Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄົນຮ້າຍກໍ່ເຫດຄາດຕະກໍາຂ້າປາດຄໍເພື່ອຊີງຊັບ ຖືກຈັບຫຼັງກໍ່ເຫດພຽງ 6 ຊົ່ວໂມງ (ຂ່າວລະອຽດ)

ຄົນຮ້າຍກໍ່ເຫດຄາດຕະກໍາຂ້າປາດຄໍເພື່ອຊີງຊັບ ຖືກຈັບຫຼັງກໍ່ເຫດພຽງ 6 ຊົ່ວໂມງ (ຂ່າວລະອຽດ)

Published on

ເວລາ ປະມານ 18:13 ມ ຂອງວັນທີ 08 ມີຖຸນາ 2016 ໄດ້ເກີດເຫດຄາດຕະກຳປຸ້ນຊັບ ຄົນຈີນທີ່ຮ້ານຂາຍລົດຈັກຢູ່ບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍຄົນຮ້າຍໄດ້ໃຊ້ມີດຄັດເຕີ້ປາດຄໍເຈົ້າຂອງຮ້ານຈົນເສຍຊີວິດ.

ພາຍຫຼັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ ປກສ ເມືອງປາກຊັນ ໄດ້ສົມທົບກັບເຈົ້າໜ້າທີ່ພະແນກ ສືບສວນ-ສອບສວນ ປກສ ແຂວງບໍລິຄຳໄຊ ໄດ້ລົງກວດກາຊັນນະສູດສະຖານທີ່ເກີດເຫດ ເກັບກຳຂໍ້ມູນຫຼັກຖານ ສອບຖາມຜູ້ເຫັນເຫດການ ແລະ ກວດກາພາບຈາກກ້ອງວົງຈອນທີ່ຕິດຕັ້ງຢູ່ສີ່ແຍກໄຟອຳນາດ ຈั่ງຮູ້ວ່າຄົນຮ້າຍພວມຂັບຂີ່ລົດຈັກສະແມັດ ໝາຍເລກທະບຽນ ຈຂ 8869 ທີ່ປຸ້ນໄດ້ຈາກຮ້ານຂອງຜູ້ຕາຍ ພວມເອົາໂຕຫຼົບໜີໄປທາງເມືອງບໍລິຄັນ ຈາກນັ້ນ ຈິ່ງໄດ້ປະສານສົມທົບໄປຍັງເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ເພື່ອສະກັດຈັບຄົນຮ້າຍ ເມື່ອເຈົ້າໜ້າທີ່ຕິດຕາມໄປຮອດເຂດບ້ານພຽງດີ ເສັ້ນທາງໄປເມືອງບໍລິຄັນ ກໍພົບເຫັນມີດຄັດເຕີ້ທີ່ໃຊ້ກໍ່ເຫດຖິ້ມປະໄວ້ພ້ອມກັບປ້າຍລົດຈັກໝາຍເລກທະບຽນ ຈຂ 8869 ແຂວງບໍລິຄຳໄຊ ທີ່ຄົນຮ້າຍຂັບຂີ່ເພື່ອຫຼົບໜີ ຜ່ານການເກັບກຳຂໍ້ມູນ ຈິ່ງຮູ້ອີກວ່າຄົນຮ້າຍພວມຫຼົບໜີໄປທາງເມືອງປາກກະດິງ ຈິ່ງໄດ້ນຳກຳລັງຕິດຕາມຢ່າງບໍ່ລົດລະ ພໍໄປຮອດເຂດຂົວຫ້ວຍປຶງ ລະຫວ່າງບ້ານສີສະອາດ ຫາບ້ານໂພນສະອາດ ເມືອງປາກຊັນ ກໍພົບເຫັນລົດຈັກສະແມັດທີ່ຄົນຮ້າຍຂັບຂີ່ຖີ້ມປະໄວ້ ດ້ວຍຄວາມເອົາໃຈໃສ່ຕໍ່ໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ບໍ່ຍອມໃຫ້ຄົນຮ້າຍລອຍນວນໜີໄປໄດ້ ພໍຕົກມາຮອດເວລາ 00:38 ມ ຂອງວັນທີ 09 ມີຖຸນາ 2016 ກໍສາມາດຈັບໂຕຄົນຮ້າຍໄດ້ທີ່ປ້ອມຕຳຫຼວດຈາລະຈອນ ເມືອງປາກກະດິງ ແຂວງບໍລິຄຳໄຊ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນໃຫ້ຮູ້ວ່າ ຄົນຮ້າຍທີ່ລົງມືກໍ່ເຫດໃນຄັ້ງນີ້ ຊື່ ທ້າວ ຈາວເຈຍວີ່ ອາຍຸ 27 ປີ ສັນຊາດຈີນ ພັກເຊົາຢູ່ບ້ານອີໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຂີ່ລົດເກັງກັບໝູ່ຄົນນຶ່ງທີ່ເປັນຄົນລາວເພື່ອລົງມາຫຼີ້ນຢູ່ປາກຊັນ ພໍມາຮອດ ປາກຊັນ ຈິ່ງໃຫ້ໄປສົ່ງຢູ່ບ້ານພັກແຫ່ງນຶ່ງ ຈາກນັ້ນ ຜູ້ກ່ຽວມີແນວຄິດຢາກໄດ້ເງິນເພື່ອຈະກັບເມືອປະເທດຈີນ ຈິ່ງອອກຈາກບ້ານພັກແລ້ວຍ່າງເລາະຂໍເງິນຄ່າລົດເມກັບເມືອວຽງຈັນ ພໍດີມີຄົນລາວຜູ້ນຶ່ງໃຈບຸນໄດ້ເອົາເງິນໃຫ້ຜູ້ກ່ຽວ ຈຳນວນ 50.000 ກີບ ຈາກນັ້ນ ກໍເອົາໄປຊື້ມີດຄັດເຕີ້ 1 ດວງ ແລ້ວກັບເຂົ້າບ້ານພັກ ໃຊ້ມີດທີ່ຊື້ມາປາດແຂນຕົນເອງແລ້ວແລ່ນອອກມາວ່າຖືກຄົນທຳຮ້າຍຮ່າງກາຍ ຈາກນັ້ນ ຄົນທີ່ພົບເຫັນຈິ່ງໄດ້ໃຊ້ຜ້າພັນບາດແຜໃຫ້ຜູ້ກ່ຽວ ຕໍ່ມາຜູ້ກ່ຽວຈິ່ງໄດ້ຍ່າງເລາະມາເຫັນຮ້ານຂາຍລົດຈັກຂອງ ທ້າວ ອາເວີຍ ອາຍຸ 27 ປີ ສັນຊາດຈີນ ທີ່ມາເຊົ່າຮ້ານຢູ່ບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງໃນຂະນະນັ້ນ ຜູ້ຖືກເຄາະຮ້າຍພວມນັ່ງແຕ່ງກິນຢູ່ ຜູ້ກ່ຽວຈິ່ງຍ່າງເຂົ້າໄປຂໍເງິນນຳ ແຕ່ຜູ້ເຄາະຮ້າຍບໍ່ໃຫ້ ຈິ່ງໃຊ້ມີດທີ່ກຽມມາປາດ ທ້າວ ອາເວີຍ 1 ບາດ ຈາກນັ້ນ ຜູ້ເຄາະຮ້າຍຈິ່ງແລ່ນອອກມາຮ້ອງໃຫ້ຄົນມາຊ່ວຍ ແຕ່ຜູ້ກ່ຽວໄດ້ໃຊ້ຕີນຢຽບໂຕຜູ້ເຄາະຮ້າຍລົງກັບພື້ນເຮືອນແລ້ວໃຊ້ມີດດັ່ງກ່າວແທງເຂົ້າລຳໂຕຂອງຜູ້ຕາຍຫຼາຍບາດຈົນມີດຫັກຄາ ຕໍ່ມາຜູ້ເຄາະຮ້າຍກໍເສຍຊີວິດຄ່າທີ່ ຜູ້ກ່ຽວຈິ່ງໄດ້ຂັບຂີ່ລົດຈັກຂອງຜູ້ຕາຍເພື່ອຫຼົບໜີ.

ຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ ປກສ ເມືອງປາກຊັນ ພວມດໍາເນີນການສືບສວນ-ສອບສວນ ຂະຫຽາຍຜົນຫາຂໍ້ເທັດຈິງເພື່ອດຳເນີນຄະດີຕໍ່ຜູ້ກ່ຽວໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວ/ພາບ: ອ່ອນຈັນ ພົມມະຈັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...