spot_img
Homeຂ່າວພາຍ​ໃນໂອຊິວເປີດໃຈ ເຫດຜົນສຳຄັນທີ່ຍ້າຍມາປືນໃຫຍ່ກໍຄືເວນເກີ້

ໂອຊິວເປີດໃຈ ເຫດຜົນສຳຄັນທີ່ຍ້າຍມາປືນໃຫຍ່ກໍຄືເວນເກີ້

Published on

ສຳລັບ Mesut Özil ຖືວ່າເປັນການຊື້ຂາຍທີ່ສຳຄັນຂອງຜູ້ຈັດການທີມໄວເກົາແບບ ອາຣ໌ແຊນ ເວນເກີ້ ເພາະດ້ວຍນິໄສຂອງເວນເກີ້ແລ້ວຈະເນັ້ນຊື້ນັກເຕະແບບປະຢັດທີ່ສຸດ, ແຕ່ການເຂົ້າຊື້ຄັ້ງນີ້ຖືເປັນການຊື້ທີ່ສຳຄັນເພາະ ເວນເກີ້ກ້າທຸ້ມເງິນຊື້ ເມຊຸດ ໂອຊິວ ເຖິງ 42.5 ລ້ານປອນ ຈາກລາຊັນຊຸດຂາວ ຣຽວ ມາດຣິດກັນເລີຍ ແລະຖືເປັນປະຫວັດສາດການເຂົ້າຊື້ທີ່ກຸ້ມຄ່າທີ່ສຸດຂອງສະໂມສອນກໍເວົ້າໄດ້.

ນອກນີ້ແລ້ວ ເມຊຸດ ໂອຊິວ ຊຸບເປີ້ສະຕາຣ໌ຂອງ ອາຣ໌ເຊນອນ ກໍໄດ້ກ່າວເຖິງການຍ້າຍມາຫຼິ້ນໃຫ້ກັບປືນໃຫຍ່ ວ່າທັງໝົດກໍເພາະ ອາຣ໌ແຊນ ເວນເກີ້ ຄື:

“ລາວເປັນຄົນທີ່ອະທິບາຍໃຫ້ຂ້ອຍຟັງຢ່າງຕັ້ງໃຈວ່າ ຕ້ອງການໃຫ້ຂ້ອຍຫຼິ້ນເຕະບານແບບໃດເມື່ອມາຢູ່ນີ້ ລາວບອກຂ້ອຍຢ່າງຊັດເຈນວ່າມີໂປຣເຈັກທີ່ຈະຮ່ວມງານກັບຂ້ອຍແລະສະໂມສອນ”

“ແລະນັ້ນກໍເຮັດໃຫ້ຂ້ອຍຕັດສິນໃຈໄດ້ວ່າຈະຕ້ອງຍ້າຍມາຢູ່ ອາຣ໌ເຊນອນ ສະນັ້ນຕ້ອງຂອບໃຈ ເວນເກີ້ ຫຼາຍໆ ທີ່ຄອຍເປັນໂຄດຜູ້ຍິ່ງໃຫຍ່ໃນສາຍຕາຂ້ອຍມາຕະຫຼອດ ຂ້ອຍແລະເພື່ອນຮ່ວມທີມຈະສະໜັບສະໜູນລາວຢ່າງສຸດຄວາມສາມາດເລີຍ”

ທີ່ມາ: Arsenal.in.th

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...