Homeຂ່າວທ້ອງຖິ່ນເປີດ​ໃຊ້​ເປັນ​ທາງ​ການວິ­ທະ­ຍຸ​ຊຸມ​ຊົນ​ເມືອງ​ຄອບ

ເປີດ​ໃຊ້​ເປັນ​ທາງ​ການວິ­ທະ­ຍຸ​ຊຸມ​ຊົນ​ເມືອງ​ຄອບ

Published on

ພິ­ທີ​ເປີດ​ນຳ​ໃຊ້ ແລະ ອອກ​ອາກາດ​ຢ່າງ​ເປັນ​ທາງ​ການ​ສະ­ຖາ­ນີ​ວິ­ທະ­ຍຸ​ຊຸມ​ຊົນ​ເພື່ອ​ການ​ພັດ­ທະ­ນາ​ເມືອງ​ຄອບ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນທາງ​ການ

ໃນ​ວັນ​ທີ 7 ມິ­ຖຸ­ນາ 2016 ໂດຍ​ເຂົ້າ​ຮ່ວມ​ເປັນ​ປະ­ທານ​ຂອງ​ທ່ານ ສະຫວັນ​ຄອນ ຣາ​ຊ​ມຸນ​ຕຣີ ຮອງ​ລັດ​ຖະ​ມົນຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ, ທ່ານ ນາງ ບຸນ​ພັກ ອິນ ທະ​ປັນ­ຍາ ຮອງ​ເຈົ້າ­ແຂວງ​ໄຊ​ຍະ​ບູ​ລີ, ທ່ານ​ນາງ ຄາ​ຣີ​ນາ ອິມ​ໂມ​ເນັນ ຜູ້​ຕາງໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ເພື່ອ​ການພັດ­ທະ­ນາ​ປະ­ຈຳ​ລາວ, ການ​ນຳ​ຈາກ ກົມ​ສື່​ມວນ​ຊົນ, ເຈົ້າ­ເມືອງໆ​ຄອບ, ການນຳ​ຂອງ​ເມືອງ, ນາຍ­ບ້ານ, ນັກ­ທຸ­ລະ­ກິດພໍ່­ຄ້າ​ຊາວ​ຂາຍ ແລະ​ອາ­ສາ​ສະ­ໝັກ​ຈັດ ລາຍ­ການ​ວິ­ທະ­ຍຸ​ເຂົ້າ​ຮ່ວມ​ເກືອບ 200 ຄົນ.

19.1

ທ່ານ ຈັນ​ທີ ສີ​ມະ­ນີ​ຈັນ ຫົວ­ໜ້າ​ພະແນກ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຂຶ້ນ​ລາຍ ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ກໍ່­ສ້າງສະ­ຖາ­ນີ​ວິ­ທະ­ຍຸ​ຊຸມ​ຊົນ​ເມືອງ​ຄອບ​ແຕ່ເລີ່ມ​ຕົ້ນ​ຈົນ​ເຖິງ​ປະ­ຈຸ​ບັນ ຊຶ່ງ​ໄດ້​ຮັບ​ການ ຊ່ວຍ­ເຫຼືອ​ລ້າ​ດ້ານ​ງົບ­ປະ­ມານ​ຈາກ​ອົງ ການ​ສະ­ຫະ​ປະ­ຊາ​ຊາດ ເພື່ອ​ການ​ພັດ​ທະນາ​ປະ­ຈຳ​ລາວ​ມູນ​ຄ່າ 1,2 ຕື້​ກີບ ໂດຍມີ​ການ​ກໍ່­ສ້າງ​ເຮືອນ​ສະ­ຖາ­ນີ, ມີ​ລະ­ບົບເຟີ​ນີ​ເຈີ​ຄົບ​ຊຸດ ແລະ​ຕິດ​ຕັ້ງ​ລະ­ບົບ​ເຕັກນິກ​ເຊັ່ນ: ເຄື່ອງ­ສົ່ງ​ວິ­ທະ­ຍຸ​ລະ­ບົບ​ເອ​ຟ ເອັມ (FM) 500 ວັດ, ຄວາມ​ຖີ່ 98,8 ເມ​ກາ​ເຮີ​ສ (MHZ), ປະ­ກອບ​ເຄື່ອງ​ບັນທຶກ​ສຽງ, ອຸ­ປະ­ກອນ​ຜະ­ລິດ​ລາຍ­ການຕ່າງໆ  ແລະ​ໄດ້​ທົດ​ລອງ​ອອກ​ອາ­ກາດນັບ​ແຕ່​ທ້າຍ​ເດືອນ​ພຶດ­ສະ­ພາ 2015 ເປັນຕົ້ນ​ມາ.

19.2

ພ້ອມ​ກັນ​ນີ້ ເພື່ອ​ເປັນ​ການ​ປະ­ກອບ ສ່ວນ​ສົມ­ທົບ​ທຶນ​ກັບ​ໂຄງ​ການ­ເມືອງຄອບ​ຍັງ​ໄດ້​ສົມ​ດິນ​ປຸກ​ສ້າງ​ເນື້ອ­ທີ່ 2,8 ພັນ­ຕາ​ແມັດ, ປະ­ກອບ­ສ່ວນ​ເຮັດ​ຮົ້ວ​ອ້ອມ ເດີນ​ມູນ​ຄ່າ​ເກືອບ 11 ລ້ານ​ກີບ, ປະຊາ​ຊົນ​ພາຍ​ໃນ​ເມືອງ​ປະ­ກອບ­ສ່ວນ​ເປັນ ແຮງ​ງານ​ປົວ­ແປງ​ສະ­ຖານ­ທີ່​ສຳ­ນັກ­ງານ ຂອງ​ສະ­ຖາ­ນີ 198 ເທື່ອ​ຄົນ, ສົມ­ທົບທຶນ​ຊື້​ຈານ​ດາວ​ທຽມ, ໂທ­ສະ​ສັບ, ພິມປ້າຍ​ໂພ​ສ​ເຕີ​ມູນ​ຄ່າ 2,8 ລ້ານ​ກີບ ແລະ ພິ­ເສດ​ບໍ­ລິ­ສັດ​ລາວ​ໂທລະ​ຄົມ​ຍັງ​ໄດ້​ຊ່ວຍເຫຼືອ​ໃນ​ການ​ອະ­ນຸ­ຍາດ​ໃຫ້​ຕິດ​ຕັ້ງ​ອັງແຕນ​ຂອງ​ສະ­ຖາ­ນີ​ໃສ່​ຫຼັກ​ເຄືອ​ຂ່າຍ​ໂດຍ​ບໍ່​ໄດ້​ຄິດ​ມູນ​ຄ່າ.

ປະ­ຈຸ​ບັນ​ມີ​ອາ­ສາ​ສະ­ໝັກ​ຈັດ​ລາຍ­ການຈຳ­ນວນ 44 ຄົນ, ຍິງ 19 ຄົນ, ມີລາຍ­ການ​ອອກ​ອາ­ກາດ​ຈຳ­ນວນ 22 ລາຍ­ການ ໂດຍ​ກະ­ຈາຍ​ໃນ​ເບື້ອງ​ຕົ້ນ​ມື້​ລະ 3 ພາກ ຈຳ­ນວນ 5 ຊົ່ວ­ໂມງ​ຕໍ່​ມື້.

ຕອນ​ທ້າຍ​ຂອງ​ພິ­ທີ­ການ​ນຳ​ຂອງສູນ​ກາງ, ຂອງ​ແຂວງ ແລະ ແຂກ​ເຂົ້າຮ່ວມ ໂດຍ​ທ່ານ ສະ­ຫວັນ​ຄອນ ຣາ​ຊ ມຸນ​ຕຣີ ໄດ້​ຂຶ້ນ​ລັ່ນ­ຄ້ອງ 9 ບາດ ເພື່ອເປັນ​ສີ​ລິ​ມຸງ­ຄຸນ, ຮ່ວມ​ຕັດ​ແຖບ​ຜ້າ ແລະ ກົດ​ປຸ່ມ​ອອກ​ອາ­ກາດ​ວິ­ທະ­ຍຸ​ຊຸມ​ຊົນ ເພື່ອ​ການ​ພັດ­ທະ­ນາ​ເມືອງ​ຄອບ​ແຂວງ​ໄຊ​ຍະ​ບູ​ລີ​ຢ່າງ​ເປັນ​ທາງ​ການ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ພາບປະກອບ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...