຕົ້ນມາ, ລາວ ແລະ ສະຫະລັດອາເມລິກາ ໄດ້ຮ່ວມກັນປະຕິບັພາລະກິດການສຳຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຈຳນວນ 141 ຄັ້ງ ສາມາດຄົ້ນພົບຊິ້ນສ່ວນທີ່ໄດ້ຮັບການຢັ້ງຢືນແລ້ວຈຳນວນ 271 ຄັ້ງ ແລະ ຍັງມີຜູ້ຫາຍສາບສູນຢູ່ລາວອີກຈຳນວນ 301 ກໍລະນີ ເຊິ່ງລັດຖະບານລາວຢືນຢັນວ່າຈະສືບຕໍ່ໃຫ້ການຮ່ວມມືໃນວຽກງານດັ່ງກ່າວນັບແຕ່ສູນກາງຮອດທ້ອງຖິ່ນຕາມຄວາມອາດສາມາດຕົວຈິງ ເພື່ອນຳເອົາສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນສົ່ງຄືນໃຫ້ຄອບຄົວຂອງເຂົາເຈົ້າໄດ້ຄົບຖ້ວນ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...