spot_img
Homeຍ້ອງຍໍຄົນດີເດັ່ນຕຸຍ ຄົນດີຂອງສັງຄົມ

ຕຸຍ ຄົນດີຂອງສັງຄົມ

Published on

10154203_600868046675215_2108753405_n

ໂດຍ: ຊຽງກະເລັນ ບ້ານນາ

ເມື່ອການເມືອງມີສະຖຽນລະພາບ ສັງຄົມມີຄວາມສະຫງົບ ປະຊາຊົນຍຸທ່າງທຳມາຫາກິນ ແລະສ້າງສາພັດທະນາ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ມີເຄື່ອງອຳນວຍຄວາມສະດວກ, ມີເຮືອນຫຼັງງາມ, ມີລົດຄັນໃຫຍ່ ແລະເຮືອນຫຼັງໜຶ່ງມີລົດຫຼາຍຄັນ ຈຶ່ງເຮັດໃຫ້ຖະໜົນຫົນທາງເຕັມໄປດ້ວຍລົດລາງພາຫະນະ ອັນນຳມາເຊິ່ງອັ່ງອໍຂອງລົດ ໂດຍສະເພາະແມ່ນເວລາໄປການແລະເລີກການ ກາຍເປັນບັນຫາກະທົບຕໍ່ການດຳລົງຊີວິດ ສຸຂະພາບຈິດແລະສຸຂະພາບກາຍ ຢ່າງຫຼີກລ້ຽງບໍ່ໄດ້. ຍ້ອນເຫັນໄດ້ແນວນັ້ນ ທ້າວ ຈັນປະເສີດ ພົມມະເທດ ຫຼື ຕຸຍ ຈຶ່ງສະຫຼະເວລາຂອງຕົນ ເປັນອາສາສະໝັກດ້ວຍຄວາມບໍລິສຸດໃຈ ເຂົ້າຊ່ວຍເຈົ້າໜ້າທີ່ໃນການໂບກລົດຢູ່ສາມແຍກປ້ຳນ້ຳມັນ ດົງປ່າແຫຼບມາ ເປັນເວລາປະມານ 5 ປີແລ້ວ.

ຕຸຍ ແມ່ນຊາວໜຸ່ມຜູ້ຫ້າວຫັນ ເປັນລູກຊາຍຄົນດຽວຂອງແມ່ ໂພມະນີ ປະຊາຊົນບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ເຄີຍຮຽນຢູ່ໂຮງຮຽນມາລາສິນແຕ່ປະຖົມຈົນເຖິງມັດທະຍົມປີທີ 3 ແລະຮຽນມັດທະຍົມຢູ່ ມສ ກ້າວໜ້າ ເມື່ອຈົບມັດທະຍົມແລ້ວ ກໍໄດ້ເຂົ້າສຶກສາວິຊາຊີບ ຢູ່ໂຮງຮຽນວິຊາຊີບ ວຽງຈັນ-ຮາໂນ່ຍ ໃນວິຊາ ຄອມພິວເຕີທຸລະກິດ ຜົນການຮຽນບໍ່ເຖິງຂັ້ນດີເລີດ ແຕ່ຈັດຢູ່ໃນລະດັບດີຫຼາຍ ນັ້ນກໍຄືເກຣດ B. ປັດຈຸບັນກຳລັງເປັນນັກສຶກສາເຝິກງານຢູ່ ລາວໂທລະຄົມ.

10174941_478242522277228_1989619248_n

ຕຸຍ ໄດ້ເລົ່າສູ່ຜູ້ຂຽນຟັງວ່າ ທຳອິດຕົນເອງມີພີ່ນ້ອງຄິງນຳກັນ 3 ຄົນ ແຕ່ໂຊກຮ້າຍ 2 ໃນນັ້ນ ໄດ້ເສຍຊີວິດຍ້ອນອຸບັດເຫດ. ສາເຫດທີ່ມາເຮັດວຽກຊ່ວຍເຈົ້າໜ້າທີ່ໃນການໂບກລົດນັ້ນ ແມ່ນຍ້ອນເຫັນໄດ້ຈາກຄວາມຫຍຸ້ງຍາກລຳບາກຂອງຜູ້ສັນຈອນໄປ-ມາ ໂດຍສະເພາະແມ່ນໃນໂມງເລັ່ງດ່ວນ ກໍເລີຍຕັດສິນໃຈມາເປັນອາສາສະໝັກເຮັດວຽກຊ່ວຍເພິ່ນ ໂດຍບໍ່ໄດ້ຫວັງສິ່ງຕອບແທນໃດໆ . ທຳອິດ ເມື່ອສົນໃຈວຽກນີ້ ຕົນເອງກໍໄດ້ປຶກສາກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ມາປະຕິບັດໜ້າທ່ີຢູ່ບໍລິເວນດັ່ງກ່າວ ເຊິ່ງເຈົ້າໜ້າທີ່ກໍໄດ້ໃຫ້ຄຳແນະນຳວິທີການໂບກລົດໃຫ້ແກ່ຕົນເອງເປັນຢ່າງດີ.

ເຈົ້າໜ້າທີ່ທ່ານໜຶ່ງທີ່ມາປະຕິບັດໜ້າທີ່ຢູ່ ສາມແຍກ ປ້ຳນ້ຳມັນດົງປ່າແຫຼບ ໄດ້ກ່າວຕໍ່ຜູ້ຂຽນກ່ຽວກັບການເປັນອາສາສະໝັກຂອງ ຕຸຍ ວ່າ: ມັນເປັນເລື່ອງທີ່ດີຫຼາຍ ຖ້າມີຜູ້ໃຈດີມີນ້ຳໃຈຄື ທ້າວ ຕຸຍ ຫຼາຍໆ ກໍຄົງຈະເຮັດໃຫ້ສັງຄົມເຮົາດີຂຶ້ນຢ່າງແນ່ນອນ ບໍ່ວ່າອາສາສະໝັກທາງດ້ານນີ້ ກໍຄືທາງດ້ານອື່ນໆ. ເຈົ້າໜ້າທ່ານດັ່ງກ່າວເວົ້າຕື່ມວ່າ: ຖ້າໃຜມີຈິດອາສາແບບນີ້ ສາມາດເຮັດໄດ້ ເຈົ້າໜ້າທີ່ພ້ອມທີ່ຈະໃຫ້ຄຳແນະນຳ ບໍ່ຕ້ອງຢ້ານເຈົ້າໜ້າທີ່ຈະຕໍ່ຕ້ານວ່າ ມາຍາດໜ້າທີ່ດອກ, ຄົນເຮົາຖ້າເຮັດດີທຸກຄົນກໍຍ່ອມໃຫ້ຄຳສັນລະເສີນ.

ທ້າວ ຕຸຍ ບໍ່ສະເພາະແຕ່ມີຈິດອາສາເທົ່ານັ້ນ ແຕ່ໂດຍທຳມະຊາດຂອງລາວແລ້ວ ກໍເປັນຄົນດີມາແຕ່ນ້ອຍ ບໍ່ວ່າຈະຢູ່ໂຮງຮຽນ ກໍຄືຢູ່ບ່ອນເຝິກງານຂອງລາວ ດັ່ງນາງ ນ້ອຍ ສີດາພົມ ພະນັກງານຜູ້ໜຶ່ງໃນ ບໍລິສັດ ລາວໂທລະຄົມ ທີ່ທ້າວ ຕຸຍ ໄປເຝິກງານໄດ້ກ່າວວ່າ: ທ້າວ ຕຸຍ ເປັນຄົນດີ, ມະນຸດສຳພັນດີ, ມີຄວາມດຸໝັ່ນ ທຸກຄົນໃນຫ້ອງການຈຶ່ງຮັກແພງລາວຫຼາຍ, ຢາກໃຫ້ເດັກນ້ອຍໄວໜຸ່ມເຮົາເບິ່ງລາວເປັນແບບຢ່າງ ຢູ່ໂຮງຮຽນກໍດີ, ມາເຝິກງານຢູ່ຫ້ອງການກໍດີ, ຢູ່ເຮືອນກໍຊ່ວຍວຽກແມ່ ແລະຍັງມີໃຈອາສາສະໝັກ ຊ່ວຍເຫຼືອສັງຄົມນຳອີກ ລາວເປັນບຸກຄົນທີ່ຫາຍາກອີ່ຫຼີ ຊົມເຊີຍລາວແທ້ໆ.

10001490_478242562277224_1100727493_n

ທ້າວ ຕຸຍ ໄດ້ເວົ້າຕໍ່ຜູ້ຂຽນຕື່ມວ່າ ຖ້າຍັງມີເວລາ ຕົນເອງຈະສືບຕໍ່ເປັນອາສາສະໝັກ ໂບກລົດໄປຕະຫຼອດໂດຍບໍ່ມີກຳໜົດ ແລະບໍ່ໄດ້ສົນໃຈກັບຄຳເວົ້າຂອງບາງຄົນທີ່ວ່າ ຕົນເອງຢາກເດັ່ນຢາກດັງ ຫຼືໄປຍາດວຽກຂອງເຈົ້າໜ້າທີ່ ເພາະຕົນເອງເຮັດວຽກນີ້ແມ່ນເຮັດດ້ວຍຈິດໃຈທີ່ບໍລິສຸດ ບໍ່ໄດ້ຫວັງຜົນໃດໆ ທັງນັ້ນ, ສາເຫດທີ່ເຮັດກໍຄືຄິດອີ່ຕົນຄົນທຽວທາງ ເຂົາເຈົ້າໄດ້ພົບກັບຄວາມຫຍຸ້ງຍາກໃນການເດິນທາງ, ສ່ວນເຮົາຢາກຊ່ວຍເຫຼືອສັງຄົມ ແຕ່ກໍບໍ່ມີຊັບສິນອື່ນໃດທີ່ຈະຊ່ວຍສັງຄົມໄດ້ ເຮົາມີແຕ່ເຫື່ອແຮງທີ່ເຮົາມີ ເຊິ່ງເຮົາຂໍຖືເອົາສິ່ງທີ່ເຮົາມີນີ້ຮັບໃຊ້ສັງຄົມ ຮັບໃຊ້ປະເທດຊາດຕໍ່ໄປ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...