spot_img
Homeຂ່າວພາຍ​ໃນ14 ປີບົນເສັ້ນ­ທາງການເຈລະ­ຈາເຂົ້າເປັນ­ສະ­ມາ­ຊິກ WTO ຂອງ­ລາວ ໄດ້­ສິ້ນ­ສຸດ­ລົງ

14 ປີບົນເສັ້ນ­ທາງການເຈລະ­ຈາເຂົ້າເປັນ­ສະ­ມາ­ຊິກ WTO ຂອງ­ລາວ ໄດ້­ສິ້ນ­ສຸດ­ລົງ

Published on

ໃນ­ວັນ­ທີ 28 ກັນຍາ 2012 ກອງ­ປະ­ຊຸມ ໜ່ວຍ­ປະ­ຕິບັດງານ ຄັ້ງ­ທີ 10 ວ່າ­ດ້ວຍ ການເຂົ້າເປັນ­ສະ­ມາ­ຊິກ WTO ຂອງ ສປປ ລາວ ໄດ້­ໄຂ­ຂຶ້ນ­ຢ່າງເປັນ­ທາງການ ຢູ່ ນະ­ຄອນ ເຊີ­ແນວ, ປະ­ເທດ ສະ­ວິດ­ສ ພາຍ­ໃຕ້ການເປັນ­ປະ­ທານ­ຂອງ ທ່ານ ອີ້ ຊຽວ­ຈຸນ ເອກ­ອັກ­ຄະ­ລັດ­ຖະ­ທູດ ຜູ້­ຕາງ­ໜ້າຖາວອນ ຂອງ ສປ ຈີນ ປະ­ຈໍາ­ອົງການການ­ຄ້າ­ໂລກ. ເນື່ອງ­ໃນ ກອງ­ປະ­ຊຸມ­ຄັ້ງ­ນີ້ ສປປ ລາວ ໄດ້­ສໍາເລັດການເຈລະ­ຈາ ເຂົ້າເປັນ­ສະ­ມາ­ຊິກ ອົງການການ­ຄ້າ­ໂລກ (WTO) ພາຍ­ຫລັງ ທີ່ ໄດ້ມີ ການກະ­ກຽມ ນັບ­ແຕ່­ປີ 1997 ເປັນ­ຕົ້ນມາ.

ໃນກອງ­ປະ­ຊຸມ­ຄັ້ງ­ນີ້ ຄະ­ນະ­ຜູ້­ແທນ­ຝ່າຍ­ລາວ­ແມ່ນ­ນໍາ­ໂດຍ ທ່ານ ດ­ຣ. ນາມ ວິຍະ­ເກດ ລັດ­ຖະ­ມົນ­ຕີວ່າການ ກະ­ຊວງ­ອຸດ­ສາຫະ­ກໍາ ແລະ­ ການ­ຄ້າ ພ້ອມ­ດ້ວຍ­ຄະ­ນະ­ທີ່­ປະ­ກອບ­ດ້ວຍ ທ່ານນາງ ເຂັມມະ­ນີ ພົນເສນາ ລັດ­ຖະ­ມົນ­ຕີ­ຊ່ວຍ­ວ່າການ ກະ­ຊວງ­ອຸດ­ສາຫະ­ກໍາ ແລະ­ ການ­ຄ້າ, ທ່ານ ສົມ­ຈິດ ອິນ­ທະ­ມິດ, ລັດ­ຖະ­ມົນ­ຕີ­ຊ່ວຍ­ວ່າການ ກະ­ຊວງ­ແຜນການ ແລະ­ ການ­ລົງ­ທຶນ, ທ່ານ ສັນ­ຕິ­ພາບ ພົມ­ວິ­ຫານ, ລັດ­ຖະ­ມົນ­ຕີ­ຊ່ວຍ­ວ່າການ ກະ­ຊວງການເງິນ ແລະ­ ຜູ້­ຕາງ­ໜ້າຈາກ­ຫ້ອງ­ວ່າການ­ລັດ­ຖະ­ບານ, ກະ­ຊວງ­ອຸດ­ສາຫະ­ກໍາ ແລະ­ ການ­ຄ້າ, ກະ­ຊວງ­ວິ­ທະ­ຍາສາດ ແລະ­ ເຕັກ­ໂນ­ໂລ­ຊີ, ກະ­ຊວງກະ­ສິກໍາ ແລະ­ ປ່າ­ໄມ້, ກະ­ຊວງ­ໄປສະ­ນີ ແລະ­ ໂທລະ­ຄົມມະ­ນາ­ຄົມ ແລະ­ ການ­ສື່­ສານ.

ທ່ານ ຢົງ ຈັນ­ທະ­ລັງ­ສີ ເອກ­ອັກ­ຄະ­ລັດ­ຖະ­ທູດ ຜູ້­ຕາງ­ໜ້າຖາວອນ ສປປ ລາວ ປະ­ຈໍາ­ອົງການ ສະ­ຫະ­ປະ­ຊາຊາດ ທີ່ ນະ­ຄອນ ເຊິ­ແນວ ກໍ່­ໄດ້ເຂົ້າ­ຮ່ວມກອງ­ປະ­ຊຸມ ໃນ­ຄັ້ງ­ນີ້.

ກອງ­ປະ­ຊຸມ­ຄັ້ງ­ນີ້ ຈັດ­ຂື້ນເພື່ອ­ໃຫ້ ສະ­ມາ­ຊິກ­ອົງການການ­ຄ້າ­ໂລກ­ທັງ­ໝົດ ພິ­ຈາລະ­ນາ ແລະ­ຮັບ­ຮອງເອົາ­ຜົນ­ຂອງການເຈລະ­ຈາເຂົ້າເປັນ­ສະ­ມາ­ຊິກ­ຂອງ ສປປ ລາວ ໂດຍ­ສະ­ເພາະ­ ບົດ­ລາຍງານ­ຂອງ­ໜ່ວຍ­ປະ­ຕິບັດງານ (Working Party Report) ຊຶ່ງ­ໄດ້ອະ­ທິບາຍ­ກ່ຽວ­ກັບ­ລະ­ບອບການ­ຄ້າ­ຕ່າງ­ປະ­ເທດ ແລະ­ ພັນ­ທະ­ທີ່ ສປປ ລາວ ຮັບເອົາເພື່ອ­ຮັບ­ປະ­ກັນ­ຄວາມ­ສອດ­ຄ່ອງ­ກັບ­ສັນຍາຂອງ ອ­ຄລ. ພ້ອມ­ນີ້ ກໍມີ­ຕາຕະ­ລາງ­ຫຼຸດ­ຜ່ອນ­ອັດ­ຕາພາ­ສີ ແລະ­ ຕາຕະ­ລາງ­ພັນ­ທະ­ການເປີດ­ຂະ­­ແໜງ­ບໍລິການ ທີ່ ສປປ ລາວ ໄດ້­ຕົກ­ລົງ ກັບບາງ­ສະ­ມາ­ຊິກ ທີ່­ສົນ­ໃຈ ເຈລະ­ຈາເປີດ­ຕະ­ຫຼາດ­ແບບ­ສອງ­ຝ່າຍ­ນໍາ. ເຖິງ­ຢ່າງ­ໃດ­ກໍຕາມ, ເພື່ອ­ສໍາເລັດ­ຂັ້ນ­ຕອນການເຂົ້າເປັນ­ສະ­ມາ­ຊິກ ອ­ຄລ ໂດຍ­ສົມ­ບູນ, ເອກະ­ສານເງື່ອນ­ໄຂການເຂົ້າເປັນ­ສະ­ມາ­ຊິກເຫຼົ່າ­ນີ້ ຈະ­­ໄດ້ຍື່ນ­ສະ­ເໜີ­ຕໍ່­ສະ­ພາ­ໃຫຍ່ ຂອງ ອ­ຄລ ທີ່­ໄດ້ກໍາ­ນົດ ວ່າຈະ­ຈັດກອງ­ປະ­ຊຸມ­ຂັ້ນ­ສູງ ຮັບ­ຮອງເອົາ ເອກະ­ສານເງື່ອນ­ໄຂການເຂົ້າເປັນ­ສະ­ມາ­ຊິກ ດັ່ງ­ກ່າວ ຢ່າງເປັນ­ທາງການ ພາຍ­ໃນ­ທ້າຍເດືອນ­ຕຸລາ­ນີ້. ຖືວ່າ ສປປ ລາວ ສາມາດ­ສະ­ຫຼຸບ ການເຈລະ­ຈາ ເຂົ້າເປັນ­ສະ­ມາ­ຊິກ ກ່ອນ­ທີ່­ຈະ­ມີການ­ຈັດ ກອງ­ປະ­ຊຸມ­ອາ­ຊີເອີ­ລົບ­ຄັ້ງ­ທີ 9 ທີ່ ສປປ ລາວເປັນເຈົ້າພາບ­ຈັດ ພາຍ­ໃນ­ຕົ້ນເດືອນ­ພະ­ຈິກ 2012 ນີ້. ພາຍ­ຫຼັງ­ທີ່ເອກະ­ສານເງື່ອນ­ໄຂການເຂົ້າເປັນ­ສະ­ມາ­ຊິກ ໄດ້­ຖືກ­ຮັບ­ຮອງ­ຢ່າງເປັນ­ທາງການ­ແລ້ວ, ລັດ­ຖະ­ບານ ສປປ ລາວ ຈະ­­ໄດ້­ສະ­ເໜີ­ໃຫ້­ສະ­ພາ­ແຫ່ງ­ຊາດ ພິ­ຈາລະ­ນາ­ໃຫ້­ສັດ­ຕະ­ຍາ­ບັນ ແລ້ວ­ຈຶ່ງ­ແຈ້ງການ ໃຫ້ ກອງເລຂາ­ອົງການການ­ຄ້າ­ໂລກ­ຊາບ. ຫຼັງ­ຈາກ­ນັ້ນ 30 ວັນ, ສປປ ລາວ ຈະ­­ໄດ້ເຂົ້າເປັນ ສະ­ມາ­ຊິກ­ສົມ­ບູນ ຂອງ ອົງການການ­ຄ້າ­ໂລກ­ແບບ­ອັດ­ຕະ­­ໂນ­ມັດ.
ທ່ານ ດ­ຣ. ນາມ ວິຍະ­ເກດ ໄດ້ມີ­ຄໍາເຫັນ­ຕໍ່ກອງ­ປະ­ຊຸມ ໂດຍ­ມີບາງ­ຕອນ­ສໍາ­ຄັນ­ດັ່ງ­ນີ້: “ປະ­ຊາ­ຊົນ­ລາວ ໄດ້ມີ­ຄວາມ­ຫວັງ­ຄອງ­ຄອຍ­ສູງ­ຕໍ່­ຜົນ­ສໍາເລັດ­ຂອງກອງ­ປະ­ຊຸມ­ຄັ້ງ­ນີ້. ຕະ­ຫຼອດ­ໄລຍະ­ 14 ປີ­ຂອງການກະ­ກຽມ, ສປປ ລາວ ໄດ້ມີການ­ປັບ­ປຸງ ແລະ­ ອອກ­ລະ­ບຽບ­ກົດ­ໝາຍ­ຫຼາຍກ­ວ່າ 90 ສະ­ບັບເພື່ອ­ໃຫ້­ສອດ­ຄ່ອງ­ກັບ­ສັນຍາ ຂອງ ອົງການການ­ຄ້າ­ໂລກ ພ້ອມ­ກັບ­ໃຫ້­ຄໍາ­ໝັ້ນ­ສັນຍາ­ໃນການເປີດ­ຕະ­ຫຼາດ­ທັງ­ດ້ານການ­ຄ້າ­ດ້ານ­ສິນ­ຄ້າ ແລະ­ ການ­ຄ້າ­ດ້ານການ­ບໍລິການ“. ທ່ານ­ລັດ­ຖະ­ມົນ­ຕີຍັງ­ກ່າວ­ຕື່ມ­ວ່າ ”ສປປ ລາວ ໄດ້­ໝູນ­ໃຊ້­ຂັ້ນ­ຕອນ­ຂອງການເຈລະ­ຈາເປັນ­ແຮງ­ຍູ້ດັນ­ໃຫ້­ແກ່ການ­ປັບ­ປຸງ­ກົນ­ໄກ­ຄຸ້ມ­ຄອງ­ດ້ານການ­ຄ້າ ແລະ­ ເສດ­ຖະ­ກິດ­ຂອງ­ຕົນ ໃຫ້­ສອດ­ຄ່ອງ­ກັບ­ລະ­ບຽບການ­ຂອງ­ສາ­ກົນ….ຂັ້ນ­ຕອນການເຈລະ­ຈາ­ໄດ້­ປູພື້ນ­ຖານ­ໃຫ້­ແກ່­ສປປ ລາວ ທີ່­ຈະ­ບັນ­ລຸເປົ້າໝາຍ­ຂອງການ­ພັດ­ທະ­ນາ (MDG) ໃນ­ປີ 2015 ແລະ­ ຫຼຸດ­ພົ້ນອອກ­ຈາກການເປັນ­ປະ­ເທດ­ດ້ອຍ­ພັດ­ທະ­ນາ ໃນ­ປີ 2020”

ບັນດາປະ­ເທດ­ສະ­ມາ­ຊິກ ອ­ຄລ ໂດຍ­ສະ­ເພາະ­ ກໍາ­ປູເຈຍ (ຕາງ­ໜ້າ­ໃຫ້ກຸ່ມ­ອາຊຽນ), ໄຮ­ຕີ (ຕາງ­ໜ້າ ກຸ່ມ­ປະ­ເທດ­ດ້ອຍ­ພັດ­ທະ­ນາ), ສປ ຈີນ, ຍີ່­ປຸ່ນ, ສ.ເກົາຫຼີ, ສະ­ຫະ­ລັດ­ອາເມ­ລິກາ, ສະ­ຫະ­ພາບເອີ­ຣົບ ແລະ­ ປະ­ເທດ­ອື່ນໆ­ ຕ່າງ­ກໍ­ໄດ້ກ່າວ­ສະ­­ແດງ­ຄວາມ­ຍິນ­ດີ ແລະ­ ສະ­ໜັບ­ສະ­ໜູນ­ໃຫ້ ສປປ ລາວ ໄດ້ເຂົ້າເປັນ ປະ­ເທດ­ສະ­ມາ­ຊິກ ແລະ­ ເກັບ­ກ່ຽວ­ຜົນ­ປະ­­ໂຫຍດ­ຈາກ­ລະ­ບົບການ­ຄ້າຫຼາຍ­ຝ່າຍ. ຜົນ­ສໍາເລັດ­ທາງ­ດ້ານ­ປະ­ຫວັດ­ສາດ­ຄັ້ງ­ນີ້ ແມ່ນ­ໝາກ­ຜົນ­ແຫ່ງ­ຄວາມ­ພະ­ຍາຍາມ ແລະ­ເອົາ­ໃຈ­ໃສ່­ຂອງ­ພັກ ແລະ­ລັດ­ຖະ­ບານ­ລາວ ພ້ອມ­ທັງ­ໄດ້­ຮັບ ການ­ຮ່ວມ­ມື­ຈາກ­ບັນດາພາກ­ລັດ, ເອກະ­ຊົນ ແລະ­ ປະ­ຊາ­ຊົນ­ລາວ­ທຸກເຜົ່າ, ທຸກ­ຊັ້ນ­ຄົນ, ແລະ­ ພວກເຮົາ ຈະ­­ໄດ້­ສືບ­ຕໍ່­ຮ່ວມ­ມືກັນ­ໃນການ­ຈັດ­ຕັ້ງ­ປະ­ຕິບັດ­ບັນດາ­ສິດ ແລະ­ ພັນ­ທະ­ຂອງ­ຕົນ­ໃນ­ອົງການການ­ຄ້າ­ໂລກ ເພື່ອ­ນໍາ­ຜົນ­ປະ­­ໂຫຍດ­ສູງ­ສຸດ ປະ­ກອບ­ສ່ວນເຂົ້າ­ໃນການ­ສ້າງ­ສາ ແລະ­ ພັດ­ທະ­ນາ ສປປ ລາວ ໃຫ້­ຫຼຸດ­ພົ້ນອອກ­ຈາກ­ປະ­ເທດ­ດ້ອຍ­ພັດ­ທະ­ນາ­ໃນ­ປີ 2020.

ທີ່ມາ:​http://member.bailane.com/Blog/Detail/39488

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...