spot_img
HomeມູມໄອທີລາວGionee S6 Pro ສະມາດໂຟນ 5.5 ນິ້ວ FHD ແລະຊິບປະມວນຜົນ Helio P10

Gionee S6 Pro ສະມາດໂຟນ 5.5 ນິ້ວ FHD ແລະຊິບປະມວນຜົນ Helio P10

Published on

Gionee ບໍລິສັດຜະລິດສະມາດໂຟນຈາກປະເທດ ໄດ້ປະກາດເປີດໂຕໂທລະສັບລຸ້ນໃໝ່ຄື Gionee S6 Pro. ສຳລັບໂຕເຄື່ອງຂອງ Gionee S6 Pro ແມ່ນເຮັດມາດ້ວຍວັດສະດຸອະລູມີນ້ຽມ ແລະ ໂລຫະແມັກນີຊ້ຽມ, ແຕ່ບໍລິສັດເຄລມວ່າໂຕເຄື່ອງ 97% ແມ່ນເຮັດມາຈາກໂລຫະ, ນອກນີ້ກໍມີເຊັນເຊີ້ສະແກນລາຍນິ້ວມືທີ່ປຸ່ມໂຮມ ສາມາດປົດລ໋ອກໄດ້ດ້ວຍຄວາມໄວ 0.1 ວິນາທີ. ໂຕເຄື່ອງມີຂະໜາດຂ້ອນຂ້າງບາງສັດສ່ວນຢູ່ທີ່ 153x 75.26 x 7.6ມມ. ແຕ່ວ່າໂຕເຄື່ອງມີນ້ຳໜັກພໍສົມຄວນຄື 170 ກຣາມ.

ສຳລັບສະເປັກຂອງ Gionee S6 Pro ແມ່ນມາພ້ອມກັບຈໍຂະໜາດ 5.5 ນິ້ວ, ໃຊ້ຈໍ IPS LCD ພ້ອມຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະເປັນຈໍໂຄ້ງ 2.5D. ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Helio P10 (MT6755m) ຄວາມແຮງຢູ່ທີ່ 1.8GHz ພ້ອມກັບຊິບກຣາບຟິກ Mali-T860MP2. RAM 4GB ແລະພື້ນທີ່ຈັດເກັບ 64GB ສາມາດເພີ່ມ microSD ສູງສຸດ 128GB.

ໃນຂະນະທີ່ດ້ານຫຼັງໂຕເຄື່ອງຕິດຕັ້ງກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ມາພ້ອມກັບແຟລັດ LED ແລະ PDAF. ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ. ສ່ວນແບັດເຕີຣີໃຫ້ມາ 3130mAh. ທາງດ້ານຄຸນສົມບັດການເຊື່ອມຕໍ່ແມ່ນຮອງຮັບ 4G LTE, ຮອງຮັບ 2 ຊິມ (hybrid), VoLTE, Wi-Fi ac, Bluetooth 4.1 ແລະພອຣດ USB Type-C.

ສຳລັບລາຄາຂອງ Gionee S6 Pro ກໍບໍ່ຖືແພງປານໃດ ເລີ່ມຕົ້ນຢູ່ທີ່ 1999 ຢວນ (2.470.000 ກີບ) ທີ່ປະເທດຈີນ ແລະໂຕເຄື່ອງມີໃຫ້ເລືອກ 3 ສີຄື: ບົວຄຳ, ຄຳ ແລະ ສີເງິນ.

image

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...