spot_img
Homeຂ່າວພາຍ​ໃນເລຂາທິການໃຫຍ່ຕ້ອນຮັບປະທານປະເທດ ສສ ຫວຽດນາມ

ເລຂາທິການໃຫຍ່ຕ້ອນຮັບປະທານປະເທດ ສສ ຫວຽດນາມ

Published on

ໃນວັນທີ 12 ມິຖຸນາ 2016 ທີ່ທຳນຽບປະທານປະເທດ ນະຄອນຫລວງວຽງຈັນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ເຈີນ ດ້າຍ ກວາງ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນໂອກາດທີ່ເດີນທາງຢ້ຽມຢ້າມ ທາງລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 12-14 ມິຖຸນາ 2016 ນີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ.

598.2

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ສະຫາຍ ເຈີນ ດ້າຍ ກວາງ ທີ່ໄດ້ເດີນທາງມາຢ້ຽມຢ້າມໃນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານ ໃຫ້ໝັ້ນຄົງທະນົງແກ່ນ ຕະຫລອດກາລະນາ. ພ້ອມດຽວກັນນີ້ ກໍໄດ້ແຈ້ງໃຫ້ ສະຫາຍ ເຈີນ ດ້າຍ ກວາງ ຊາບກ່ຽວກັບຜົນສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີX ຂອງພັກປະຊາ ຊົນ ປະຕິວັດລາວ ແລະ ການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ມີການເລືອກຕັ້ງຄະນະລັດຖະບານຊຸດໃໝ່ ດ້ວຍຜົນສຳເລັດອັນຈົບງາມ ແລະ ທັງຢັ້ງຢືນທີ່ຈະຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ ອ້າຍ ນ້ອງ ເພີ່ມພູນຄູນສ້າງ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນສອງຊາດ.

ໃນໂອກາດດຽວກັນນີ້ ສະຫາຍ ເຈີນ ດ້າຍ ກວາງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກສະຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍການນຳຂັ້ນສູງ ກໍຄື ປະຊາຊົນລາວ ອ້າຍນ້ອງ.

ຂ່າວຈາກ: ສຳຮັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...