Homeສຸຂະພາບ ແລະ ສີ່ງແວດລ້ອມຮູ້ທັນມະເຮັງ 7 ສັນຍານມະເຮັງເຕົ້ານົມ

ຮູ້ທັນມະເຮັງ 7 ສັນຍານມະເຮັງເຕົ້ານົມ

Published on

ຜ່ານມາໃຫ້ໄດ້ນຳສະເໜີວິທີການກວດເຕົ້ານົມດ້ວຍຕົວເອງໄປແລ້ວ ວັນນີ້ເຮົາຈະມານຳສະເໜີ 7 ສັນຍານອັນຕະ ລາຍຂອງອາການທີ່ບົ່ງບອກວ່າມີໂອກາດເປັນມະເຮັງເຕົ້ານົມ ເຊິ່ງຈະມີອາກນໃດແນ່ນັ້ນເຮົາມາອ່ານກັນເລີຍ
ສັນຍານທີ 1 ມີກ້ອນທີ່ເຕົ້ານົມ ຫຼື ຮັກແຮ້ເປັນອາການຍອດນິນົມ
ສັນຍານທີ 2 ຮູບຮ່າງ ແລະ ຂະໜາດຂອງເຕົ້ານົມທີ່ປ່ຽນແປງໄປຈາກເກົ່າ ທ່ານຕ້ອງໝັ່ນສັງເກດຮູບຊົງຂອງເຕົ້າຢູ່ສະເໝີ ແລະ ຄວນປຽບທຽບຂະໜາດໃນເວລາເປັນປະຈຳເດືອນ
ສັນຍານທີ 3 ມີນ້ຳຜິດປົກກະຕິໄຫຼຈາກຫົວນົມ ແມ່ຍິງຳວ 41-58ປີ ອາດມີຂອງເຫຼວທີ່ໄຫລອອກມາຈາກຫົວນົມທັງສອງຂ້າງໄດ້ໃນປະລິມານເລັກໜ້ອຍ ເຊິ່ງເປັນຜົນຈາກການປ່ຽນແປງຂອງລະດັບຮໍໂມນຕາມຮອບເດືອນ ແຕ່ຖ້າອອກຈາກຫົວນົມຂ້າງດຽວ ຫຼື ມີສີຄ້າຍເລືອດກໍ່ຄວນໄປພົບແພດ
ສັນຍານທີ 4 ຮູບຮ່າງ ແລະ ຂະໜາດຂອງຫົວນົມທີ່ປ່ຽນແປງໄປຈາກເດີມ ຕ້ອງລະວັງໝັ່ນສັງເກດເປັນພິເສດຄື ຫົວນົມທີ່ເຄີຍບົກກະຕິກາຍເປັນຫົວນົມບອດ ອາດເກີດຈາກກ້ອນເນື້ອມະເຮັງໃຕ້ຫົວນົມ ທີ່ລຸກລາມໄປທີ່ທໍ່ນ້ຳນົມ ແລະ ດຶງຈ່ອງຫົວນົມໃຫ້ຫລຸບລົງ ຮວມເຖິງຕ້ອງສັງເຫດອີກວ່າມີແຜເປັນທີນົມ ຫຼື ບໍ່
ສັນຍານທີ 5 ຜິວໜັງບໍລິເວນລານຫົວນົມຈະປ່ຽນໄປຈາກເກົ່າ ເຊັ່ນ: ມີຮອຍຫລຸບ, ຜື່ນຄັນບໍລິເວນນົມທີ່ຮັກສາແລ້ວບໍ່ຫາຍຂາດ ເປັນໆ ຫາຍໆ ກໍ່ມີໂອກາດເປັນມະເຮັງໄດ້ເຊັ່ນດຽວກັນ
ສັນຍານທີ 6 ອາການຜິດປົກກະຕິທີ່ເຕົ້ານົມ ຫຼື ຮັກແຮ້ ທີ່ບໍ່ແມ່ນອາການເຈັບເຕົ້ານົມຂ້າງດຽວ ຫຼື ຮັກແຮ້ຂ້າງດຽວ
ສັນຍານທີ 7 ຜິວໜັງບວມໜາຂຶ້ນ ທ່ານຢ່າຄິດວ່າມັນບໍ່ມີຫຍັງ ເພາະນັ້ນແມ່ນສັນຍານເຊລມະເຮັງໄດ້ລຸກລາມຂຶ້ນມາທີ່ຊັ້ນເນື້ອເຫຍື້ອໃຕ້ຜິວໜັງເປັນທີ່ຮຽບຮ້ອຍແລ້ວ
          ເພາະສະນັ້ນແມ່ຍິງຕ້ອງໝັ່ນສັງເກດເບິ່ງຕົມນົມຂອງຕົນເອງເປັນປະຈຳ ຫາກມີອາການຜິດປົກກະຕິຢ່າງໃດຢ່າງໜຶ່ງຄວນໄປພົບແພດດ່ວນເພື່ອຮັບການກວດວິນິໄສໂຣກເພີ່ມເຕີມ ຫາກເກັບອາການໄວ້ ອາດເສຍສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດລ້າໆ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...