Homeສຸຂະພາບ ແລະ ສີ່ງແວດລ້ອມລະວັງ! 5 ອາການທີ່ຮ່າງກາຍແຈ້ງເຕືອນພາຍໃນ 1 ເດືອນກ່ອນຫົວໃຈວາຍ

ລະວັງ! 5 ອາການທີ່ຮ່າງກາຍແຈ້ງເຕືອນພາຍໃນ 1 ເດືອນກ່ອນຫົວໃຈວາຍ

Published on

ໃນການດຳເນີນຊີວິດທີ່ວຸ້ນວາຍກັບໜ້າທີ່ວຽກງານ ຈິ່ງເຮັດໃຫ້ຄົນເຮົາບໍ່ຄ່ອຍມີເວລາດູແລສຸຂະພາບຕົວເອງ ກໍ່ໃຫ້ເກີດບັນຫາເຈັບປ່ວຍ ແລະ ຮວມເຖິງໂຣກຫົວໃຈ ໄພງຽບທີ່ທ່ານທ່ານອາດຈະບໍ່ເຄີຍຮູ້ເຖິງບັນຫາຈົນເຖິງວັນທີ່ສາຍເກີນໄປ ເພື່ອປ້ອງກັນກໍລະນີທີ່ຮ້າຍແຮງອາດຈະເກີດຂຶ້ນ ມັນຈິ່ງເປັນສິ່ງສຳຄັນທີ່ທ່ານຈະຕ້ອງຮູ້ຈັກກັບອາການຫົວໃຈວາຍກ່ອນທີ່ມັນຈະເກີດຂຶ້ນ

1. ອາການຮ່າງກາຍຮູ້ສຶກອ່ອນແອ ແຕ່ຖ້າມັນເກີດຂຶ້ນແບບກະທັນຫັນ ອາດເປັນໄປໄດ້ວ່າທ່ານມີບັນຫາກ່ຽວກັບ ການໄຫລວຽນຂອງເລືອດ ເຊິ່ງອາດເປັນຜົນມາຈາກຫຼອດເລືອດແດງແຄບລົງ
2. ຄວາມເມື່ອຍລ້າ fatique ການຫົດຕົວຂອງຫຼອດເລືອດທີ່ເຮັດໃຫ້ຫົວໃຈຮັບເກັດເລືອດຕ່ຳ ມັນຈະເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນ ແລະ ເຮັດໃຫ້ທ່ານຮູ້ສຶກເມື່ອຍຫຼາຍ ແລະ ຢາກນອນຕະຫຼອດເວລາ
3. ອາການວິນຫົວ ແລະ ເຫື່ອອອກ ການໄຫລວຽນຂອງເລືອດຕິດຂັດ ແລະ ເຮັດໃຫ້ເລືອດໄຫລໄປລ້ຽງອະໄວຍະວະທີ່ສຳຄັນຂອງຮ່າງການບໍ່ທົ່ວເຖິງ ເຊິ່ງເປັນອັນຕະລາຍຫຼາຍ
4. ຫາຍໃຈຖີ່ໆເມື່ອຍງ່າຍ ປະລິມານຂອງເລືອດໃນຫົວໃຈຫຼຸດລົງ ຈະເຮັດໃຫ້ປອດບໍ່ໄດ້ຮັບອົກຊີເຈນພຽງພໍ ທັງສອງລະບົບມີຄວາມສຳພັນກັນຫຼາຍ ທ່ານຄວນໄປປຶກສາແພດ
5. ແໜ້ນໜ້າເອິກ ບໍ່ວ່າຈະເປັນການປວດເລັກໜ້ອຍ ຫຼື ຄວາມດັນຂຶ້ນ ມີຄວາມເປັນໄປໄດ້ສູງວ່າທ່ານກຳລັງຖືກໂຣກພະຍາດໂຈມຕີຮ່າງກາຍຫຼາຍຂຶ້ນ.

ເມື່ອທ່ານໃດມີອາການທີ່ກ່າວມາຂ້າງເທິງນີ້ຄວນໄປພົບແພດ ເພື່ອຮັບການກວດ ແລະ ການຮັກສາດ່ວນ

ທີ່ມາ: http://www.rak-sukapap.com/2016/06/6-1.html

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...