Homeນານາສາລະຄວນກິນອາຫານປະເພດປິ້ງແນວໃດຈຶ່ງປອດໄພ.

ຄວນກິນອາຫານປະເພດປິ້ງແນວໃດຈຶ່ງປອດໄພ.

Published on

ຫຼາຍຄົນອາດຈະຮູ້ແນ່ແລ້ວວ່າການກິນອາຫານປະເພດປີ້ງຫຼາຍອາດເປັນຜົນເສຍຕໍ່ສຸຂະພາບຕາມມາ ແຖມຍັງໂອກາດສ່ຽງທີ່ຈະເປັນພະຍາດມະເຮັງນຳອີກດ້ວຍ. ດັ່ງນັ້ນ, ມື້ນີ້ເຮົາຈຶ່ງມີວິທີດີເພື່ອການອາຫານປະເພດປີ້ງແບບປອດໄພ ແຕ່ເຖິງຢ່າງໃດກໍ່ຕາມບາງຄັ້ງກໍ່ອາດຈະເປັນສິ່ງທີ່ເຮົາຫຼີກລ້ຽງບໍ່ໄດ້ແຕ່ຄວນກິນໃນປະລິມານທີ່ໜ້ອຍລົງອາດຈະດີກວ່າ.

– ບໍ່ຄວນສູດດົມຄວັນ ເພາະມີພິດຮ້າຍເທົ່າກັບຢາສູບ.
– ບໍ່ກິນບ່ອນທີ່ໄໝ້ຫຼາຍຈົນເກີນໄປ ເພາະສ່ວນໄໝ້ຈະມີສານກໍ່ມະເຮັງ.
– ພະຍາຍາມກິນພ້ອມກັບເຄື່ອງຄຽງອື່ນໆນຳເປັນຕົ້ນແມ່ນປະເພດຜັກຕ່າງໆມາກິນຕື່ມເຊັ່ນ: ໝາກອຶແລະ ຫົວຜັກບົ່ວໃຫຍ່ທີ່ມີແອນຕີອອກຊິເດນຫຼາຍ.
– ຫຼຸດອາຫານປະເພດຊີ້ນແດງ ແລະ ອາຫານແປຮູບເຊັ່ນ: ເບຄອນ, ແຮມ, ແໜມ, ໄສ້ກອກ.
– ບໍ່ຄວນຊົດນ້ຳແກງທີ່ເຕັມໄປດ້ວຍໄຂມັນຈາກການປິ້ງ.
– ບໍ່ຄວນປະຕິເສດປາ ເພາະຈະມີສ່ວນຊ່ວຍຕ້ານອານຸມູນອິດສະຫຼະຈາກຄວັນໄຟໄດ້.
– ຄວນກິນໃນປະລິມານທີ່ເໝາະສົມກັບຮ່າງກາຍ ແລະ ບໍ່ຄວນກິນເລື້ອຍໆຫຼາຍ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...