Home​ຂ່າວບັນເທິງMBC ຍົກເລີກການອອກອາກາດລະຄອນເລື່ອງໃໝ່ "ຢູຣິ" Girls’ Generation ແລະ "ຊານຢໍລ" EXO

MBC ຍົກເລີກການອອກອາກາດລະຄອນເລື່ອງໃໝ່ “ຢູຣິ” Girls’ Generation ແລະ “ຊານຢໍລ” EXO

Published on

ບັນເທີງຕ່າງແດນ ວັນນີ້ ເຮົາມີຂ່າວກຳລັງເປັນທີ່ຮືຮາໜາຫູກັນຫຼາຍໃນວົງການບັນເທີງເກົາຫຼີໃຕ້ ເລື່ອງທີ່ວ່າ ທາງ MBC ຍົກເລີກການອອກອາກາດລະຄອນເລື່ອງໃໝ່ທີ່ມີຊື່ວ່າ “Picnic” ເຊິ່ງໄດ້ນັກຮ້ອງວົງ Pop ຊື່ດັງຂອງເກົາຫຼີໃຕ້ເຊັ່ນ “ຢູຣິ” Girls’ Generation ແລະ “ຊານຢໍລ”EXO ເປັນຕົວສະແດງນຳໃນເລື່ອງນີ້

1006

ແນ່ນອນເລີຍວ່າບັນດາສາວົກຂອງແຟນຄລັບ ຂອງທັງສອງຄົນຕ້ອງບໍ່ພໍໃຈແນ່ນອນ ເພາະກ່ອນໜ້ານີ້ມີຂ່າວລາຍງານວ່າ ໜຸ່ມ ຊານຢໍລ (Chanyeol) ແຫ່ງວົງ EXO ແລະ ສາວ ຢູຣິ (Yuri) ແຫ່ງ Girls’ Generation ຈະມີຜົນງານຮ່ວມກັນໃນລະຄອນເລື່ອງ “Picnic” ທາງຊ່ອງ MBC ໃນໄວໆນີ້ ເຊິ່ງມັນໄດ້ເຮັດໃຫ້ສາວົກແຟນຄລັບຂອງທັງສອງຄົນດີໃຈສຸດໆ ແລະ ລໍຕິດຕາມຜົນງານດ້ວຍໃຈຈົດຂໍ່ ແຕ່ເບິ່ງຄືວ່າຕອນນີ້ແຟນໆ ອາດຕ້ອງຜິດຫວັງ ເພາະທາງທີມງານໄດ້ຂໍຍົກເລີກແຜນການອອກອາກາດແລ້ວ

ໂດຍເມື່ອວັນທີ 13 ມິຖຸນາ 2559 ທີມງານລະຄອນໄດ້ແຈ້ງວ່າ “Picnic” ຈະເປັນຊື່ໃໝ່ຂອງລະຄອນທີ່ເມື່ອກ່ອນມີລາຍຊື່ວ່າ ‘Gaia’ ແລະ ເຄີຍວາງແຜນທີ່ຈະອອກອາກາດຕໍ່ຈາກລະຄອນເລື່ອງ ‘Monster’ ແຕ່ (ແຜນການດັ່ງກ່າວ) ຕອນນີ້ຖືກຍົກເລີກແລ້ວ ສ່ວນກຳນົດການວັນອອກອາກາດໃໝ່ຂອງເລື່ອງນີ້ຍັງບໍ່ມີກຳນົດໃຫ້ຮູ້ເທື່ອ

46.3

46.4

 

ທີ່ມາ: http://www.astarseoul.com/mbc-

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...