Homeຂ່າວພາຍ​ໃນເທັກນິກການປູກຜັກຫວານປ່າ

ເທັກນິກການປູກຜັກຫວານປ່າ

Published on

ກະສິກຳວັນນີ້ ເຮົາຈະມານຳສະເໜີກ່ຽວກັບການປູຜັກຫວານປ່າ ເປັນສິນຄ້າສ້າງລາຍຮັບເສີມໃຫ້ແກ່ທ່ານ ແລະ ຄອບຄົວ ຜັກຫວານປ່າ ເປັນພືດທີ່ປູກຍາກພໍສົມຄວນ ແຕ່ກໍ່ນານຕາຍພໍສົມຄວນ ວັນນີ້ເຮົາເລີຍມີວິທີການປູກຜັກຫວານປ່າແບບໃໝ່ທີ່ໄດ້ທົດລອງປະມານ 1 ປີ ເຫັນວ່າມີການຈະເລີນເຕີບໂຕໄດ້ດີຫຼາຍ ຈິ່ງເປັນອີກໜຶ່ງທາງເລືອກຂອງຊາວກະສິກອນ ເຊິ່ງຈະປູກແນວໃດເຮົາມາອ່ານກັນເລີຍ

p14 (1)

1. ເມື່ອໄດ້ແກ່ນຜັກຫວານປ່າມາ ແລ້ວໃຫ້ເອົາເປືອກ ແລະ ເນື້ອອອກແລ້ວລ້າງໃຫ້ສະອາດ ແລ້ວນຳລົງໄປກ້າໄວ້ໃນຖົງ ໂດຍໃສ່ແກ່ນຜັກຫວານໃນແນວນອນ

284

2. ກຽມດິນໃສ່ຖົງກ້າຈະໃຊ້ດິນຢ່າງດຽວ ຫຼື ດິນປະສົມຂີ້ງົວແຫ້ງກໍ່ໄດ້ ໃນອັດຕາສ່ວນດິນ 2 ສ່ວນ ຂີ້ງົວແຫ້ງ 1 ສ່ວນ ເມື່ອເຮັດແລ້ວເອົາໄປລຽນໄວ້ຢູ່ກ້ອງກົກໄມ້ ບໍ່ໃຫ້ສັດ ຫຼື ຄົນໄປກວນ ປະໄວ້ປະມານ 20 ວັນ ຈາກນັ້ນຈິ່ງນຳແກ່ນຜັກຫວານມາສຽບໃສ່ຖົງກ້າຜັກຫວານໃນແນວນອນ ແລະ ໃຫ້ນຳໃນໝາກດອກແຄໃສ່ລົງໄປໃນຖົງພ້ອມ ຖົງລະ 1 ໃນ ຈາກນັ້ນກໍ່ຫົດນ້ຳໃຫ້ຊຸ່ມ ວັນ 1-2 ຄັ້ງ

3. ເມື່ອຄົບ 20 ວັນ ໃນຂອງຕົ້ນດອກແຄຈະງອກຂຶ້ນມາສູງປະມານ 1 ຄືບ ຫຼື ສູງກວ່ານັ້ນ ໃຫ້ນຳຖົງກ້າຜັກຫວານປ່າທີ່ກ້າໄວ້ໄປປູກລົງໜານທີ່ກຽມໄວ້ ທັງຖົງ ໂດຍເອົາກີດຖົງໃຫ້ຂາດອອກ ຂຸດຂຸມໃຫ້ພໍດີຖົງກ້າ ແລະ ເລິກກວ່າຖົງກ້າປະມານ 1 ເທົ່າຕົວ (ຖ້າຖົງກ້າສູງ 4 ນິ້ວ ກໍ່ຂຸດຂຸມເລິກເປັນ 8 ນິ້ວ)

4. ຫຼັງຈາກປູກແລ້ວໃຫ້ຫົດນ້ຳ 2 ວັນ/1ຄັ້ງ ຈົນຄົບໄລຍະເວລາ 1 ປີ ເມື່ອຄົບປີແລ້ວ ຈິ່ງຄ່ອຍປ່ຽນເປັນຫົດນ້ຳອາທິດລະຄັ້ງກໍ່ພໍ

5. ໃນໄລຍະ 1-2 ປີທຳອິດບໍ່ຄວນຂຸດຖາງຫຍ້າເພາະຈະກະທົບກະເທືອນຮາກຜັກຫວານ ຖ້າຫຍ້າຂຶ້ນສູງກໍ່ໃຊ້ວິທີຕັດຫຍ້າແທນ ເມື່ອອາຍຸຄົບ 2 ປີ ໃຫ້ຕັດແຕ່ງກິ່ງກ້ານໃບ ເພື່ອໃຫ້ຍອດອ່ອນອອກມາ ແລະ ເກັບຍອດໄປຂາຍ

ເທັກນຶກການກະຕຸ້ນ ຜັກຫວານໃຫ້ອອກຍອດໄວ
1.ໃຫ້ຕັດແຕ່ງກິ່ງໃບລ່ວງໜ້າ 30 ວັນກ່ອນຄົບກຳນົດໄລຍະເກັບກ່ຽວ
2.ໃຫ້ນ້ຳສະໝ່ຳສະເໝີຕາມໄລຍະທີ່ກຳນົດ
3.ໃຫ້ຮໍໂມນເພື່ອກະຕຸ້ນຍອດຜັກຫວານ ເຊິ່ງມີການປະສົມດັ່ງນີ້:
3.1 ຮໍໂມນ 18 ບ່ວງແກງ
3.2 ນົມຜົງ 10 ບ່ວງແກງ
3.3 ເຄື່ອງດື່ມຊູກຳລັງ 2 ຂວດ
3.4 ນ້ຳສະອາດ 200 ລິດ

ນຳສ່ວນປະສົມທັງໝົດມາປະສົມເຂົ້າກັນແລ້ວນຳໄປຫົດໃສ່ຜັກຫວານແທນການຫົດນ້ຳລ້າໃນຊ່ວງຫຼັງຈາກ ຕັດແຕ່ງກິ່ງໃບ ກ່ອນຄົບກຳນົດວັນເກັບກ່ຽວ

3.5 ໃນຊ່ວງລະດຸຝົນ ໃບຂອງຜັກຫວານຈະເປັນລາຍ ໃຫ້ປະສົມສານເຊື້ອຣາລົງໄປໃນນ້ຳທີ່ຈະຫົດພ້ອມ ເພື່ອປ້ອງກັນບໍ່ໃຫ້ເຊື້ອຣາມັນຂຶ້ນໃບ

ທີ່ມາ: http://fb.thaiarcheep.com/2016/05/10_29.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...