spot_img
Homeຂ່າວການພັດທະນາມອບໂອນ 4 ວຽກຂຶ້ນກັບກະຊວງ ແລະ ຫ້ອງວ່າການສູນກາງພັກ

ມອບໂອນ 4 ວຽກຂຶ້ນກັບກະຊວງ ແລະ ຫ້ອງວ່າການສູນກາງພັກ

Published on

ສໍານັກງານນາຍົກລັດຖະມົນຕີມອບໂອນ 4 ວຽກ ໄປຂຶ້ນກັບກະຊວງ ແລະ ຫ້ອງວ່າການສູນກາງພັກ ເຊິ່ງພິທີ ມອບໂອນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ).

ຂະນະທີ່ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີເນັ້ນໃຫ້ແຕ່ລະພາກສ່ວນຕ້ອງໄດ້ເອົາໃຈໃສ່ປັບປຸງວຽກງານເຄື່ອນໄຫວໃຫ້ຄ່ອງຕົວ, ມີປະສິດທິ ພາບ ແລະ ໄດ້ຮັບປະສິດທິຜົນ

ສຳລັບວຽກທີ່ຖືກມອບໂອນ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄປຂຶ້ນກັບພາກສ່ວນທີ່ກ່ຽວຂ້ອງໃນຄັ້ງນີ້ ປະກອບມີ: ຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໄປຂຶ້ນກັບກະຊວງແຜນການ ແລະ ການລົງທຶນ; ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນ ກາງ ໄປຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ໃນນັ້ນ ວຽກງານກໍ່ສ້າງຮາກຖານ ໄປຂຶ້ນກັບຫ້ອງວ່າການສູນກາງພັກ; ຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ໄປຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ; ຄະນະປັບປຸງທຸລະກິດ ໄປຂຶ້ນກັບກະຊວງການເງິນ.

ໃນນັ້ນ, ໄດ້ມອບວຽກງານທັງໝົດ ນັບທັງບັນຊີພະນັກງານ, ສະມາຊິກພັກ ແລະ ລັດຖະກອນ ລວມທັງ ຊັບສິນຕ່າງໆ ເປັນຕົ້ນ ພາຫະນະຮັບໃຊ້, ງົບປະມານ, ຊັບສົມບັດ, ອຸປະກອນ, ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ ທັງນີ້ ກໍ່ເພື່ອເຮັດໃຫ້ອົງການບໍລິຫານລັດ ມີຄວາມໜັກແໜ້ນເຂັ້ມແຂງ ແຕ່ສູນກາງຮອດທ້ອງຖິ່ນ ຕາມທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວຄ່ອງຕົວ, ມີປະສິດທິ ພາບ ແລະ ໄດ້ຮັບປະສິດທິຜົນ.

ການມອບໂອນດັ່ງກ່າວ, ແມ່ນປະຕິບັດຕາມການຊີ້ນຳຂອງຂັ້ນເທິງ ກໍ່ຄື ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ກ່ຽວກັບທິດທາງແຜນ ການປັບປຸງສັບຊ້ອນບາງວຽກງານ ຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດ ຖະມົນຕີ ສະບັບເລກທີ 21/ນຍ, ລົງວັນທີ 11 ເມສາ 2016 ວ່າດ້ວຍການສັບຊ້ອນບາງວຽກງານຂອງລັດຖະບານ ໄປຂຶ້ນກັບກະຊວງທີ່ກ່ຽວຂ້ອງ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...