spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບ 3 ສ່ຽວພ້ອມຢາບ້າ 2 ພັນເມັດ

ຈັບ 3 ສ່ຽວພ້ອມຢາບ້າ 2 ພັນເມັດ

Published on

ເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດ​ສະ­ກັດກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ແຂວງຈຳ­ປາ​ສັກ ສົມ­ທົບ​ກັບ​ອຳ­ນາດ​ການ​ປົກຄອງ​ບ້ານ​ລົ່ມ​ສັກ​ເໜືອ ເມືອງ​ບາ​ຈຽງ​ຈະເລີນ​ສຸກ ແຂວງ​ຈຳ­ປາ​ສັກ ລົງ​ມ້າງ​ລາຍຄະ­ດີ​ຄ້າ­ຂາຍ​ຢາ​ເສບ​ຕິດ​ສາ­ມາດ​ກັກ​ຕົວຜູ້​ຖືກ​ຫາ​ໄດ້ 3 ຄົນ, ພ້ອມ​ຂອງ​ກາງ​ຢາ

ບ້າ​ຈຳ­ນວນ 2 ພັນ​ເມັດ ແລະ​ຢຶດ​ປືນແກັບ 2 ກະ­ບອກ, ລົດ​ໃຫຍ່ 2 ຄັນ, ລົດຈັກ 1 ຄັນ ແລະ​ໂທລະ­ສັບ​ມື​ຖື 2 ໜ່ວຍ ໃນ​ອາ­ທິດ​ຜ່ານ​ມາ.

ເຈົ້າ​ໜ້າ­ທີ່​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 29 ພຶດສະ­ພາ 2016 ເຈົ້າ​ໜ້າ­ທີ່​ໄດ້​ຮັບ​ຂ່າວຈາກ​ພື້ນ­ຖານ​ວ່າ: ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳ­ນວນໜຶ່ງ​ເຄື່ອນ​ໄຫວ​ຄ້າ­ຂາຍ​ຢາ​ເສບ​ຕິດ​ຢູ່ເຂດ​ບ້ານ​ລົ່ມ​ສັກ​ເໜືອ ຈິ່ງ​ໄດ້​ສົມ­ທົບ​ກັບອຳ­ນາດ​ການ​ປົກ­ຄອງ​ບ້ານ​ດັ່ງ­ກ່າວ ວາງແຜນ​ມ້າງ​ລາຍ​ຄະ­ດີ​ນີ້, ມາ​ຮອດ​ເວ­ລາ 9:00 ໂມງ​ຂອງ​ວັນ​ດຽວ​ກັນ ສາ­ມາດກັກ​ຕົວ​ຜູ້​ຖືກ​ຫາ​ຊື່: ທ້າວ ສີ​ສະ­ໝຸດ ອາ­ຍຸ 61 ປີ ຢູ່​ບ້ານ​ພູ​ມ່ວງ,  ທ້າວ ຄຳ​ຟອງ ອາ­ຍຸ 67 ປີ ແລະ ທ້າວ ກາ​ສິນ ອາ­ຍຸ 52 ປີ​ທັງ​ສອງ​ຢູ່​ບ້ານ​ຫ້ວຍ​ຍາງ​ຄຳ ທັງ​ສາມຢູ່​ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ພ້ອມຢຶດ​ເຄື່ອງ​ຂອງ​ກາງ​ປືນ, ລົດ ແລະ​ໂທລະ
ສັບ​ດັ່ງ­ກ່າວ.

ຜ່ານ​ການ​ສຶບ​ສອນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່​ພວກ​ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ໄດ້​ຮ່ວມ​ກັນ​ຄ້າ­ຂາຍ​ຫຼາຍ​ເດືອນ​ແລ້ວ ຢາບ້າ​ທີ່​ນຳ​ມາ​ຂາຍ​ແມ່ນ​ຊື້​ນຳ​ຊາຍ​ບໍ່​ຮູ້​ຊື່ພາຍ­ຫຼັງ​ໄດ້​ຢາ​ບ້າ​ມາ​ແລ້ວ ກໍ​ນຳ​ມາແບ່ງ​ໃຫ້​ກັນ​ຂາຍ.  ຄັ້ງ​ຫຼ້າ​ສຸດ​ໃນ​ວັນ​ທີ 29 ພຶດ­ສະ­ພາ 2016 ໄດ້​ມາ​ຊື້​ຢາ​ເສບຕິດ​ນຳ​ຊາຍ​ບໍ່​ຮູ້​ຊື່ ຈຳ­ນວນ 2 ພັນເມັດ, ພາຍ­ຫຼັງ​ໄດ້​ຢາ​ບ້າ​ມາ​ແລ້ວ ກໍ​ພາ­ກັນ​ເອົາ​ໄປ​ຂາຍ​ຢູ່​ເຂດ​ບ້ານ​ລົ່ມ​ສັກ​ເໜືອ.

ປະ­ຈຸ​ບັນ​ຄະ­ດີ​ດັ່ງ­ກ່າວ​ເຈົ້າ​ໜ້າ­ທີ່​ພວມສອບ​ສວນ​ຂະ­ຫຍາຍ​ຜົນ ເພື່ອ​ສະ­ຫຼຸບ​ສຳນວນ​ຄະ­ດີ​ສົ່ງ​ໃຫ້​ອົງ­ການ​ໄອ​ຍະ​ການ ແລະ ຂະ­ຫຍາຍ​ຜົນ​ເພື່ອ​ຊອກ​ຫາ​ຜູ້​ຮ່ວມ​ຂະບວນ​ການມາ​ດຳ­ເນີນ​ຄະ­ດີ​ຕາມ​ພາຍ­ຫຼັງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...