Homeນານາສາລະວິທີຈືນບໍ່ໃຫ້ຕິດໝໍ້ ເພື່ອໃຫ້ປາເຫຼືອງງາມໜ້າກິນ

ວິທີຈືນບໍ່ໃຫ້ຕິດໝໍ້ ເພື່ອໃຫ້ປາເຫຼືອງງາມໜ້າກິນ

Published on

ການຈືນປາໃຫ້ສຸກມັນບໍ່ແມ່ນເລື່ອງຍາກ ແຕ່ການຈືນປາແລ້ວບໍ່ໃຫ້ຕິດໝໍ້ແຖມຍັງສຸກເຫຼືອງງາມເປັນຕາກິນນີ້ຕິເປັນເລື່ອງຍາກຂອງຫຼາຍຄົນ ວັນນີ້ພວກເຮົາເລີຍບໍ່ພາດທີ່ຈະນຳເຄັດລັບຂອງການຈືນປາມາຝາກກັນເຊິ່ງຈະເປັນແນວໃດນັ້ນເຮົາມາອ່ານກັນເລີຍ

– ຕັ້ງໝໍ້ຄາງໃຫ້ຮ້ອນ ຈາກນັ້ນກໍ່ນຳເກືອລົງໄປຂົ້ວກ່ອນປະມານ 2 ນາທີ ແລ້ວຈິ່ງຖອກເກືອອອກ ຈາກນັ້ນຈິ່ງຄ່ອຍເອົານ້ຳມັນເທລົງໝໍ້ຄາງຖ້າຈົນນ້ຳມັນຮ້ອນດີແລ້ວຈິ່ງເອົາປາລົງໄປຈືນ ໃຫ້ໃຊ້ໄຟໃນລະດັບຄວາມຮ້ອນປານກາງ

– ເວລາເອົາປາລົງຈືນແມ່ນໃຫ້ເອົາດ້ານມີໜັງລົງກ່ອນເພາະໜັງປາຈະສຸດຊ້າກວ່າສ່ວນທີ່ເປັນຊີ້ນທີ່ບໍ່ມີໜັງ

– ຢ່າພິກປາໄປມາຕະຫຼອດຄວນລໍຖ້າດ້ານໜຶ່ງສຸກກ່ອນແລ້ວຈິ່ງພິກຕົວປາອີກດ້ານໜຶ່ງ

ງ່າຍໆພຽງເທົ່ານີ້ປາກໍ່ຈະບໍ່ຕິດໝໍ້ເວລາຈືນ ແຖມຍັງໄດ້ປາທີ່ເຫຼືອງງາມໄວ້ກິນນຳອີກດ້ວຍ

ທີ່ມາ: http://www.rak-sukapap.com/2016/06/blog-post_644.html

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...