spot_img
Homeຂ່າວການສຶກສາເຈດີບີ ມີໂຄງການເງິນກູ້ເພື່ອການສຶກສາ

ເຈດີບີ ມີໂຄງການເງິນກູ້ເພື່ອການສຶກສາ

Published on

ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ (JDB) ຮ່ວມ​ກັບວິ­ທະ­ຍາໄລ​ລາວ-ທັອບ ລົງ​ນາມ​ເຊັນ​ບົດ​ບັນ­ທຶກ​ວ່າ​ດ້ວຍ​ການ​ປະ­ຕິບັດ​ໂຄງ­ການ​ກູ້​ຢືມ​ເງິນ​ເພື່ອ​ການ​ສຶກ​ສາ ທັງ​ນີ້ ກໍ​ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກໃຫ້​ນັກ​ສຶກ​ສາ​ທີ່​ມີ​ລາຍ​ຮັບ​ຕໍ່າແຕ່​ຢາກຮຽນ​ຊັ້ນ​ສູງ, ປະ­ລິນ­ຍາ​ຕີ ແລະ​ປະ​ລິນຍາ​ໂທ​ທີ່​ວິ­ທະ­ຍາ­ໄລ ລາວ-ທັອບ ສາ­ມາດກູ້​ຢືມ​ເງິນ​ນຳ​ໂຄງ­ການ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນການ​ສຶກ​ສາ​ກໍ​ຄື​ຈ່າຍ​ຄ່າ​ຮຽນ​ກ່ອນ.

ພິ­ທີ​ດັ່ງ­ກ່າວ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນທີ 14 ມິ­ຖຸ­ນາ 2016 ທີ່​ຫ້ອງ​ປະ­ຊຸມ​ສຳນັກ​ງານ​ໃຫຍ່​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ, ນະ­ຄອນ­ຫຼວງ​ວຽງ​ຈັນ, ຕາງ­ໜ້າ​ລົງ​ນາມຝ່າຍ JDB ແມ່ນ​ທ່ານ ສູນ​ທອນ ຈັນ­ທະ ວົງ ຜູ້­ອຳ­ນວຍ­ການ​ໃຫຍ່​ທະ­ນາ­ຄານຮ່ວມ​ພັດ­ທະ­ນາ ແລະ​ຕາງ­ໜ້າ​ລົງນາມ ຝ່າຍ​ວິ­ທະ­ຍາ­ໄລລາວ-ທັອບ ແມ່ນ​ທ່ານ ກວນ​ຢຸ​ງວຸກ (Kwun young wook) ຜູ້­ອຳ­ນວຍ­ການ​ວິ­ທະ­ຍາ­ໄລ​ລາວ-ທັອບ, ມີ​ຮອງ​ຜູ້­ອຳ­ນວຍ­ການ​ໃຫຍ່​ທະ­ນາ­ຄານຮ່ວມ​ພັດ­ທະ­ນາ ແລະ​ຜູ້​ບໍ­ລິ­ຫານ​ລະ­ດັບສູງ ພ້ອມ​ດ້ວຍ​ວິ­ຊາ​ການ​ທັງ​ສອງ​ຝ່າຍເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ທ່ານ​ຜູ້­ອຳ­ນວຍ­ການ​ທະ­ນາ­ຄານ​ຮ່ວມພັດ­ທະ­ນາ​ກ່າວ​ວ່າ: ຈຸດ­ປະ­ສົງ​ຂອງ​ໂຄງການ​ແມ່ນ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ນັກສຶກ​ສາ​ທີ່​ມີ​ຄວາມ​ສົນ­ໃຈ​ຢາກ​ຮຽນ​ແຕ່ປະ​ເຊີນ​ບັນ­ຫາ​ດ້ານ​ເສດ­ຖະ­ກິດ​ກໍ​ຄື​ລາຍ​ຮັບ​ຕໍ່າແຕ່​ຢາກ​ຮຽນ​ຊັ້ນ​ສູງ, ປະ­ລິນ­ຍາ​ຕີ ແລະ​ປະ­ລິນ­ຍາ​ໂທ ທີ່​ວິ­ທະ­ຍາ­ໄລລາວ-ທັອບ ສາ­ມາດ​ກູ້​ຢືມ​ເພື່ອ​ການ​ສຶກ​ສາ, ເພື່ອ​ຄວາມ​ສະ­ດວກ​ສະ­ບາຍ​ໃນ​ການ​ສຶກ​ສາ​ຮ່ຳຮຽນ ໂດຍ​ຂໍ​ກູ້​ຢືມ​ຈາກ​ໂຄງ­ການ​ເງິນ​ກູ້ເພື່ອ​ການ​ສຶກ​ສາ ຊຶ່ງ​ວິ­ທະ­ຍາ­ໄລ​ຈະ​ຕ້ອງ​ເປີດ​ບັນ­ຊີ​ນຳ​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ​ກ່ອນ.

ປະ­ຈຸ​ບັນ ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາໄດ້​ຮ່ວມ​ມື​ກັບ​ຫຼາຍ​ອົງ​ກອນ, ຫຼາຍ​ສະ​ຖາບັນ ແລະ​ຫຼາຍ​ບໍ­ລິ­ສັດ ເພື່ອ​ບໍ­ລິ­ການ​ດ້ານການ​ເງິນ​ທີ່​ຄົບ​ວົງ​ຈອນ​ໃຫ້​ກັບ​ລູກ​ຄ້າ​ທຸກລະ­ດັບ​ຢ່າງ​ເທົ່າ​ທຽມ​ກັນ​ດັ່ງ​ຄຳ​ຂວັນ​ທີ່ວ່າ ພວກ​ເຮົາ​ຈະ​ເຕີບ​ໃຫຍ່​ໄປ​ພ້ອມ​ກັນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...