Homeນານາສາລະວິທີຫລຸດກິ່ນຕົດໃຫ້ເປັນມິດຕໍ່ສິ່ງແວດລ້ອມ

ວິທີຫລຸດກິ່ນຕົດໃຫ້ເປັນມິດຕໍ່ສິ່ງແວດລ້ອມ

Published on

ປູດ…ປາດ ສຽງຜາຍລົມທີ່ຢູ່ຄູ່ກັບມະນຸດແຕ່ມື້ເກີດຈົນຮອດມື້ຕາຍ ອັນເປັນສຍງທີ່ຄຸ້ນຫູ ແລະ ບາງຄັ້ງກໍ່ມີກິ່ນເໝັ່ນປົນມານຳ ເຊິ່ງວັນນີ້ພວກເຮົາກໍ່ບໍ່ພາດທີ່ຈະນຳວິທີຫລຸດກິ່ນຕົດ ມາແນະນຳໃຫ້ທ່ານລອງເຮັດເບິ່ງບາງເທື່ອມັນອາດຊ່ວຍໃຫ້ທ່ານມີກິ່ນຕົດທີ່ດີຂຶ້ນໄດ້

1. ກິນອາຫານປະເພດນີ້ໃຫ້ໜ້ອຍລົງ ເຊັ່ນ: ໄຂ່, ຊີ້ນ, ກະຫຼ່ຳ, ຕະກູນຖົ່ວ, ອາຫານປະເພດມີໄຂມັນ ເປັນຕົ້ນ ເນື່ອງຈາກອາຫານພວກນີ້ມີກິ່ນກຳມະຖັນ ແບັດທີເຣຍໃນລຳໄສ້ຈະຍ່ອຍໃຫ້ເປັນແກັສທີ່ມີກິ່ນເໝັນອອກມາ

2. ຫລຸດຜ່ອນການກິນແອລກໍຮໍ ຫຼື ນ້ຳດື່ມທີ່ມີແກັສເຊັ່ນ: ນ້ຳອັດລົມ, ໂຊດາ, ເບຍ ເພາະມັນເພີ່ມປະລິມານລົມ ແລະ ແກັສ ເຮັດໃຫ້ຕົດງ່າຍຂຶ້ນ

3. ໝັ່ນກິນຂິງ ແລະ ຜັກຫອມລາບເປັນປະຈຳ ຈະຊ່ວຍຫຼຸດກິ່ນເໝັນຂອງຕົດໄດ້ດີ ເພາະມັນຈະຊ່ວຍດູດຊຶມກິ່ນແກັສໃນກະເພາະຂອງເຮົາໄດ້

4. ດື່ມນ້ຳສະອາດຢ່າງໜ້ອຍວັນລະ 5-8 ຈອກ ກໍ່ຈະຊ່ວຍຫຼົດກິ່ນຕົດໄດ້ດີ

5. ບໍ່ຄວນກິນອາຫານຄ້າງຄືນແລ້ວມາອຸ່ນຊ້ຳ ເພາະສິ່ງນັ້ນມັນຄືການກະຕຸ້ນໃຫ້ຈຸລິຊີໃນອາຫານໃຫ້ຜະລິດແກັສ

6. ກິນປະເພດ ໂຢເກິດ, ນົມສົ້ມ ເປັນປະຈຳກໍຈະຊ່ວຍຫຼຸດກິ່ນຕົດໄດ້

7. ອອກກຳລັງໃຈຢ່າງສະໝ່ຳສະເໝີ ການຍ່າງຫຼັງອາຫານຊ້າໆ ຈະເຮັດໃຫ້ອາຫານຜ່ານໄປທີ່ລຳໄສ້ໃຫຍ່ໄວຂຶ້ນ ແບັດທີເຣຍໃນລຳໃຊ້ ມີເວລາສ້າງແກັສໃນກະເພາະໜ້ອຍລົງ ຊ່ວຍຫຼຸດການຜາຍລົມ ແລະ ຫຼຸດກິ່ນຕົກລົງໄດ້

ທີ່ມາ:​http://www.rak-sukapap.com/2016/05/10_27.html

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...