ອູແກຣນ ພົບກັບ ໄອແລນເໜືອ ທີມທີ່ຕ້ອງຍາດເອົາຄະແນນເພື່ອເຂົ້າຮອບ

ການແຂ່ງຂັນບານເຕະຊິງ​ແຊມປ໌​ແຫ່ງ​ຊາດ​ເອີຣົບ ວັນພະຫັດ​ທີ 16 ມິ​ຖຸ​ນາ 2016 ຮອບ​ແບ່ງ​ກຸ່ມ ກຸ່ມ C ເປັນການພົບກັນຂອງສອງທີມທີ່ຍັງບໍ່ມີຈັກຄະແນນ ອູແກຣນ ພົບກັບ ໄອແລນເໜືອ ເວລາ 23:00 ໂມງ

21615ff211c60b43d866a2b2bca320da_L

ອູແກຣນ ອັນດັບ 19 ເກມແຮກທີ່ລົງສະຫນາມກໍພົບງານຍາກ ແລະກໍເສຍ 2-0 ປະຕູໃນເກມນັດທີ່ພົບກັບເຢຍລະມັນ ແຊມປ໌ໂລກປີ 2014 ແຕ່ກ່ອນໜ້ານີ້ 4 ນັດ ອູແກຣນກຽມຕົວໃນເກມອຸ່ນເຄື່ອງໄດ້ດີຫລາຍ ສາມາດຊະນະມາທັງໃນບ້ານ ແລະນອກບ້ານຢ່າງລະສອງນັດ ກຳລັງຄົນຢູ່ຄົບ ບໍ່ມີຕິດໂທດແບນ ຫລືໄດ້ຮັບບາດເຈັບ ຖືວ່າອັນດັບໂລກດີກວ່າພໍສົມຄວນ ເກມນີ້ຕ້ອງການສາມຄະແນນ ຖ້າເສຍອີກນັດນີ້ໂອກາດຕົກຮອບມີຄວາມເປັນໄປໄດ້ຫລາຍ

ໄອແລນເໜືອ ອັນດັບ 25 ຫາກໍ່ເສຍມາຄືກັນ ແຕ່ກໍ່ເສຍພຽງລູກດຽວ ກ່ອນໜ້ານີ້ກຽມຕົວໄດ້ດີຄືກັນ ມີຊະນະແລະສະເໝີມາຢ່າງລະສອງນັດ ກຳລັງຄົນຢູ່ຄົບ ຖືວ່າບໍ່ໄດ້ຍາກເກີນໄປມີລຸ້ນແບ່ງແຕ້ມໄດ້ເປັນຢ່າງນ້ອຍຢູ່ແລ້ວ

ອູແກຣນ ພົບກັບ ໄອແລນເໜືອ ມາກ່ອນໜ້ານີ້ 4 ນັດ ເປັນອູແກຣນ ຄວບຄຸມເກມໄດ້ທັງໝົດ ເກັບໄຊຊະນະມາໄດ້ສອງນັດ ແລະສະເໝີອີກສອງນັດ ແຕ່ວ່າຫລ້າສຸດສອງນັດທີ່ພົບກັນ ອອກສະເໝີ 0-0 ປະຕູ ທັງສອງນັດ ແຕ່ກໍຕ້ອງຍ້ອນໄປທີ່ປີ 2002, ເກມນີ້ມາພົບກັນໃນຖານະເສຍມານຳກັນສະເໝີບໍ່ເປັນຜົນດີີແນ່ນອນ ຖ້າໃຜບຽດຊະນະໄດ້ມີລຸ້ນເຂົ້າຮອບຢູ່ ເພາະເກມຖັດໄປພົບຂອງແຂງທັງສອງທີມ ນັດນີ້ຈຶ່ງເປັນເກມຕັດສິນເຂົ້າຮອບຕໍ່ໄປ ແຕ່ວ່າ ອູແກຣນ ໂອກາດອອກສະເໝີມີຄວາມເປັນໄປໄດ້ຫລາຍ ເກມຄ່ອນຂ້າງກົດດັນ ເບີ່ງແລ້ວໄອແລນເໜືອມີລຸ້ນສະເໝີຫລືບຽດໄດ້ຊະນະ