spot_img
Homeຂ່າວການສຶກສາຮອງປະທານປະເທດເນັ້ນໃຫ້ເອົາໃຈໃສ່ການປະຕິຮູບການສຶກສາດີຂຶ້ນເປັນລຳດັບ

ຮອງປະທານປະເທດເນັ້ນໃຫ້ເອົາໃຈໃສ່ການປະຕິຮູບການສຶກສາດີຂຶ້ນເປັນລຳດັບ

Published on

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄົບຄະ ນະ ຄັ້ງທີ 9 ຂອງຄະນະກຳມາທິການແຫ່ງຊາດ ກ່ຽວກັບການປະຕິຮູບລະບົບການສຶກສາ ແຫ່ງຊາດ ປະ ຈຳປີ 2016 ທີ່ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາວ່າ: ປັດຈຸບັນພັກ ແລະ ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນ ສຳເລັດຂອງການປະຕິຮູບລະບົບການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະ 10 ປີຜ່ານມາ, ເຊິ່ງຜົນສຳເລັດ ດັ່ງກ່າວ ເປັນການປະກອບສ່ວນເຂົ້າໃນພື້ນຖານການສ້າງສາພັດທະນາປະເທດຊາດ, ສາມາດຕອບສະໜອງພະນັກງານວິຊາການ ລະດັບຕ່າງໆໃຫ້ແກ່ອົງການຈັດຕັ້ງພາກລັດ ແລະ ເອກກະຊົນໄດ້ພຽງພໍໂດຍພື້ນຖານ ແລະ ມີຄວາມເຊື່ອໝັ້ນວ່າ ດ້ວຍບົດ ຮຽນ ແລະ ປະສົບການຕົວຈິງໃນການດຳເນີນການປະຕິຮູບລະບົບການສຶກສາ ກໍຄືການ ພັດທະນາຊັບພະຍາ ກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ຈົ່ງພ້ອມກັນສືບຕໍ່ເສີມຂະ ຫຍາຍຜົນສຳເລັດວຽກງານດັ່ງ

ກ່າວໃຫ້ດີຂຶ້ນກວ່າເກົ່າ, ໄປພ້ອມໆກັບການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ໝົດໄປ, ເຊິ່ງລັດຖະ ບານໄດ້ຮັບຮອງການພັດທະນາຊັບພະຍາກອນ ມະນຸດແຫ່ງຊາດ ແລະ ປະກາດໃຊ້ແຜນຍຸດທະສາດການພັດທະນາຊັບພະຍາກອນມະ ນຸດຮອດປີ 2025. ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກກໍໄດ້ລະບຸໄວ້ວ່າ: ສືບຕໍ່ເສີມຂະຫຍາຍຜົນສຳເລັດຂອງການປະຕິຮູບການສຶກສາ ແລະ ກິລາ ກໍຄືການພັດທະນາຊັບພະຍາກອນມະນຸດ ຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ, ໂດຍຖືເອົາຄ່ານິຍົມຂອງສັງຄົມໃຫ້ໄປຕາມທິດການພັດທະນາແບບຍືນຍົງ, ຖືເອົາຊັບພະຍາ ກອນມະນຸດເປັນປັດໃຈຕັດສິນກຳລັງການຜະລິດ, ຖືເອົາຄົນເປັນເປົ້າໝາຍ ແລະ ຈຸດສຸມ ຂອງການພັດທະນາ, ສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ມີພະລານາໄມສົມບູນ ແລະ ມີຄວາມສີວິໄລດ້ານຈິດໃຈເພື່ອພັດທະນາປະເທດຊາດ. ນອກນີ້ ທ່ານຍັງກ່າວຕື່ມວ່າ: ລັດຖະບານ ໄດ້ກຳນົດວິໃສທັດຮອດປີ 2030, ຍຸດທະສາດ ຮອດປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020), ເຊິ່ງຈະພັດທະນາໄປຕາມທິດທາງແບບຍືນຍົງ, ໂດຍມີ 17 ເປົ້າ   ໝາຍ ແລະ 169 ຄາດ ໝາຍສູ້ຊົນຂອງສະຫະປະຊາຊາດ, ຮັບປະກັນໃຫ້ ສປປ ລາວ ຫລຸດພົ້ນອອກ ຈາກປະເທດດ້ວຍພັດທະນາໃນປີ 2020, ໃຫ້ມີລາຍຮັບປານກາງຫາສູງໃນປີ 2030 ຄາດໝາຍທີ່ລັດຖະບານໄດ້ກຳນົດໄວ້.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...