spot_img
HomeBaby-ແມ່ແລະເດັກ5 ສິ່ງທີ່ພໍ່ແມ່ຄວນເຮັດເພື່ອໃຫ້ລູກປອດໄພ

5 ສິ່ງທີ່ພໍ່ແມ່ຄວນເຮັດເພື່ອໃຫ້ລູກປອດໄພ

Published on

ໄພໃກ້ຕົວລູກເກີດຂຶ້ນໄດ້ສະເໝີຫາກຜູ່ເປັນພໍ່-ແມ່ບໍ່ຢາກເສຍໃຈພາຍຫຼັງ ວັນນີ້ໃນຫົວບົດ ແມ່ ແລະ ລູກ ກັບ ລາວໂພສຕ໌ ຂໍນຳສະເໜີຫົວຂໍ້ທີ່ມີປະໂຫຍດເຊິ່ງທາງເຮົາໄດ້ນຳມາຈາກວາລະສານ Momypedia ເພື່ອເປັນບົດຮຽນດີໆມາຝາກກັນ ເຊິ່ງເລື່ອງນີ້ມັນສິ່ງທີ່ປະມາດບໍ່ໄດ້ພຽງແຕ່ວິນາທີດຽວ ເຊິ່ງຈະມີຫຍັງແນ່ນັ້ນເຮົາມາຮູ້ກັນເລີຍ

03_15

1. ສອນລູກໃຫ້ລອຍນ້ຳເປັນ: ການຈົມນ້ຳເປັນສາເຫດໜຶ່ງທີ່ເຮັດໃຫ້ເດັກນ້ອຍເສຍຊີວິດ ສະນັ້ນທ່ານຄວນສອນໃຫ້ລູກຮູ້ຈັກລອຍນ້ຳ ແລະ ຮູ້ຈັກທັກສະການເອົາຕົວຫຼອດຈາກການຈົມນ້ຳ ເພື່ອໃຊ້ໃນຍາມສຸກເສີນກໍລະນີທີ່ລູກໄປຫຼິ້ນນ້ຳໄກຫູໄກຕາ ຫຼື ຍາມລູກຕົກນ້ຳໃນເວລາເຮົາຂາດສະຕິປ່ອຍລູກຫຼິ້ນນ້ຳຕາມລຳພັງ

2. ສອນໃກ້ລູກຮູ້ຈັກການຊ່ວຍຊີວິດຂັ້ນພື້ນຖານ CPR ຫຼື ການປະຖົມພະຍາບານຂັ້ນຕົ້ນ: ເລື່ອງນີ້ມັນຈະເປັນປະໂຫຍດໃຫ້ກັບລູກຫຼາຍ ບໍ່ວ່າຈະເປັນການເຮັດ CPR ຫຼື ການປະຖົມພະຍາບານເບື້ອງຕົ້ນກໍ່ຕາມ ເພາະຫາກມີເລື່ອງສຸກເສີນເກີດຂຶ້ນລູກອາດຈະນຳຄວາມຮູ້ໄປຊ່ວຍເຫຼືອຕົວເອງ ຫຼື ຄົນອື່ນໄດ້

02_18

3. ໃຫ້ລູກນັ່ງຄາດຊີບເມື່ອຂຶ້ນລົດທຸກຄັ້ງ: ເພື່ອປ້ອງກັນລູກໃຫ້ປອດໄພຫຼາຍທີ່ສຸດໃນເວລາເກີດອຸບັດຕິເຫດ

4. ບໍ່ປ່ອຍລູກນ້ອຍໄວ້ຄົນດຽວໃນລົດ ແລະ ເວລາຖອຍລົດ-ອອກລົດຕ້ອງລະວັງ: ຫຼາຍຄັ້ງທີ່ມີຂ່າວວ່າພໍ່ແມ່ປ່ອຍລູກນ້ອຍໄວ້ໃນລົດຄົນດຽວແລ້ວລັອກປະຕຸລົດໄວ້ຈາກນັ້ນຕົວເອງກໍ່ອອກໄປວຽກສ່ວນຕົວບາດກັບມາລູກໄດ້ເສຍຊີວິດແລ້ວ ດັ່ງນັ້ນພໍ່ແມ່ຕ້ອງໄດ້ເອົາລູກອອກຈາກລົດໄປນຳຈະປອດໄພທີ່ສຸດ ແລະ ເມື່ອເວລາຖອຍ ຫຼື ຈະອອກລົດກໍ່ຄວນເບິ່ງດີກ່ອນວ່າມີເດັກນ້ອຍຢູ່ບໍລິເວນນັ້ນ ຫຼື ບໍ່ ເພື່ອຫຼີກເວັ້ນການເກີດອຸບັດຕິເຫດລົດຕຳ, ລົດທັບເດັກ ນ້ອຍ

04_16

5. ພາລູກໄປຮັບຢາວັກຊີນໃຫ້ຄົບຕາມກຳນົດ: ເພື່ອສ້າງພູມຕ້ານທານທີ່ຈຳເປັນໃຫ້ລູກ ຮວມເຖິງການໄປກວດສຸຂະພາບລູກເປັນປະຈຳ ເພື່ອຕິດຕາມພັດທະນາການຂອງລູກຈາກແພດຢ່າງເໝາະສົມ

ນອກຈາກ 5 ຂໍ້ທີ່ກ່າວມາຂ້າງເທິງນີ້ແລ້ວ ຖ້າໃຜມີປະສົບການດີໆໃນການລ້ຽງລູກຢາກຮ່ວມແບ່ງປັນກໍ່ສາມາດຂຽນບອກໄດ້ ເພາະທຸກເລື່ອງລາວຈະເປັນປະໂຫຍດໃຫ້ກັບການລ້ຽງລູກ

 

ທີ່ມາ: http://baby.kapook.com/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...