spot_img
Homeຊີວິດແລະຄວາມຮັກຄົນງາມ vs ຄົນໜັກຮັກ ເລືອກໃຜໃຈກໍ່ເຈັບ

ຄົນງາມ vs ຄົນໜັກຮັກ ເລືອກໃຜໃຈກໍ່ເຈັບ

Published on

ຂ້ອຍຊື່ເທ້ ຕອນນີ້ມີແຟນສອງຄົນ ຄົນທີ່ໜຶ່ງຊື່ສາວເມ ນາງເປັນຄົນງາມແບບສະບັບໜ້າທັ່ງດັງຄົມ ຕາຄົມຜົມຍາວ ຮີມສົບອວບອີ່ມໜ້າສຳພັດ ຜິວສີນ້ຳເຜິ້ງເບິ່ງຈັ່ງໃດກໍ່ບໍ່ເບື່ອ ເລື່ອງສັດສ່ວນຫຸ່ນຮອຍເຊັກຊີ້ຂະຢີ້ໃຈ ແລະ ສາວຄົນທີສອງຂອງຂ້ອຍຊື່ສາວໄກ່ນ້ອຍ ນາງເປັນຄົນໜ້າຮັກນາງມີໃບໜ້າຂາວນວນປານສາວເກົາຫຼີ ຕາກົມສົດໃສ ມີປາກນ້ອຍໆບາງໆອົມບົວຊົມພູເວລາຍິ້ມໂຄ້ດເປັນຕາແພງ ມີຜິວທີ່ຂາວນວນ ບວກກັບຫຸ່ນນ້ອຍໆບາງໆເປັນຕາທະນຸຖະໜອມເໝືອນຕຸກກະຕາ ໃຜກໍ່ຄິດວ່າຂ້ອຍເປັນຜູ້ຊາຍທີ່ໂຊກດີທີ່ສຸດໃນໂລກ ເຊິ່ງທຳອິດຂ້ອຍກໍ່ຄິດແບບນັ້ນ ແຕ່ຢູ່ມາດົນຂ້ອຍຮູ້ສຶກວ່າຂ້ອຍບໍ່ມີຄວາມສຸກເລີຍກັບການມີທັງສອງສາວງາມ ແລະ ໜ້າຮັກຢູ່ຄຽງຂ້າງ ເພາະວ່າສອງສາວທີ່ເຄີຍຍອມຮັບໃນເລື່ອງທີ່ຂ້ອຍຄົບອີກຝ່າຍພ້ອມກັນໄດ້ ມີວັນໜຶ່ງພວກນາງກັບບໍ່ຍອມ ທັງສອງນາງຕ່າງຝ່າຍຕ່າງຂໍໃຫ້ຂ້ອຍເລືອກເອົາໃຜຄົນໃດຄົນໜຶ່ງ ເຊິ່ງນີ້ລະຄືບັນຫາເພາະຂ້ອຍເລືອກບໍ່ໄດ້ ຂ້ອຍຮັກ ແລະ ເສຍດາຍທັງຄູ່ ຂ້ອຍຄິດບໍ່ອອກເລີຍວ່າຖ້າຂ້ອຍເສຍໃຜຄົນໜຶ່ງໄປແລ້ວຄວາມຮູ້ສຶກຂ້ອຍຈະເປັນແນວໃດ ຂ້ອຍຈະເຈັບພຽງໃດ ແລະ ຂ້ອຍກໍ່ບໍ່ກ້າສ່ຽງ ບໍ່ກ້າປະເຊີນໜ້າກັບຄວາມຜິດຫວັງ ຜ່ານໄປສອງເດືອນເລື່ອງມັນກໍ່ຄາລາຄາຊັງຢູ່ແບບນີ້ ໃນເວລາທີ່ຂ້ອຍໄປພົບຄົນໃດຂ້ອຍກໍ່ເວົ້າເອົາໃຈຄົນນັ້ນໄປກ່ອນເພື່ອແກ້ສະຖານະການ ບາງຄັ້ງຂ້ອຍກໍ່ຮູ້ສຶກເມື່ອຍທີ່ຕ້ອງຕວະ ທັງອີ່ຕົນຄົນທີ່ຂ້ອຍຮັກທັງສອງຄົນອີກ ແຕ່ຂ້ອຍກໍ່ເລືອກບໍ່ໄດ້ ຂ້ອຍເລີຍກັບມານອນຄິດຫາຈຸດອ່ອນຂອງທັງສອງສາວເປັນໃຊ້ເປັນເຫດຜົນທີ່ຈະເລີກກັບໃຜຄົນໜຶ່ງ ຂ້ອຍໄດ້ຄິດຫຼາຍເລື່ອງ ແຕ່ພວກນາງກໍ່ມີດີ ມີຊົ່ວຄົນລະຢ່າງມັນສາມາດຫັກລ້າງກັນໄດ້ຜົນສະຫຼຸບຄືທັງຄູ່ຈາວກັນ ທີ່ສຳຄັນພວກນາງທັງສອງຮັກຂ້ອຍຫຼາຍ ຫຼາຍວັນຕໍ່ມາຂ້ອຍກໍ່ນອນຄິດອີກກ່ຽວກັບເລື່ອງນີ້ ແລ້ວບົດສະຫຼຸບຂ້ອຍກໍ່ຄິດໄດ້ຄືຄົນທີ່ມີຈຸດອ່ອນທີ່ສຸດຄືຕົວຂ້ອຍເອງ ຄືໃຈຂ້ອຍເອງ ຖ້າຂ້ອຍບໍ່ຄິດຫຼາຍໃຈ ຖ້າຂ້ອຍມີຮັກດຽວໃຈດຽວ ຖ້າຂ້ອຍໃຈເຂັ້ມແຂງກວ່ານີ້ ເດັດຂາດກວ່ານີ້ ບໍ່ມັກຈັບປາສອງມື ເລື່ອງວຸ້ນວາຍກໍ່ຄົງບໍ່ເກີດຂຶ້ນ ແລະ ກໍ່ບໍ່ມີຝ່າຍໃດທີ່ຕ້ອງເຈັບປວກກັບເລື່ອງນີ້ ເຊິ່ງຖ້າໃຫ້ຂ້ອຍເລືອກເອົາຄົນໜຶ່ງ ແລະ ປ່ອຍອີກຄົນໜຶ່ງໄປຂ້ອຍກໍ່ເຮັດບໍ່ໄດ້ ເພາະຄົນທີ່ຂ້ອຍປ່ອຍໄປກໍ່ເປັນຄົນທີ່ຂ້ອຍຮັກ ແລະ ຂ້ອຍຮູ້ສຶກສົງສານຄົນນັ້ນຫຼາຍກວ່າທີ່ຕ້ອງມາເຈັບປວດເພາະຜູ້ຊາຍທີ່ເຫັນແກ່ຕົວຄືຂ້ອຍ ແຕ່ຫາກຂ້ອຍຈະເກັບໄວ້ທັງສອງຄົນກໍ່ບໍ່ໄດ້ເພາະພວກນາງບໍ່ຍອມ ແລະ ເລື່ອງລາວມັນກໍ່ຈະເຈັບປວດຄາລາຄາຊັງແບບນີ້ຕໍ່ໄປບໍ່ມີວັນສິ້ນສຸດ ໃນທີ່ສຸດເລືອກໃຜໃຈຂ້ອຍກໍ່ເຈັບ ເມື່ອຂ້ອຍຄິດໄດ້ແນວນັ້ນ ຂ້ອຍເລີຍຕັດສິນໃຈ ປ່ອຍທັງສອງໄປໃຫ້ເປັນອິດສະຫຼະ ເພື່ອເຂົາທັງສອງ ແລະ ຂ້ອຍຈະໄປເລີ່ມຕົ້ນຊີວິດໃໝ່ ນີ້ມັນຄົງຈະເປັນທາງອອກທີ່ດີທີ່ສຸດຂອງເລື່ອງນີ້

ຝາກໄວ້ເປັນຄຳຖາມ ຖ້າວັນໜຶ່ງຫາກມີສາວງາມ ກັບ ສາວໜ້າຮັກເຂົ້າມາໃຫ້ທ່ານເລືອກ ທ່ານຈະເລືອກສາວຄົນໃດມາເປັນແຟນ ລະຫວ່າງຄົນງາມ ກັບ ຄົນໜ້າຮັກ

 

ແອັດມີນ: ປັອກເລັກ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...