spot_img
HomeມູມໄອທີລາວHonor 5A ໂທລະສັບມືຖືລາຄາປະຢັດມາພ້ອມຊິບ Snapdragon 617

Honor 5A ໂທລະສັບມືຖືລາຄາປະຢັດມາພ້ອມຊິບ Snapdragon 617

Published on

ໃນຊ່ວງທີ່ຊິບປະມວນຜົນຫຼາຍໆໂຕມັກຈະຖືກນຳໄປໃຊ້ກັບໂທລະສັບຫຼາຍໆລຸ້ນ ແລະໜຶ່ງຊິບເຊັດທີ່ໜ້າສົນໃຈກໍຄື Snapdragon 617 ທີ່ມັກຖືກນຳໄປໃຊ້ກັບສະມາດໂຟນລະດັບກາງໆເປັນສ່ວນໃຫຍ່ບໍ່ວ່າຈະເປັນ HTC One A9 ຫຼືວ່າ Huawei P9 lite ກໍຍັງໃຊ້ຄືກັນ (ສະເພາະລຸ້ນທີ່ຂາຍຢູ່ຢຸໂຣບ). ໂດຍໃນເທື່ອນີ້ Honor ແມ່ນໄດ້ເອົາຊິບປະມວນຜົນດັ່ງກ່າວມາໃຊ້ກັບສະມາດໂຟນລາຄາປະຢັດແບບ Honor 5A ທີ່ເປີດໂຕຢ່າງເປັນທາງການແລ້ວມື້ວານນີ້ ແລະຍັງມີລຸ້ນທີ່ໃຊ້ Kirin 620 ຈາກ China Mobile ແລະ dual netcom ມາໃຫ້ເລືອກອີກ.

image

ສຳລັບສະເປັກຂອງ Honor 5A ຖືວ່າໜ້າສົນໃຈເລີຍຄືມາພ້ອມກັບຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ HD (1080 x 720 ພິກເຊວ), ອັດສ່ວນຄວາມຄົມຊັດ 1000:1 ພ້ອມກັບມຸມມອງທີ່ກວ້າງ 178 ອົງສາ ແລະການປັບລະດັບພິກເຊວໃນໜ້າຈໍໃຫ້ສາມາດສູ້ແສງແດດໄດ້ດີຂຶ້ນ, ນອກນີ້ຍັງປົກປ້ອງຈໍດ້ວຍແກ້ວ Aluminum-Silicon. ໂຕເຄື່ອງແມ່ນເຮັດມາດ້ວຍປຼາສຕິກ ແລະຂອບເປັນໂລຫະ, ສັດສ່ວນຢູ່ທີ່ 154.3 x 77.1 x 8.45 ແລະໜັກ 168 ກຣາມ (ຖືວ່າໜັກພໍສົມຄວນ)

ສຳລັບດ້ານຮາດແວຣ໌ແມ່ນໃຊ້ງານຊິບປະມວນຜົນ SD 617 ຄວາມແຮງຢູ່ທີ່ 1.5 Ghz, RAM 2 GB, ພື້ນທີ່ຈັດເກັບ 16 GB. ດ້ານຫຼັງໂຕເຄື່ອງແມ່ນຕິດຕັ້ງກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບເລນ 5P, ສາມາດຖ່າຍພາບມຸມກວ້າງ 28 ມມ ແລະ 7 ແມໂຄຣ. ກ້ອງໜ້າໃຫ້ມາ 8 ລ້ານພິກເຊວ ດ້ວຍເລນ 4P ແລະຮູຮັບແສງ f/2.0. ແບັດເຕີຣີໃຫ້ມາ 3100mAh ພ້ອມກັບລະບົບປະຢັດພະລັງງານ 3.0 ທີ່ສາມາດຊ່ວຍໃຫ້ແບັດເຕີກຸ້ມໄດ້ດົນກວ່າເກົ່າ.

image

ສຳລັບລາຄາຂອງ Honor 5A ເລີ່ມຕົ້ນພຽງແຕ່ 699 ຢວນເທົ່ານັ້ນ (865.000 ກີບ) ແລະຈະເລີ່ມຂາຍຕັ້ງແຕ່ວັນທີ 17 ມິຖຸນານີ້

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...