spot_img
Homeວັນນະກຳເລື່ອງເລົ່າຜິດບໍ່...ທີ່ຮັກແຟນເກົ່າຂອງເພື່ອນ

ຜິດບໍ່…ທີ່ຮັກແຟນເກົ່າຂອງເພື່ອນ

Published on

ເມື່ອກ່ອນກໍ່ບໍ່ເຄີຍວ່າຈະມານັ່ງຖາມຕົວເອງວ່າ “ຈະຜິດຫຼາຍບໍ່…ຖ້າຕ້ອງຮັກກັບແຟນເກົ່າຂອງເພື່ອນ” ຈົນເມື່ອວັນທີ່ຕ້ອງເປີດ “ຄລີນິກຫົວໃຈ” ຮັບປຶກສາເລື່ອງຄວາມຮັກໃຫ້ເພື່ອນໆ ແລະ ຄົນຮູ້ຈັກ ແລ້ວກໍ່ໄດ້ພົບກັບເລື່ອງລາວເລື່ອງໜຶ່ງ

ເລື່ອງຂອງເພື່ອນຂ້ອຍຄົນໜຶ່ງ ທີ່ບັງເອີນ ໄປຮັກກັບແຟນເກົ່າຂອງເພື່ອນສະໜິດ ເພາະມັນເລີ່ມຈາກຄວາມໃກ້ຊິດ ຈາກການທີ່ນາງເປັນຜູ້ຮັບຟັງເລື່ອງລາວຄວາມຮັກຂອງທັງຄູ່ຈາກແຟນເກົ່າຂອງເພື່ອນສະໜິດຕະຫຼອດຊ່ວງໄລຍະທີ່ພວກເຂົາຄົບກັນ ຈົນວັນທີ່ພວກເຂົາເລີກຄົບກັນ ແຕ່ຄວາມໃກ້ຊິດກໍ່ບໍ່ປ່ຽນແປງເລີຍແຖມເບິ່ງແລ້ວຮູ້ສຶກວ່າລາວ ແລະ ແຟນເກົ່າຂອງເພື່ອນສະໜິດມັນຍິ່ງໃກ້ຊິດກັນຫຼາຍຂຶ້ນກວ່າເດີມຈົນໜ້າແປກໃຈ ເມື່ອມາຮູ້ອີກຄັ້ງໜຶ່ງ ນາງ ແລະ ເຂົາ ກໍ່ໄດ້ມີຄວາມຮູ້ສຶກທີ່ດີຕໍ່ກັນຫຼາຍຈົນບໍ່ອາດຖອນຕົວກັບໄປເລີ່ມຕົ້ນທີ່ສູນໃໝ່ໄດ້ອີກຄັ້ງແລ້ວ

“ນາງ” ແລະ “ເຂົາ” ທັງສອງຄົນມາຖາມຂ້ອຍວ່າ ຖ້າເຮົາຮັກກັນ ເຮົາຈະຜິດບໍ່ ຝ່າຍຍິງໄດ້ຖາມວ່າລາວຈະຜິດຕໍ່ເພື່ອນຂອງລາວບໍ່? ແລະ ຝ່າຍຊາຍກໍ່ຖາມຂ້ອຍວ່າລາວຈະຜິດຕໍ່ແຟນເກົ່າຂອງລາວຫຼາຍບໍ່? 

ຂ້ອຍໄດ້ມິດງຽບໄປດົນເຕີບກວ່າຈະຄິດຄຳແນະນຳທີ່ດີອອກມາໄດ້ ຂ້ອຍໃນຖານະໝໍໂຣກຫົວໃຈທີ່ຮັບສະເພາະປຶກສາເລື່ອງຂອງຫົວໃຈ ກໍ່ໄດ້ແຕ່ບອກວ່າ “ບໍ່ຜີດດອກ” ເພາະເລື່ອງລາວຂອງຄວາມຮັກມັນຍາກເກີນກວ່າຈະຫ້າມບໍ່ໃຫ້ເກີດຂຶ້ນກັບໃຜໄດ້ ໂດຍສະເພາະຄົນທີ່ຢູ່ໃກ້ຊິດກັນ ແລະ ມີຄວາມເຫັນອົກເຫັນໃຈກັນ

ເມື່ອທັງສອງຕັດສິນໃຈແບບນີ້ແລ້ວກໍ່ຄົງຕ້ອງທຳໃຈຍອມຮັບຜົນທີ່ຈະຕາມມາພາຍຫຼັງ ບາງຄັ້ງການໄດ້ຄວາມຮັກມາຄອງ ແຕ່ອາດຕ້ອງເສຍບາງສິ່ງໄປ ເຊິ່ງບາງຄັ້ງສິ່ງທີ່ສູນເສຍໄປອາດເປັນສິ່ງທີ່ມີຄ່າທີ່ສຸດ ເຊິ່ງບັນຫານີ້ທ່ານຕ້ອງຕັດສິນໃຈເອງແລ້ວວ່າ ຈະເລືອກເກັບຄວາມສຳພັນທີ່ດີໄວ້ ຫຼື ຈະເດີນໜ້າກັບຮັກນີ້ຕໍ່ໄປ ຫຼື…?

ເຖິງຈະຕອບໄປແລ້ວວ່າບໍ່ຜິດ ແຕ່ຄຳຖາມນີ້ກໍ່ຍັງວົນວຽນໃນສະໝອງເລື່ອງທີ່ວ່າ ຜິດບໍ່…ຮັກແຟນເກົ່າຂອງເພື່ອນ ແລ້ວເພື່ອນໆທີ່ອ່ານບົດຄວາມນີ້ຄິດວ່າຜິດບໍ່ຖ້າຈະມີຄວາມຮັກກັບ ຮັກແຟນເກົ່າຂອງເພື່ອນ! 

 

ທີ່ມາ: mylove

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...