ລະດັບແຊ້ມໂລກຈະເອົາຊະນະໄດ້ບໍ່ຕ້ອງມາລຸ້ນນຳກັນ

ການແຂ່ງຂັນບານເຕະຊິງ​ແຊມປ໌​ແຫ່ງ​ຊາດ​ເອີຣົບ ວັນພະຫັດ​ທີ 16 ມິ​ຖຸ​ນາ 2016 ຮອບ​ແບ່ງ​ກຸ່ມ ກຸ່ມ C ”ອິນຊີ​ເຫລັກ” ທີມຊາດ ເຢຍລະມັນ ພົບ​ກັບ ທີມ​ຊາດ​ ໂປ​ໂລຍ

ສະໜາມ: ສະຕ໊າດ ເດີ ຟະລັອງສ໌

ເວລາເຕະ 02:00 ໂມງ

ຜູ້ຕັດສິນ: ບີຍອນ ຄູເປ້ (ໂຮນລັງ)

ເຕະທີ່ໜ້າຈັບຕາ: ໂທມັດ ມຸນເລີ Vs ໂລເບີດ ເລວານດອຟສະກີ້

06912

 

ທັດສະນະ

ເຢຍລະມັນ ​ເອົາ​ຊະນະ ອູແກຣນ ມາ​ໄດ້ 2-0 ປະຕູ ໂດຍ​ທີ່​”ອິນຊີ​ເຫລັກ” ຫລິ້ນ​ໄດ້​ດີກວ່າ​ການຄອງ​ເກມ ແລະ​ຫລິ້ນ​ໄດ້​ຢ່າງ​ຫນັກແຫນ້ນ ເກມ​ຮັບ​ໄວ້​ໃຈ​ໄດ້ ເກມ​ບຸກກ​ກໍ​ມີ​ຄວາມ​ອັນຕະລາຍ​ເປັນ​ຢ່າງ​ສູງ ສ່ວນ​ທາງ​ດ້ານ​ໂປ​ໂລຍ ​ກໍ​ເອົາ​ຊະນະ​ໄອ​ແລນ​ເໜືອ ມາ​ໄດ້ 1-0 ປະຕູ ແບບ​ຫືດ​ຈັບ​ສຸດໆ ສະ​ຖິ​ຕິ​ຂອງ​ເຢຍລະມັນ​ເບິ່ງ​ດີກວ່າ​ຊັດເຈນ

 

ຮູບ​ເກມ​ຄາດ​ວ່າ​ທັງ​ສອງ​ຈະ​ເປີດເກມໃສ່ກັນ​ຢ່າງ​ມັນ ເຢຍລະມັນອາດ​ຄອງ​ເກມ​ໄດ້​ເໜືອກ​ວ່າ​ແນ່ນອນ ສ່ວນ​ໂປ​ໂລຍ​ກໍ່ຖ້າ​ຕັ້ງ​ຮັບ ແລະ​ໂຕ້​ກັບ​ຢ່າງ​ວ່ອງໄວ ການຍິງປະຕູ​ເປັນ​ສິ່ງ​ສຳຄັນ​ທີ່​​ຈະ​ຕ້ອງ​ເຮັດໃຫ້​ໄດ້ ເຊື່ອ​ວ່າ​ໂອ​ກາດ​ສ້າງສັນ​ເກມ​ເຢຍລະມັນ​ຈະ​ເຮັດ​ໄດ້​ຫລາຍກວ່າ​ແນ່ນອນ ດ້ວຍ​ອັນ​ດັບ​ທີ່​ທັງ​ 2 ທີມ​ມີ 3 ຄະແນນ ຢູ່​ອັນດັບຕົ້ນ​ຕາ​ລາງ ເຮັດໃຫ້​ເກມ​ນີ້​ເປັນ​ການ​ຕັດ​ຄະແນນ​ໂດຍ​ກົງ ເຊີ່ງ​ຫາກ​ໃຜ​ໄດ້ 3 ຄະແນນ​ໄປ​ຄອງ​ກໍ​ຈະ​ກາ​ລັນ​ຕີ​ການ​ເຂົ້າ​ຮອບ​ຫລາຍ​ຂຶ້ນ