spot_img
Homeຂ່າວທ້ອງຖິ່ນງົວເຖິກ ເມືອງນາຊາຍທອງ ແລະ ງົວແມ່ ເມືອງຫາດຊາຍຟອງ ຄວ້າລາງວັນຊະນະເລີດໃນງານປະກວດງົວງາມ ຄັ້ງທີ I

ງົວເຖິກ ເມືອງນາຊາຍທອງ ແລະ ງົວແມ່ ເມືອງຫາດຊາຍຟອງ ຄວ້າລາງວັນຊະນະເລີດໃນງານປະກວດງົວງາມ ຄັ້ງທີ I

Published on

ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຮ່ວມກັບ ສະມາຄົມຜູ້ປະກອບການລ້ຽງງົວຊີ້ນນະຄອນຫຼວງ ໄດ້ສໍາເລັດການປະກວດງົວງາມ ຄັ້ງທີ I ພາຍຫຼັງດໍາເນີນມາແຕ່ວັນທີ 09 ມີຖຸນາ 2016 ໂດຍໄດ້ມີງົວງາມຈໍານວນ 29 ໂຕ ຈາກ 14 ຟາມຜູ້ລ້ຽງງົວ ໃນ 5 ໂຕເມືອງຂອງນະຄອນຫຼວງວຽງຈັນເຂົ້າຮ່ວມແຂ່ງຂັນ ຜົນປາກົດວ່າ ງົວງາມເພດຜູ້ ໝາກເລກ 16 ຈາກເມືອງນາຊາຍທອງ ແລະ ເພດແມ່ ໝາກເລກ 8 ຈາກເມືອງຫາດຊາຍຟອງ ຄວ້າໄດ້ລາງວັນຊະນະເລີດ ໄປຄອງ.

4749

ພິທີປະກາດຜົນການແຂ່ງຂັນປະກວດງົວງາມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ມີຖຸນາ 2016 ທີ່ສະຖານີກັກກັນສັດ ແລະ ພືດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມມີທ່ານ ຮສ. ຄໍາຜາດ ສຸລິນພູມີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກໍາມະບານລາວ ທ່ານ ປອ. ລິນຄໍາ ດວງສະຫວັນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ບັນດາຫົວໜ້າກົມ ຂະແໜງລ້ຽງສັດ-ການປະມົງ ເຈົ້າເມືອງ ນັກທຸລະກິດ ຜູ້ປະກອບການຟາມລ້ຽງງົວ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

4774

ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ໄດ້ໃຫ້ຮູ້ວ່າ ງານປະກວດງົວງາມ ແມ່ນນຶ່ງໃນກິດຈະກໍາທີ່ສໍາຄັນຂອງໂຄງການຜະລິດງົວເປັນສິນຄ້າ ເຊິ່ງນອນຢູ່ໃນໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າແຫ່ງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ອີກທັງຍັງເປັນໂຄງການບຸກທະລຸໂຄງການໃຫຽ່ລະດັບຊາດຢູ່ນະຄອນຫຼວງ ທີ່ກໍານົດໄວ້ໃນກອງປະຊຸມໃຫຽ່ ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງວຽງຈັນ ສໍາລັບງົວງາມທີ່ນໍາເຂົ້າປະກວດໃນຄັ້ງນີ້ ແມ່ນນໍາມາຈາກບັນດາຟາມລ້ຽງງົວທີ່ຂຶ້ນກັບສະມາຄົມຜູ້ປະະກອບການລ້ຽງງົວນະຄອນຫຼວງວຽງຈັນ ຈາກ 5 ໂຕເມືອງຄື ປາກງື່ມ ນາຊາຍທອງ ສັງທອງ ໄຊທານີ ແລະ ເມືອງຫາດຊາຍຟອງ ທີ່ຄັດຈາກຟາມຕ່າງໆສົ່ງເຂົ້າປະກວດຮວມທັງໝົດ 29 ໂຕ ໃນນີ້ມີງົວພໍ່ພັນ 10 ໂຕ  ງົວແມ່ພັນ 19 ໂຕ ແລະ ງົວພໍ່ພັນບຣາມັນ ສາຍພັນແທ້ຂອງສະມາຄົມຜູ້ປະກອບການລ້ຽງງົວພາກອີສານ ຈໍານວນ 20 ໂຕ ມາສະແດງໃນງານ ພ້ອມທັງມອບໃຫ້ເປັນຂອງຂວັນແກ່ສະມາຄົມຜູ້ປະກອບການລ້ຽງງົວຊີ້ນນະຄອນຫຼວງວຽງຈັນ.

4785

ໃນໄລຍະ 10 ປີຜ່ານມາ ຄວາມຕ້ອງການບໍລິໂພກຊີ້ນງົວຢູ່ພາຍໃນຕະຫຼາດ ກໍຄືໃນນະຄອນຫຼວງວຽງຈັນ ມີປະລິມານເພີ່ມສູງຂຶ້ນເກືອບເທົ່າໂຕ ຈາກ ລາຄາ 35.000 ກີບຕໍ່ກິໂລກຣາມໄປຈົນເຖິງ 70.000 ກີບຕໍ່ກິໂລກຣາມ ໃນໄລຍະ 5-6 ປີທີ່ຜ່ານມາ ເຊິ່ງພາໃຫ້ເກີດສະພາບຊີ້ນງົວຂາດຕະຫຼາດ ພ້ອມກັນນັ້ນ ການສົ່ງອອກງົວພື້ນເມືອງຂອງປະເທດເຮົາຢ່າງເປັນທາງການ ແລະ ບໍ່ເປັນທາງການໄປສູ່ຕະຫຼາດຕ່າງປະເທດ ໂດຍສະເພາະປະເທດຫວຽດນາມ ແລະ ຈີນ ກໍເພີ່ມສູງຂຶ້ນຢ່າງໄວວາ ເຮັດໃຫ້ຈໍານວນງົວພື້ນເມືອງຂອງຊາວກະສິກອນມີທ່າອ່ຽງຫຼຸດລົງ ສາເຫດທີ່ພາໃຫ້ຄວາມຕ້ອງການບໍລິໂພກຊີ້ນງົວເພີ່ມສູງຂຶ້ນນັ້ນ ແມ່ນຍ້ອນການຂະຫຽາຍໂຕຢ່າງຕໍ່ເນື່ອງທາງດ້ານເສດຖະກິດ-ສັງຄົມຂອງປະເທດ ແລະ ຂົງ ເຂດພາກພື້ນອາຊີ.

ຕໍ່ໜ້າສະພາບການດັ່ງກ່າວ ພັກ ແລະ ລັດຖະບານ ເຫັນໄດ້ຄວາມສໍາຄັນໃນການພັດທະນາການລ້ຽງງົວເປັນສິນຄ້າ ແນໃສ່ການຫັນປ່ຽນການລ້ຽງງົວແບບທໍາມະຊາດໄປສູ່ການລ້ຽງງົວແບບຟາມຂອງຊາວກະສິກອນ ຫັນເປັນອຸດສະຫະກໍາ ແລະ ທັນສະໄໝຂອງຜູ້ປະກອບການທີ່ມີເຕັກນິກດ້ານການຈັດການອາຫານສັດ ສຸຂະພາບສັດ ແລະ ການປັບປຸງພັນສັດທີ່ໄດ້ມາດຕະຖານສາກົນ ເຊິ່ງໃນລະບົບການລ້ຽງແບບຟາມ ແລະ ທັນສະໄໝດັ່ງກ່າວ ງົວທີ່ນໍາມາລ້ຽງທອມ ຕ້ອງເປັນງົວພັນຊີ້ນທີ່ມີການປັບປຸງພັນ ມີການຈະເລີນເຕີບໃຫຽ່ສູງ ແລະ ໃຫ້ຊີ້ນຫຼາຍ ເຊັ່ນ ງົວພັນຊາໂລເລ້ ແອງກັສ ຫຼື ເດີຣາມັສເຕີ ປະສົມປະ ສານກັບງົວພັນຮ່າງໃຫຽ່ທີ່ແທດເໝາະກັບສະພາບອາກາດຮ້ອນຊຸ່ມຂອງປະເທດເຮົາ ແລະ ພັນງົວທີ່ເໝາະສົມແມ່ນງົວພັນບຣາມັນ.

4770

ສໍາລັບຜົນປະກວດງົວງາມໃນຄັ້ງນີ້ຖືເປັນຄັ້ງທໍາອິດ ແລະ ມີຄະນະກໍາມະການ 5 ທ່ານ ໃນນັ້ນ ຈາກກົມລ້ຽງສັດ-ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ ໜ່ວຍງານວິຊາການລ້ຽງສັດ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ສູນຄົ້ນຄວ້າການລ້ຽງສັດ ແລະ ຂະແໜງລ້ຽງສັດ-ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ເປັນຜູ້ໃຫ້ຄະແນນ ແລະ ອີງໃສ່ 4 ມາດຖານຄື (1) ລັກສະນະຂອງງົວໂດຍອີງໃສ່ພັນທຸກໍາ (2) ຮູບຮ່າງແຂງແຮງ ແລະ ຄວາມອຸດົມສົມບູນທົ່ວໄປ (3) ລັກສະນະປະຈໍາພັນ (4) ລັກສະນະທາງດ້ານການສືບພັນ ແລະ ອຸປະນິໄສຂອງງົວ ຜ່ານການຕັດສິນຂອງຄະນະກໍາມະການ ງົວເພດຜູ້ຊະນະເລີດ ໄດ້ແກ່ໝາຍເລກ 16 ຈາກເມືອງນາຊາຍທອງ ໄດ້ 475 ຄະແນນ ໄດ້ຮັບເງິນສົດ 5 ລ້ານກີບ ພ້ອມຂອງທີ່ລະນຶກ ອັນດັບທີ 2 ໄດ້ແກ່ໝາຍເລກ 21 ຈາກເມືອງໄຊທານີ ໄດ້ 457 ຄະແນນ ໄດ້ຮັບເງິນສົດ 4 ລ້ານກີບ ພ້ອມຂອງທີ່ລະນຶກ ແລະ ອັນດັບທີ 3 ໄດ້ແກ່ໝາຍເລກ 25 ຈາກຟາມເອັກສພີ ໄດ້ 455 ຄະແນນ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຂອງທີ່ລະນຶກ ສ່ວນງົວເພດແມ່ພັນງາມ ຊະນະເລີດ ໄດ້ແກ່ໝາຍເລກ 8 ຈາກເມືອງຫາດຊາຍຟອງ ໄດ້ 456 ຄະແນນ ໄດ້ຮັບເງິນສົດ 5 ລ້ານກີບພ້ອມຂອງທີ່ລະນຶກ ອັນດັບທີ 2 ໄດ້ແກ່ໝາຍເລກ 10 ຈາກເມືອງປາກງື່ມ ໄດ້ 454 ຄະແນນ ໄດ້ຮັບເງິນສົດ 4 ລ້ານກີບພ້ອມຂອງທີ່ລະນຶກ ແລະ ອັນດັບທີ 3 ໄດ້ແກ່ໝາຍເລກ 23 ຈາກເມືອງນາຊາຍທອງ ໄດ້ 444 ຄະແນນ ໄດ້ຮັບເງິນສົດ 2 ລ້ານກີບພ້ອມຂອງທີ່ລະນຶກ ນອກນີ໊ ຍັງມີລາງວັນຊົມເຊີຍອື່ນໆອີກຈໍານວນນຶ່ງ.

ຂ່າວ/ພາບ:  ເທບພະວົງ

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...