spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີແນະນຳນະຄອນຫລວງສະຫລຸບລາຍງານສະພາບການເກັບລາຍຮັບໃຫ້ເປັນປົກກະຕິແຕ່ລະອາທິດ

ຮອງນາຍົກລັດຖະມົນຕີແນະນຳນະຄອນຫລວງສະຫລຸບລາຍງານສະພາບການເກັບລາຍຮັບໃຫ້ເປັນປົກກະຕິແຕ່ລະອາທິດ

Published on

ໃນໂອກາດລົງຢ້ຽມຢາມ ແລະ ພົບປະໂອ້ລົມພະແນກການເງິນ ນະຄອນຫລວງວຽງຈັນ ໃນວັນທີ 10 ມີຖຸນາຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ໄດ້ເນັ້ນໃຫ້ນະຄອນຫລວງວຽງຈັນ ເອົາໃຈໃສ່ການຄຸ້ມຄອງ ແລະ ຈັດເກັບລາຍຮັບດ້ວຍການຕິດຕາມ ແລະ ສະຫລຸບລາຍງານໃຫ້ຂັ້ນເທິງເປັນປົກກະຕິ ແຕ່ລະອາທິດ,ຖ້າມີອັນໃດຄົງຄ້າງກໍຊ່ວຍກັນຮີບຮ້ອນແກ້ໄຂໃຫ້ທັນເວລາ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດລາຍຮັບລາຍຈ່າຍງົບປະມານມີຜົນດີຂຶ້ນ, ໂດຍສະເພາະໃນ5 ເດືອນທ້າຍສົກງົບປະມານ 2015-2016 ນີ້ ໃຫ້ບັນລຸຕາມແຜນ, ພ້ອມນີ້ ທ່ານຮອງນາຍົກໄດ້ເນັ້ນໃຫ້ນະຄອນຫລວງ ຮີບຮ້ອນແກ້ໄຂບັນດາໜ້າວຽກທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ ແລະ ເພີ່ມທະວີປັບປຸງກົນໄກການຈັດເກັບລາຍຮັບໃນສົກປີໃໝ່ໃຫ້ມີປະສິດທິຜົນກວ່າເກົ່າ.

ໃນໂອກາດດັ່ງກ່າວ ທ່ານ ຄຳພັນ ມາລາບັນດິດ, ຫົວຫນ້າພະແນກການເງິນນະ ຄອນຫລວງວຽງຈັນ ໄດ້ລາຍງານສະພາບການຈັດເກັບລາຍຮັບໃນ 8 ເດືອນ ຕົ້ນສົກປີ 2015-2016, ເຊິ່ງມາຮອດປັດຈຸບັນ ສາມາດປະຕິບັດໄດ້ແລ້ວຫລາຍກວ່າ 537 ຕື້ກີບ, ເທົ່າກັບ 51,61% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 1,13%, ໃນນັ້ນ ສ່ວຍສາອາກອນ ປະຕິ ບັດໄດ້ 489 ຕື້ກວ່າກີບ, ຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 42ຕື້ກວ່າກີບ, ຄຸ້ມຄອງການເງິນລັດວິສາຫະກິດ ປະຕິບັດໄດ້ຫລາຍກວ່າ 855 ລ້ານກີບ. ສະເພາະມາດຕະການຈຸດສຸມ ໃນ 3 ເດືອນທ້າຍສົກປີ, ວຽກງານສ່ວຍສາອາກອນຈະໄດ້ສຸມໃສ່ປັບປຸງກົນໄກການຄຸ້ມຄອງ, ດັດສົມຖານເກັບລາຍຮັບອາ ກອນຄືນໃຫມ່ຈາກບາງປະເພດ ການຜະລິດ, ທຸລະກິດເພື່ອ ຂະຫຍາຍຖານອາກອນມູນຄ່າເພີ່ມນຳບັນດາຫົວຫນ່ວຍທຸລະກິດ, ໂດຍສະເພາະທຸລະກິດຂະຫນາດໃຫຍ່ ແລະ ກາງ ໃຫ້ຖືກຕ້ອງຕາມລະ ບຽບກົດຫມາຍ ແລະ ສຸມໃສ່ຕິດຕາມກວດກາການເຄື່ອນໄຫວຂອງຫົວຫນ່ວຍຜະລິດ, ທຸລະກິດທີ່ເຄື່ອນໄຫວ 1.543 ຫົວຫນ່ວຍ ທີ່ແຈ້ງບໍ່ມີລາຍຮັບນັ້ນ ໃຫ້ຈະແຈ້ງຕື່ມ; ລົງຕິດຕາມກວດ ກາການເກັບລາຍຮັບຄ່າທຳນຽມ, ຄ່າບໍລິການຈາກບັນດາພະແນກ ແລະ ຂະແຫນງການທີ່ມີລາຍຮັບວິຊາການ ອ້ອມຂ້າງນະຄອນຫລວງ ໃຫ້ສຳເລັດ ແລະ ເລັ່ງຕິດຕາມກວດກາການເຄື່ອນໄຫວໃນ 5 ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະໃຫ້ສຳເລັດໂດຍໄວ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...